ປະທານສານຍຸຕິທຳ ປະເທດອີຣານ ເຕືອນຜູ້ກັກຕຸນອຸປະກອນການແພດ ອາດຖືກໂທດ ປະຫານຊີວິດ…!
March 10, 2020 - 11:42 AM




ຈາກສະຖານະການລະບາດຂອງເຊື້ອໄວຣັສ COVID-19 ສົ່ງຜົນໃຫ້ຂະນະນີ້ຜະລິດຕະພັນດ້ານການແພດເຊັ່ນ: ຜ້າອັດປາກ,ນ້ຳຢາລ້າງມື ແລະ ອື່ນໆ…ໃນປະເທດອີຣານ ກຳລັງຂາດເຂີນຢ່າງໜັກ.


ຫຼ້າສຸດມີລາຍງານຈາກສື່ທ້ອງຖິ່ນຂອງອີຣານໃຫ້ຮູ້ວ່າ: ປະທານສານຍຸຕິທຳຂອງອີຣານ ເຕືອນວ່າຈະຕັດສິນລົງໂທດ, ລວມເຖິງພິຈາລະນາໂທດປະຫານຊີວິດຕໍ່ບຸກຄົນທີ່ກັກຕຸນອຸປະກອນການແພດ ທ່າມກາງສະຖານະການທີ່ວິກິດໃນປະເທດອີຣານ, ເຊີ່ງມາເຖິງປັດຈຸບັນສານອີຣານໄດ້ເລີ່ມພິຈາລະນາຄະດີຜູ້ທີ່ກະທຳຄວາມຜິດຂໍ້ຫາກັກຕຸນຜະລິດຕະພັນການແພດແລ້ວຈຳນວນ 10 ຄົນ ຂະນະທີ່ປະເທດອີຣານ ກາຍເປັນປະເທດທີ່ມີຜູ້ຕິດເຊື້ອໄວຣັສ COVID-19 ສູງສຸດລຳດັບທີ 4 ຂອງໂລກ.



