ປກສ ເມືອງ ສີໂຄດຕະບອງ ຈັບໄວລຸ້ນຄ້າຂາຍຢາເສບຕິດ.
March 19, 2020 - 5:38 PM


ເມື່ອມໍ່ໆມານີ້ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ, ໄດ້ຈັບຕົວທ້າວ ອານຸສອນ ອາຍຸ 19 ປີ ຢູ່ ບ້ານ ໜອງບົວທອງໃຕ້, ມາດຳເນີນຄະດີໃນຂໍ້ຫາຄ້າຂາຍຢາເສບຕິດ, ໃນຂະນະຜູ້ກ່ຽວກໍາລັງນຳຢາບ້າ ຈໍານວນ 573 ເມັດທີ່ຊື້ມາຈາກໝູ່ພາຍໃນບ້ານເພື່ອນຳໄປຂາຍໃຫ້ກັບໄວລຸ້ນຕາມຮ້ານເກມອອນລາຍຕ່າງໆ.
ໄອຍະການ ປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີຜ່ານມາ ອົງການຕົນໄດ້ຮັບສຳນວນຄະດີອາຍາຂັ້ນຕົ້ນ 3.800 ກ່ວາເລື່ອງ ແລະ ໄດ້ສັ່ງຟ້ອງໄປສານແລ້ວ 2 ພັນກ່ວາເລື່ອງ, ສ່ວນໃຫຍ່ແມ່ນຄະດີຄ້າຂາຍຢາເສບຕິດ ແລະ ລັກຊັບ, ປັດຈຸບັນ ພວມຢູ່ໃນການຄົ້ນຄ້ວາ 321 ເລື່ອງ ໂດຍສະເພາະແມ່ນຄະດີຢາເສບຕິດ.