ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ.

ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ. -                                                        - ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ.
ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ. - kitchen vibe - ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ.

         ໃນລະຫວ່າງວັນທີ 3-6 ມີນາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຝິກອົບຮົມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ທລຍ ປີ 2020 ຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ຂຶ້ນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ, ບັນດາຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ພະນັກງານ ທລຍ ຂັ້ນສູນກາງ, ແຂວງ, ເມືອງ ຈໍານວນທັງໝົດ 160 ທ່ານເຂົ້າຮ່ວມ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໃຫ້ຮູ້ວ່າ: ປັດຈຸບັນ ພັກ-ລັດຖະບານ ພວມສຸມໃສ່ຊຸກຍູ້ ການຜະລິດລະດູແລ້ງ ເພື່ອທົດແທນ ແລະ ແກ້ໄຂບັນຫາທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ,​ ໄພແຫ້ງແລ້ງໃນປີຜ່ານມາ ເພື່ອແກ້ໄຂບັນຫາຜົນກະທົບດ້ານການຜະລິດ ຂອງປະຊາຊົນບັນດາເຜົ່າໃຫ້ມີຜົນຕອບແທນຈາກການເສຍຫາຍໃນປີຜ່ານມາ ໃຫ້ມີຄວາມພຽງພໍຕໍ່ການບໍລິໂພກ ພ້ອມທັງແກ້ໄຂບາງປະເພດສິນຄ້າທີ່ຈະກະທົບຕໍ່ເສດຖະກິດ ແລະ ການຄ້າພາຍໃນປະເທດ. ຜົນກະທົບຈາກໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດອາຫິວາໝູອາ ຝຣິກກາ, ການລະບາດຂອງຕັກແຕນ ແລະ ບົ້ງ ໄດ້ເຮັດໃຫ້ຜົນການຜະລິດຂອງປະຊາຊົນບັນດາເຜົ່າຕົກຕໍ່າ ແລະ ເສຍຫາຍ ມາບາດ ນີ້ກໍມີບັນຫາການລະບາດຂອງພະຍາດອັກເສບປອດໂຄໂຣນາ ຫຼື COVID 19 ອັນເປັນການລະບາດຂອງພະຍາດທີ່ຮ້າຍແຮງກວ່າທຸກພະຍາດໃນທີ່ຜ່ານມາ ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ມວນມະນຸດ ແລະ ເສດຖະກິດໄປທົ່ວໂລກ ອັນເຮັດໃຫ້ແຕ່ລະປະເທດ ຂາດລາຍຮັບຈາກການນໍາເຂົ້າສິນຄ້າ, ການທ່ອງທ່ຽວຕ່າງໆ ຊຶ່ງທຸກປະເທດໃນໂລກພວມເຟົ້າລະວັງ ແລະ ມີມາດຕະການຮັບມື ແກ້ໄຂຢ່າງເອົາໃຈໃສ່; ລັດຖະບານກໍຄືຜູ້ໃຫ້ທຶນ ແລະ ຄູ່ຮ່ວມມືພັດທະນາ ໄດ້ເຫັນຄວາມສໍາຄັນຕໍ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ລັດຖະບານຈຶ່ງໄດ້ຕັດສິນໃຈສືບຕໍ່ຂໍກູ້ຢືມຈາກທະນາ ຄານໂລກໃນດອກເບ້ຍຜ່ອນຜັນ ຈໍານວນ 22,5 ​ລ້ານໂດລາ ເຂົ້າໃນໂຄງການປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການຢູ່ 4 ແຂວງພາກເໜື່ອ ຄື: ແຂວງຫົວພັນ, ຊຽງຂວາງ, ຜົ້ງສາລີ ແລະ ອຸດົມໄຊ ພ້ອມນີ້ລັດຖະບານກໍຕອບສະໜອງທຶນສົມທົບເຂົ້າໃນວຽກງານສ້າງສິ່ງອໍານວຍຄວາມສະດວກ ຈໍານວນ 13 ຕື້ ເຂົ້າໃສ່ 6 ແຂວງ ຄື: ແຂວງຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອສືບຕໍ່ແກ້ໄຂບັນຫາພື້ນຖານໂຄງລ່າງທີ່ຕິດພັນກັບການຜະລິດກະສິກໍາ ພ້ອມດ່ຽວກັນນີ້ ຄູ່ຮ່ວມມືການພັດທະນາ ຂອງປະເທດສະວິສ ກໍຍັງສືບຕໍ່ໃຫ້ການຊວຍເຫຼືອຕື່ມອີກປະມານ 5 ລ້ານໂດລາ ເພື່ອເຮັດໃຫ້ 6 ແຂວງທີ່ບໍ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກໄດ້ສືບຕໍ່ ໃນປີ 2020;

ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ. - Visit Laos Visit SALANA BOUTIQUE HOTEL - ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ.
ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ. - 5 - ກອງທຶນຫລຸດຜ່ອນຄວາມທຸກຍາກ ກູ້ຢືມເງີນຈາກທະນາຄານໂລກ 22,5 ລ້ານໂດລາສະຫະລັດ ປັບປຸງວຽກງານໃຫ້ມີປະສິດທິຜົນ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!