ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ

ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ - 03 1 - ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ
ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ - kitchen vibe - ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ

     ເມື່ອໃດຈຶ່ງຄວນຈະປ່ຽນໝໍ້ໄຟລົດ ຫລື ປ່ຽນແບັດເຕີຣີ່ລົດ  ? ເປັນຄຳຖາມທີ່ເບິ່ງງ່າຍໆ,​ ແຕ່ຄຳຕອບນີ້ບໍ່ງ່າຍປານໃດ ບາງຄົນກໍໃຊ້ຄວາມຮູ້ສຶກຕອບ, ບາງຄົນກໍໃຊ້ຄວາມຊຳນານທີ່ມີມາແຕ່ເກົ່າກ່ອນຕອບ, ບາງຄົນກໍອວດຮູ້. ສະນັ້ນ, ມື້ນີ້ພວກເຮົາມີເຕັກນິກດີໆມາບອກທ່ານກ່ຽວກັບການປ່ຽນໝໍ້ໄຟລົດມາແນະນຳ.

     ການສັງເກດວ່າໝໍ້ໄຟ ຫລື ແບັດເຕີຣີ່ລົດເສື່ອມ ຫລື ໝົດນັ້ນ ມັນງ່າຍຫລາຍສຳລັບຜູ້ຊ່ຽວຊານ, ແຕ່ເຮົາກໍມີເຕັກນິກມາແນະນຳສຳລັບຄົນໃຊ້ລົດທົ່ວໄປວ່າ ໝໍ້ໄຟເສື່ອມ ຫລື ບໍ່ນັ້ນຫລັກການເບິ່ງມີດັ່ງນີ້ :

ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ - Visit Laos Visit SALANA BOUTIQUE HOTEL - ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ

     – ເບິ່ງຈາກການເອົາມືໄປສຳຜັດຂ້າງໆຂອງໝໍ້ໄຟວ່າບວມຫລືບໍ່, ຖ້າປະກົດວ່າບວມ ແລະ ທ່ານບໍ່ສາມາດສະຕ໊າດລົດໄດ້ 90% ຂອງຄວາມເປັນໄປໄດ້ແມ່ນໝໍ້ໄຟໜ່ວຍນັ້ນເສື່ອມແນ່ນອນ.

    – ເບິ່ງວັນທີໃນການຕິດຕັ້ງ ສຳລັບລົດທີ່ໃຊ້ງານໃນໂຕເມືອງທຸກມື້ ແລະ ແລ່ນສະເລ່ຍປະມານມື້ລະ 50 ກິໂລແມັດ ໂດຍສະເລ່ຍແລ້ວທ່ານຈະສາມາດໃຊ້ໝໍ້ໄຟໜ່ວຍນັ້ນໄດ້ປະມານ 1 ປີ 8 ເດືອນ ຫລື ປະມານ 60.000 ກິໂລແມັດ ໃນສະພາບການຈະລາຈອນຕິດຂັດ ສຳລັບປະເທດຍີ່ປຸ່ນນ (ແບັດເຕີຣີທີ່ທ່ານໃຊ້ຈະຕ້ອງໃຊ້ແບັດເຕີຣີຂະໜາດແອັມຮອງຮັບຂະໜາດຂອງເຄື່ອງຈັກໄດ້) ແລະ ສຳລັບລົດເອີຣົບຈະໃຊ້ ປະມານ 2 ປິ 6 ເດືອນ ຫລື ປະມານ 70.000 ກິໂລແມັດ.

     ນອກຈາກນີ້, ຍັງມີ 5 ວິທີຊ່ວຍຍືດອາຍຸການໃຊ້ງານຂອງໝໍ້ໄຟ ຫລື ແບັດເຕີຣີມາແນະນຳດັ່ງນີ້ :

