ສະຫວັນນະເຂດ ເພີ່ມທະວີສະກັດກັ້ນ ແລະ ຕ້ານຢາເສບຕິດ


ໃນວັນທີ 25 ກຸມພາຜ່ານມານີ້, ແຂວງສະຫວັນນະເຂດ ໄດ້ຈັດກອງ ປະຊຸມລະດົມແນວຄວາມຄິດຂອງທຸກຊັ້ນຄົນເຂົ້າໃນການສະກັດກັ້ນ ແລະ ຕ້ານ ຢາເສບຕິດຂຶ້ນ ທີ່ຫ້ອງວ່າການປົກຄອງແຂວງພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງດັ່ງກ່າວ, ມີຄະນະພັກ-ຄະນະບັນຊາ ປກຊ-ປກສ, ການນຳຂັ້ນແຂວງ ແລະ ເມືອງຕ່າງໆ ເຂົ້າຮ່ວມ.
ໃນກອງປະຊຸມຂອງທ່ານ ຮອງເຈົ້າແຂວງໄດ້ຢ້ຳວ່າ: ກອງປະຊຸມຄັ້ງນີ້ ກໍເພື່ອພ້ອມກັນປຶກສາຫາລືປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງຕໍ່ກັບບັນຫາຢາເສບຕິດ ແລະ ມາດຕະການແກ້ໄຂ ໂດຍສະເພາະຂັ້ນເມືອງ, ກຸ່ມບ້ານເພື່ອ ເຮັດໃຫ້ການສະກັດກັ້ນ ແລະ ຕ້ານຢາເສບຕິດໃນແຂວງມີປະສິດທິຜົນກວ່າເກົ່າ.
ໃນພິທີຫົວໜ້າກອງບັນຊາການ ປກສ ແຂວງໄດ້ຍົກໃຫ້ເຫັນວ່າ: ໃນແຕ່ ລະປີຕົວເລກລາຍຄະດີ ແລະ ຜູ້ເສບຢາເສບຕິດເພີ່ມຂຶ້ນຢ່າງໜ້າວິຕົກຄື: ປີ 2017 ມີຜູ້ເສບສິ່ງເສບຕິດເຖິງ 1.186 ຄົນ, ເປົ້າໝາຍຄ້າຂາຍມີ 2.422 ຄົນ, ປີ 2018 ມີເປົ້າໝາຍເສບ 11.546 ຄົນ, ເປົ້າໝາຍຄ້າຂາຍ 2.789 ຄົນ ແລະ ມາໃນປີ 2019 ມີເປົ້າໝາຍເສບ 12.896 ຄົນ ແລະ ເປົ້າໝາຍຄ້າຂາຍມີ 2.917 ຄົນ. ຜ່ານມາ ພວກເຮົາໄດ້ສຸມໃສ່ເຮັດວຽກງານໂຄສະນາ, ສຶກສາອົບຮົມ ໃຫ້ທົ່ວສັງຄົມດ້ວຍຫລາຍຮູບຫລາຍແບບ ແລະ ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງຢູ່ແຕ່ລະເມືອງເພື່ອຊຸກຍູ້ນຳພາກຳລັງຂອງເມືອງເຮັດໜ້າທີ່ ແລະ ສ້າງບ້ານປອດຢາເສບຕິດໄດ້ແລ້ວ 11 ເມືອງ, 1 ນະຄອນ, ມີບ້ານປອດຢາເສບຕິດແລ້ວ 379 ບ້ານ, ເທົ່າ 37,15%, ສ້າງ ແລະ ຮັບຮອງເປັນໂຮງຮຽນທີ່ປອດສານເສບຕິດ 1 ໂຮງຮຽນ ນອກນັ້ນ ຍັງສ້າງກຳລັງວິຊາສະເພາະລົງປະຈຳຢູ່ບັນດາຊາຍແດນ ລາວ-ໄທ ແລະ ຫວຽດນາມ ເພື່ອຕິດຕາມກວດກາການລັກລອບຂົນສົ່ງຢາເສບຕິດເຂົ້າອອກລຽບຕາມຊາຍແດນໃຫ້ມີປະສິດທິພົນ./.