ຮອງນາຍົກ ເນັ້ນສະຫວັນນະເຂດ ເອົາໃຈໃສ່ ຜະລິດເປັນສິນຄ້າ-ເຝົ້າລະວັງ ໂຄວິດ-19.


ໃນວັນທີ 2 ມີນາ ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ, ເພື່ອຊຸກຍູ້ຕິດຕາມຂະບວນການ ຈັດຕັ້ງປະຕິບັດການສຳຫລວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ແລະ ໄດ້ເນັ້ນໃຫ້ແຂວງດັ່ງກ່າວ ເອົາໃຈໃສ່ປຸກລະດົມຂະບວນການຜະລິດເປັນສິນຄ້າ, ຂອງປະຊາຊົນໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ທັງເປັນການສ້າງຄວາມເຂັ້ມແຂງແກ່ລະບົບເສດຖະກິດຂອງບ້ານເຮົານຳອີກ ພ້ອມນີ້, ກໍຮຽກຮ້ອງໃຫ້ແຂວງຕິດຕາມເຝົ້າລະວັງການລະບາດພະຍາດ COVID-19 ຢ່າງໃກ້ຊິດ ແລະ ປະຕິບັດຕາມກະຊວງສາທາລະນະສຸກແນະນຳຢ່າງຈິງຈັງ.
ໂອກາດນີ້, ທ່ານ
ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ລາຍງານສະພາບການໂດຍຫຍໍ້ຂອງແຂວງ, ພ້ອມທັງຮຽກຮ້ອງໃຫ້ທ່ານຮອງນາຍົກ
ຊ່ວຍໃນການກະຕຸກຊຸກຍູ້ການຈັດຕັ້ງມະຕິກອງປະຊຸມໃຫຍ່ຂອງພັກ.
ມາຮອດປັດຈຸບັນທົ່ວແຂວງໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງແລ້ວ 10 ເມືອງ
ແລະ ຄາດວ່າໃນເດືອນມີນາ ຈະໃຫ້ສຳເລັດທັງໝົດ 14 ເມືອງ
ແລະ ເດືອນເມສາ ແມ່ນຈະໃຫ້ສຳເລັດກອງປະຊຸມໃຫຍ່ຂອງບັນດາພະແນກຂອງແຂວງໂດຍພື້ນຖານ.
ສ່ວນການຜະລິດລະດູແລ້ງຂອງປະຊາຊົນ ທາງແຂວງກໍໄດ້ເອົາໃຈໃສ່ຊຸກຍູ້ ແລະ
ສ້າງຂະບວນການຢ່າງຕໍ່ເນື່ອງ ຊຶ່ງເຫັນວ່າປະຊາ ຊົນມີຄວາມຕື່ນຕົວສູງ, ພິເສດໃນປີນີ້
ໄດ້ປຸກລະດົມສັງຄົມ ແລະ ຜູ້ປະກອບການ ເຂົ້າຮ່ວມໃນການປູກ-ການລ້ຽງ ຂອງປະຊາຊົນເມືອງນອງ
ເພື່ອສ້າງເງື່ອນໄຂໃຫ້ເມືອງຫລຸດພົ້ນຈາກຄວາມ ທຸກຍາກໃນຕໍ່ໜ້າ.
ຜ່ານມາ, ແຂວງສະຫວັນນະເຂດ
ຍັງພົບບັນຫາການລະບາດຂອງພະຍາດ ໝາກແດງ, ພະຍາດໄອໄກ່
ແລະ ໄຂ້ຍຸງລາຍ ໂດຍທາງແຂວງໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ສະກັດກັ້ນ ແລະ
ຄວບຄຸບການລະບາດຂອງພະຍາດດັ່ງກ່າວ ຢ່າງທັນການ. ຕໍ່ກັບພະຍາດໂຄວິດ¬-19 ແຂວງກໍໄດ້ເອົາໃຈ
ໃສ່ປະຕິບັດຕາມການແນະນຳຂອງກະຊວງສາທາລະນະສຸກ ຢ່າງເຂັ້ມງວດ.
ສຳລັບຜູ້ທີ່ເດີນທາງໄປຝຶກອົບ ຮົມຢູ່ຈີນຈຳນວນ 25 ຄົນ
ທາງແຂວງໄດ້ມີການກັກບໍລິເວນ ເພື່ອກວດສຸຂະພາບ ຊຶ່ງກະຊວງສາທາ ລະ ນະສຸກ
ໄດ້ຢືນຢັນບໍ່ພົບພະຍາດດັ່ງກ່າວ ຈຶ່ງອະນຸຍາດໃຫ້ກັບສູ່ຄອບຄົວ.