     1. ໝັ່ນກວດສອບນຳ້ກົດແບັດເຕີຣີ ຢ່າງໜ້ອຍເດືອນລະ 1 – 2 ເທື່ອ ຈາກການປ່ຽນແບັດໜ່ວຍໃໝ່  ໂດຍທົ່ວໄປແບັດເຕີຣີລົດຈະສະເລ່ຍໃນໄລຍະ 1 – 2 ປີ ເປັນຢ່າງໜ້ອຍ, ແຕ່ຫາກເຮົາເບິ່ງແຍງແບັດເຕີຣີເປັນຢ່າງດີ, ກວດສອບນຳ້ກົດ ແລະ ຕື່່ມນຳ້ກົດໃຫ້ຢູ່ໃນລະດັບທີ່ເໝາະສົມຢູ່ສະເໝີ ກໍຈະຊ່ວຍໃຫ້ອາຍຸການໃຊ້ງານແບັດເຕີຣີຢູ່ຄູ່ລົດຂອງທ່ານໄດ້ດົນຍິ່ງຂຶ້ນ.

     2. ຢ່າປ່ອຍໃຫ້ລົດຈອດຢູ່ລ້າໆເປັນເວລາດົນເກີນ 1 ອາທິດ ຄວນຈະມີການສະຕ໊າດເຄື່ອງຈັກຢູ່ສະເໝີ ຢ່າເຂົ້າໃຈຜິດວ່າການບໍ່ໃຊ້ລົດຈະເຮັດໃຫ້ອາຍຸການໃຊ້ງານແບັດເຕີຣີດົນຂຶ້ນ. ກົງກັນຂ້າມ, ການບໍ່ຕິດຈັກເດີນເຄື່ອງເລີຍເປັນເວລາດົນຈະເຮັດໃຫ້ແບັດເຕີຣີເສື່ອມ,​ ອາຍຸການໃຊ້ງານແບັດເຕີຣີສັ້ນລົງ ຢ່າງໜ້ອຍເມື່ອບໍ່ມີຄວາມຈຳເປັນຕ້ອງໃຊ້ລົດ ຂໍພຽງແຕ່ສະຕ໊າດລົດແດ່ ຢ່າງໜ້ອຍອາທິດລະ 1 – 2 ເທື່ອ ເພື່ອໃຫ້ເຄື່ອງຈັກໄດ້ເຮັດວຽກຊ່ວຍຍືດອາຍຸການໃຊ້ງານແບັດເຕີຣີລົດໄດ້ອີກທາງໜຶ່ງ.

     3. ໃຊ້ອຸປະກອນໄຟຟ້າໃນເວລາທີ່ແລ່ນລົດຢູ່ເທົ່ານັ້ນ ເພາະເວລາຂັບເຄື່ອນເຄື່ອງຈັກນັ້ນ ນອກຈາກຈະມີການສົ່ງພະລັງງານໄຟຟ້າໄປຍັງແບັດເຕີຣີແລ້ວ ຍັງມີການສົ່ງພະລັງໃຫ້ກັບລະບົບໄຟຟ້າອື່ນໆນຳອີກ ເຊັ່ນ : ແອ, ວິທະຍຸ ລວມເຖິງລະບົບໄຟຟ້າໜ້າລົດ ແຕ່ເມື່ອລະບົບເຄື່ອງຈັກຢຸດເຮັດວຽກ ອຸປະກອນທີ່ຕ້ອງໃຊ້ໄຟຟ້າຈະໃຊ້ພະລັງງານຈາກແບັດເຕີຣີລົດພຽງຢ່າງດຽວ. ສະນັ້ນ ເພື່ອບໍ່ໃຫ້ອາຍຸການໃຊ້ງານແບັດເຕີຣີລົດສັ້ນລົງ ກ່ອນດັບເຄື່ອງຈັກຄວນກວດເຊັກໃຫ້ດີວ່າບໍ່ມີອຸປະກອນໃດເປີດປະໄວ້ ຫາກຈຳເປັນຕ້ອງເປີດແອ ຫລື ເປີດໄຟໜ້າລົດ ແລະ ຕ້ອງຈອດປະໄວ້ ພະຍາຍາມຢ່າຈອດປະໄວ້ດົນເກີນໄປ ບໍ່ດັ່ງນັ້ນແບັດເຕີຣີລົດອາດໝົດໄດ້. ສະຫລຸບຄືຄວນໃຊ້ອຸປະກອນໄຟຟ້າໃຫ້ຖືກວິທີ ແລະ ເໝາະສົມ ເພື່ອຍືດອາຍຸການໃຊ້ງານແບັດເຕີຣີລົດ.

