ຜັກ ແລະ ໝາກໄມ້ສີເຫລືອງປ້ອງກັນມະເຮັງ
September 28, 2017 - 10:42 AM


ນັກວິໄຈມະຫາວິທະຍາໄລຮາວາຍຂອງສະຫະລັດອາເມລິກາ ແນະນຳໃຫ້ແມ່ຍິງບໍລິໂພກຜັກ ແລະ ໝາກໄມ້ຫລາຍໆ ເພື່ອຈະ ປ້ອງກັນພະຍາດມະເຮັງພົກຍ່ຽວ.
ພວກເຂົາລາຍງານໃນວາລະສານໂພຊະນາການ ວ່າຈາກການສຶກສາກັບແມ່ຍິງສູງອາຍຸຈຳນວນ 185.885 ຄົນ ເປັນເວລາດົນເຖິງ 12,5 ປີ ໄດ້ພົບວ່າແມ່ຍິງທີ່ກິນຜັກ ແລະ ໝາກໄມ້ຫລາຍທີ່ສຸດຈະມີໂອກາດເປັນພະຍາດມະເຮັງພົກຍ່ຽວໄດ້ໜ້ອຍທີ່ສຸດ ໂດຍຜູ້ທີ່ກິນຜັກ ແລະ ໝາກໄມ້ສີເຫລືອງຈະປ້ອງກັນພະຍາດໄດ້ຫລາຍກ່ວາຜູ້ທີ່ກິນໜ້ອຍທີ່ສຸດເຖິງ 52% ແລະ ກໍຍັງພົບຕື່ມວ່າ : ແມ່ຍິງທີ່ກິນວິຕາມິນ A, ວິຕາມິນ C ແລະ ວິຕາມິນ E ຫລາຍທີ່ສຸດ ກໍເປັນພະຍາດໄດ້ຍາກເຊັ່ນກັນ.
ແນວໃດກໍຕາມ, ຜົນການສຶກສາເທື່ອນີ້ບໍ່ໄດ້ກ່ຽວຂ້ອງກັບຜູ້ຊາຍ ຫົວໜ້ານັກວິໄຈແຈ້ງວ່າ : ຈະພະຍາຍາມສຶກສາຕໍ່ໄປເພື່ອ ເບິ່ງວ່າເປັນຫຍັງຜົນປະໂຫຍດຂອງການກິນໝາກໄມ້ຫລາຍຈຶ່ງບໍ່ເກີດກັບຜູ້ຊາຍເທົ່າແມ່ຍິງ.