ແຟນບານສົ່ງກຳລັງໃຈ ມິເກວ ອາຣເຕຕ້າ ຂະນະນີ້ອາການດີຂຶ້ນ ຫຼັງຈາກທີ່ຕິດເຊື້ອໄວຣັສ ໂຄວິດ-19


ມິເກວ ອາຣເຕຕ້າ ຜູ້ຈັດການທີມ ອາເຊນອລ ທີມດັງໃນລີກພຣີເມຍລີກອັງກີດ ໄດ້ໂພສຂໍ້ຄວາມຜ່ານທະວິດເຕີສ່ວນຕົວວ່າ: ຂອບໃຈສຳລັບທຸກກຳລັງໃຈ ຕອນນີ້ຂ້ອຍຮູ້ສຶກດີຂຶ້ນຫຼາຍ, ພວກເຮົາທຸກຄົນກຳລັງຜະເຊີນກັບຄວາມທ້າທາຍ ທີ່ບໍ່ເຄີຍມີມາກ່ອນ, ຕອນນີ້ ພວກເຮົາຕ້ອງຄຳນຶງເຖິງສຸຂະພາບເປັນຫຼັກ ຕ້ອງຊ່ວຍກັນປ້ອງກັນ ແລະ ປະຕິບັດຕາມຄຳແນະນຳ ເຊື່ອວ່າພວກເຮົາຈະຜ່ານບັນຫານີ້ໄປພ້ອມກັນ
ເມື່ອຮູ້ວ່າ ອາຣເຕຕ້າ ຕິດເຊື້ອໂຄວິດ-19, ທາງສະໂມສອນ ອາເຊນອລ ໄດ້ປິດສະໜາມຊ້ອມ ນອກຈາກນັ້ນຍັງໄດ້ກັກຕົວບຸກຄົນໃກ້ຊິດກັບ ອາຣເຕຕ້າ ເພື່ອຕິດຕາມອາການຕາມກຳນົດ 14 ວັນ ຊຶ່ງຄາດວ່າມີຈໍານວນຫຼາຍ ລວມເຖິງນັກເຕະໃນທີມຊຸດໃຫຍ່, ທີມງານ ແລະ ທີມອາຄາເດມີ້ ຈໍານວນໜຶ່ງ.


ປະຈຸບັນ ລັດຖະບານຂອງປະເທດອັງກິດ ໄດ້ສັ່ງເລື່ອນການແຂ່ງຂັນຫຼາຍປະເພດກິລາທີ່ມີການຊຸມນຸມຄົນຈຳນວນຫລາຍ ລວມທັງ ເຕະບານ ພຣີເມຍລີກ ແລະ ແຊ້ມປ້ຽນຊິບ ຈົນໄປເຖິງວັນທີ 3 ເມສານີ້ ເພື່ອປ້ອງກັນການຕິດເຊື້ອໂຄວິດ-19.
ສໍາລັບຕົວເລກຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃນປະເທດອັງກິດ ມາເຖິງປະຈຸບັນ 790 ກວ່າຄົນ ເສຍຊີວິດແລ້ວ 11 ຄົນ ແລະ ທົ່ວທຸກພື້ນທີ່ໃນທະວີບຢູໂຣ ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆໂດຍສະເພາະອີຕາລີ ມີຜູ້ຕິດເຊື້ອແລ້ວຫລາຍກວ່າ 17,000 1200 ກວ່າຄົນ.