OECD ຄາດວ່າການລະບາດຂອງໄວຣັສ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຊ້າ


ລາຍງານການປະເມີນທາງເສດຖະກິດຫລ້າສຸດຂອງອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ ຫລື OECD ຄາດຄະເນວ່າ: ການລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຈະເຮັດໃຫ້ເສດຖະກິດໂລກທີ່ເຄີຍເຕີບໃຫຍ່ 2,9% ໃນປີຜ່ານມາ ເຕີບໃຫຍ່ພຽງ 2,4% ໃນປີນີ້ ຫລື ຕໍ່າກວ່າຄາດຄະເນໃນເດືອນພະຈິກປີຜ່ານມາ 0,5% ເນື່ອງຈາກການລະບາດໄດ້ດຶງກິດຈະກຳທາງເສດຖະກິດເປັນວົງກວ້າງ ທັງການຜະລິດ, ທ່ອງທ່ຽວ ແລະ ການບໍລິໂພກ.
OECD ຄາດຄະເນວ່າ: ເສດຖະກິດຍີ່ປຸ່ນຈະເຕີບໃຫຍ່ພຽງ 0,2% ຫລື ຫລຸດລົງ 0,4% ຈາກຄາດຄະເນກ່ອນໜ້ານີ້. ຂະນະທີ່ຈີນຈະເຕີບໃຫຍ່ພຽງ 4,9%, ສ່ວນເຂດໃຊ້ເງິນເອີໂຣຄາດວ່າຈະເຕີບໃຫຍ່ພຽງ 0,8% ໂດຍອິຕາລີ ເຊິ່ງມີຜູ້ປ່ວຍໃໝ່ເພີ່ມຂຶ້ນເລື້ອຍໆ ຈະໄດ້ຮັບຜົນກະທົບຫລາຍທີ່ສຸດ ໂດຍຈະບໍ່ມີການເຕີບໃຫຍ່ເລີຍ. ຂະນະທີ່ເສດຖະກິດອາເມລິກາຈະເຕີບໃຫຍ່ 1,9%.
OECD ເຕືອນວ່າ: ເສດຖະກິດໂລກອາດເຕີບໃຫຍ່ຫລຸດລົງໄດ້ອີກ ຖ້າການລະບາດຍັງດຳເນີນຕໍ່ໄປເປັນເວລາດົນ ແລະ ທະວີຄວາມຮຸນແຮງຂຶ້ນ ໂດຍອາດເຮັດໃຫ້ທົ່ວໂລກມີການເຕີບໃຫຍ່ພຽງ 1,5% ຈົນຫລາຍປະເທດເຂົ້າສູ່ສະພາບຫລຸດຖອຍ ລວມທັງຍີ່ປຸ່ນ ແລະ ປະເທດເຂດໃຊ້ເງິນເອີໂຣ.