ແມນເຊັດເຕີ້ ຢູໄນເຕັດ ໄດ້ຜົນປະໂຫຍດຫຼາຍທີ່ສຸດ ໃນກໍລະນີຕັດສິນການແຂ່ງຂັນດ້ວຍ VAR
March 4, 2020 - 3:53 PM
ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ການຕັດສິນດ້ວຍ VAR ທີ່ມີທີມງານຜູ້ຕັດສິນໃນຫ້ອງ control ຕັດສິນໃຫ້ ສະໂມສອນແມນເຊັດເຕີ້ ຢູໄນເຕັດ ທີມດັງໃນພຣີເມຍລີກອັງກິດ ໄດ້ປຽບຫຼາຍທີ່ສຸດ,ເພາະໄດ້ຜົນປະໂຫຍດເຖີງ 8 ປະຕູຈາກການຕັດສິນດ້ວຍ VAR ໃນລະດູການນີ້

ທີມທີ່ໄດ້ປຽບຈາກການຕັດສິນຂອງ VAR ຮອງລົງມາຄື: ສະໂມສອນ ໄບຕັນ,ຄິສຕັນພາເຣດ,ລີເວີ້ພລູ ແລະ ເເມນເຊັດເຕີ ຊິຕີ້

ຂະນະທີ່ ສະໂມສອນທີ່ເສຍຜົນປະໂຫຍດຂອງການຕັດສິນດ້ວຍ VAR ຄື ເຊວຊີ ແລະ ເອັບເວີ້ຕັນ.
