ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19

ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - 125 - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19
ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - kitchen vibe - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19

       ໃນວັນທີ 12 ມີນາ 2020 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຖະແຫລງ ຕໍ່ສຶ່ມວນຊົນຢ່າງເປັນທາງການ ວ່າ: ເນື່ອງຈາກວ່າການລະບາດຂອງພະ ຍາດອັກເສບປອດ ຈາກເຊື່ອຈຸລະໂຣກສາຍພັນໃໝ່ COVID-19 ນັມື້ໄດ້ເພີ່ມທະວີຄວາມຮຸນແຮງ ແລະ ໄດ້ສ້າງ ຄວາມເສຍຫາຍຕໍ່ຊີວິດຂອງຄົນ, ກະທົບຕໍ່ເສດຖະກິດ ແລະ ການທ່ອງທ່ຽວຢ່າງໃຫຍ່ຫລວງ ໃນຫລາຍປະເທດ; ຂະນະທີ່ອົງການອະນາໄມໂລກ ກໍໄດ້ແຈ້ງເຕືອນໄພອັນຕະລາຍຂອງພະ ຍາດ ດັ່ງກ່າວເຖິງຂັ້ນສູງສຸດ ແລະ ຮຽກຮ້ອງໃຫ້ທຸກປະເທດ ມີມາດ ຕາການປ້ອງກັນສະກັດ ກັ້ນຢ່າງເຂັ້ມງວດ ໂດຍໃຫ້ຈໍາກັດການເຕົ້າໂຮມຄົນເປັນຈຳນວນຫລາຍ ໄປຄຽງຄູ່ກັບການ ໃຊ້ມາດຕະການອື່ນໆ ທີ່ຈຳເປັນ ເພື່ອປ້ອງກັນການລະບາດຂອງພະຍາດຮ້າຍແຮງນີ້ ແລະ ມາຮອດປັດຈຸບັນ ເຖິງວ່າ ລາວເຮົາຍັງບໍ່ທັນມີກໍລະນີຜູ້ຕິດ ເຊື້ອພະຍາດດັ່ງກ່າວກໍຕາມ, ແຕ່ກໍມີຄວາມສ່ຽງສູງທີ່ອາດເກີດການລະບາດ, ຍ້ອນຫລາຍປະເທດອ້ອມຂ້າງໄດ້ມີການລະ ບາດຂອງພະຍາດດັ່ງກ່າວແລ້ວ.

        ດັ່ງນັ້ນ ໃນນາມຕາງໜ້າໃຫ້ຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫລີມສະຫລອງ ວັນສຳຄັນຂອງພັກ-ຂອງຊາດປະຈຳ ປີ 2020 ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນ ຄ້າຍວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວ ລາວສ້າງຊາດ ຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນອື່ນໆ, ພິເສດແມ່ນ ການກະກຽມສະເຫລີມສະຫລອງວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 65 ປີ ໃນວັນທີ 22 ມີນາ ທີ່ຈະມາເຖິງນີ້ ຊຶ່ງໄດ້ມີການເຄື່ອນໄຫວ ທີ່ເຕັມໄປດ້ວຍເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດອັນຟົດຟື້ນໃນຂອບເຂດທົ່ວປະ ເທດ, ແຕ່ກໍຕ້ອງໄດ້ໂຈະການຊຸມນຸມໃຫຍ່ໃນວັນດັ່ງກ່າວ , ພ້ອມທັງໃຫ້ຄະນະພັກ, ອຳນາດ ການປົກຄອງຂັ້ນຕ່າງໆ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໄດ້ຍົກເລີກທຸກແຜນການທີ່ພົວ ພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫລາຍ.ໂດຍສະຫາຍເລຂາທິການ ໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ຈະກ່າວຄຳປາໄສທາງໂທລະພາບ, ວິທະຍຸ ແລະ ເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍ, ໜັງສືພິມທາງການ ແລະ ສື່ສິ່ງພິມອື່ນໆຢ່າງກວ້າງ ຂວາງ.ເພື່ອການໂຄສະນາ, ປຸກລະດົມ ແລະ ຊຸກຍູ້ຂະບວນການຕອ້ນຮັບວັນສຳຄັນດັ່ງກ່າວ ຢ່າງແຂງແຮງ ແລະ ຕໍ່ເນື່ອງ ດ້ວຍ ບົດຄວາມ, ບົດຂ່າວ, ສາລະຄະດີ, ບົດເພງ, ບົດສຳພາດ, ບົດເລົ່າມູນເຊື້ອ, ບົດວຽກດີຄົນເດັ່ນ…ເລີ່ມແຕ່ດຽວນີ້ ໄປຈົນຮອດເດືອນ ເມສາ 2020.

ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19
ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19
ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - 3 - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19
ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - 4 - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19
ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19 - 5 - ສປປ ລາວ ປະກາດຍົກເລີກງານໂຮມຊຸມນຸມ ແລະ ພິທີ ສະຫລອງວັນສໍາຄັນຂອງພັກ-ຂອງຊາດ ປ້ອງກັນໂຄວິດ-19