     4. ເຮັດຄວາມສະອາດແບັດເຕີຣີລົດໃຫ້ສະອາດຢູ່ສະເໝີ ເປັນອີກໜຶ່ງວິທີສຳຄັນທີ່ຊ່ວຍຍືດອາຍຸການໃຊ້ງານແບັດເຕີຣີລົດ ຫາກບໍ່ສົນໃຈທີ່ຈະລ້າງເຮັດຄວາມສະອາດເຄື່ອງຈັກ ຫລື ອຸປະກອນຕ່າງໆເລີຍ ຄາບນຳ້ມັນ, ຂີ້ຝຸ່ນ, ຂີ້ໝ້ຽງ ຫລື ສິ່ງເປິ ເປື້ອນອື່ນໆຈະຈັບຢູ່ແບັດເຕີຣີ ເຮັດໃຫ້ແບັດເຕີຣີລົດເສຍຫາຍ ຫລື ມີອາຍຸການໃຊ້ງານທີ່ສັ້ນລົງໄດ້ ສະນັ້ນ ຫາເວລາກວດເຊັກ ແລະ ລ້າງເຮັດຄວາມສະອາດປະມານເດືອນລະ 1 ເທື່ອ ຫລື ຖ້າບໍ່ມີເວລາແທ້ໆ ຢ່າງໜ້ອຍເປີດນຳ້ສີດແລ້ວເອົາຜ້າເຊັດໜ້ອຍໜຶ່ງ ດີກ່ວາການປ່ອຍປະໄວ້ດົນໆໃຫ້ສິ່ງເປິເປື້ອນທັງຫລາຍມາຈັບ ຫລື ຖ້າໄປລ້າງຢູ່ຮ້ານ ແຈ້ງໃຫ້ທາງຮ້ານລ້າງເຮັດຄວາມສະອາດຫ້ອງເຄື່ອງຈັກລົດນຳ ເປັນການຍືດອາຍຸການໃຊ້ງານແບັດເຕີຣີລົດທີ່ເຮັດໄດ້ງ່າຍ ແລະ ໄດ້ຜົນແທ້.

     5. ຫຸ້ມແບັດເຕີຣີດ້ວຍສະນວນກັນຄວາມຮ້ອນ ວິທີນີ້ຊ່ວຍຍືດອາຍຸການໃຊ້ງານແບັດເຕີຣີໄດ້ ເໝາະສົມກັບສະພາບອາກາດຮ້ອນອົບເອົ້າ ເພາະແບັດເຕີຣີລົດເຮັດວຽກໃນສະພາບອາກາດຮ້ອນຫລາຍ ຫລື ເຢັນຫລາຍຈະເຮັດໃຫ້ສູນເສຍໄຟຟ້າໄວກ່ວາປົກກະຕິ ເນື່ອງຈາກແບັດເຕີຣີເຮັດວຽກໜັກຂຶ້ນ ເຮົາສາມາດປ້ອງກັນແບັດເຕີຣີຈາກສະພາບອາກາດດັ່ງກ່າວໄດ້ໂດຍການໃຊ້ສະນວນກັນຄວາມຮ້ອນຄຸມໜ່ວຍແບັດເຕີຣີໄວ້ ການໃຊ້ສະນວນກັນຄວາມຮ້ອນມາຄຸມນັ້ນຈະຊ່ວຍປ້ອງກັນແບັດເຕີຣີຂອງເຮົາ ແລະ ເຮັດໃຫ້ອາຍຸການໃຊ້ງານແບັດເຕີຣີຂອງເຮົາຢູ່ໄດ້ດົນຍິ່ງຂຶ້ນ.

ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ - 4 - ບໍ່ຢາກປ່ຽນໝໍ້ໄຟລົດຫລາຍໆເທື່ອ ຕ້ອງຮູ້ 5 ວິທີຍືດອາຍຸການໃຊ້ງານ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!