ທຸລະກິດອະສັງຫາລິມະຊັບພວມໄດ້ຮັບຄວາມສົນໃຈໃນລາວ




ທຸລະກິດອະສັງຫາລິມະຊັບ ເປັນທຸລະກິດທີ່ເກີດຂຶ້ນໃໝ່ໃນລາວ, ແຕ່ໄດ້ຮັບ ຄວາມສົນໃຈຈາກສັງຄົມເປັນຈຳນວນບໍ່ໜ້ອຍ, ປັດຈຸບັນ ບໍລິສັດທີ່ໃຫ້ບໍລິການ ຮັບຝາກຊື້, ຂາຍ, ເຊົ່າ ແລະ ລົງທຶນດ້ານອະສັງຫາລິມະຊັບ ພວມເກີດຂຶ້ນໃນ ສປປ ລາວ ເປັນຈຳນວນຫລວງຫລາຍ, ແຕ່ບໍລິສັດທີ່ມີມາດຕະຖານລະດັບສາກົນກໍຍັງມີ ໜ້ອຍ, ກົງກັນຂ້າມກັບບໍລິສັດ ເຊັນຈູລີ້ 21, ເປັນບໍລິສັດ ອະສັງຫາລິມາຊັບ ທີ່ມີຕົ້ນກໍາເນີດມາຈາກປະເທດອາເມລິກາຕັ້ງແຕ່ປີ 1941, ປັດຈຸບັນມີຫລາຍ ກວ່າ 10 ພັນສາຂາໃນ 90 ປະເທດທົ່ວໂລກ, ຊຶ່ງໃຫ້ບໍລິການແບບຊື່ສັດ ແລະ ວ່ອງໄວດ້ວຍມາດຕະຖານສາກົນ.
ທ່ານນາງ ດາຣາພົງ ຍຸຕິທຳ ອຳນວຍການບໍລິສັດ ເຊັນຈູລີ້ 21 ຣຽວໂປຣ (Century 21 Real Pro) ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາເມື່ອທ້າຍອາ ທິດຜ່ານມາວ່າ: ວິໄສທັດຂອງບໍລິສັດ ແມ່ນເພື່ອຍົກລະດັບການໃຫ້ບໍລິການ ທາງດ້ານອະສັງຫາລິມະຊັບ ໃນລາວໃຫ້ໄດ້ມາດຕະຖານຍິ່ງຂຶ້ນ, ໂດຍອີງໃສ່ການ ໃຫ້ບໍລິການທີ່ມີຄຸນນະພາບ ແລະ ຊັດເຈນ, ໂດຍຊື່ສຽງ (ແບຣນ) ອະສັງຫາ ເຊັນຈູລີ້ 21 ແມ່ນໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າມາຫລາຍກວ່າ 40 ປີ, ຍ້ອນການ ໃຫ້ບໍລິການທີ່ວ່ອງໄວ, ຊື່ສັດໂປ່ງໃສ ແລະ ມີປະສິດທິພາບ ແລະ ສິ່ງນັ້ນ ກໍໄດ້ຊ່ວຍໃຫ້ບໍລິສັດປະສົບຜົນສຳເລັດທາງດ້ານອະສັງຫາລິມະຊັບທັງພາຍໃນ ແລະ ຕ່າງປະເທດຕະຫລອດມາ, ບໍລິສັດດັ່ງກ່າວ ເປັນບໍລິສັດ ແບຣນສາກົນທຳອິດໃນລາວທີ່ຫາ ກໍເປີດໂຕເປັນທາງການໃນຕົ້ນປີນີ້, ໂດຍການຊື້ລິຂະສິດມາຈາກ ເຊັນຈູລີ້ 21 ປະເທດໄທ ໂດຍກົງ, ເພື່ອນຳມາ ບໍລິການລູກຄ້າຢູ່ລາວໂດຍສະເພາະ, ບໍລິສັດດັ່ງກ່າວ ຍັງໄດ້ຍົກລະດັບ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຂອງຕົນຢູ່ເລື້ອຍໆ, ໂດຍເນັ້ນໃສ່ທັກສະດ້ານການໃຫ້ບໍລິການຢ່າງເປັນມືອາຊີບ ເພື່ອເຮັດໃຫ້ການ ເຮັດວຽກມີປະສິດທິພາບຫລາຍຂຶ້ນ.
ປັດຈຸບັນ ບໍລິສັດດັ່ງກ່າວ ມີລູກຄ້າປະຈຳເພີ່ມຂຶ້ນເລື້ອຍໆ, ຊຶ່ງເກີນຄວາມ ຄາດໝາຍຂອງບໍລິສັດ, ໂດຍລູກຄ້າສ່ວນໃຫຍ່ເປັນຄົນຕ່າງປະເທດ, ພ້ອມກັນ ນັ້ນ ລູກຄ້າຄົນລາວກໍໃຫ້ຄວາມສົນໃຈ ແລະ ຫັນມາໃຊ້ບໍລິການຫລາຍຂຶ້ນ.