ເມືອງທ່າແຕງຈະເພີ່ມທະວີສະກັດກັ້ນການບຸກລຸກປ່າໄມ້ຫວງຫ້າມ
March 23, 2020 - 1:53 PM


ເນື່ອງຈາກວ່າ:ໃນຜ່ານມານີ້ຍັງມີຫຼາຍຄອບຄົວຢູ່ເມືອງທ່າແຕງ ແຂວງເຊກອງໄດ້ລະເມີດບຸກລຸກປ່າໄມ້ຫວງຫ້າມເຊັ່ນ: ຢູ່ປ່າຫ້ວຍໂລ, ປ່າປ້ອງກັນຍອດນໍ້າຫົວເຊໂດນ ແລະ ປ່າປ້ອງກັນສາຍພູຈວມ ເພື່ອການຜະລິດ. ດັ່ງນັ້ນ ໃນທ້າຍອາທິດຜ່ານມານີ້, ອຳນາດການປົກຄອງເມືອງໄດ້ຕົກລົງເພີ່ມທະວີການຄຸ້ມຄອງໂດຍຈະໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ, ຕາມການແນະນຳຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງ , ເພື່ອສືບຕໍ່ສະກັດກັ້ນການບຸກລຸກທຳລາຍປ່າໄມ້ໃຫ້ມີປະສິດທິຜົນ, ໂດຍມອບໃຫ້ແໜງການກ່ຽວຂ້ອງເປັນເຈົ້າການກຳນົດມາດຕະການຕ່າງໆໃຫ້ເຂັ້ມງວດຕາມລະບຽບກົດໝາຍ.
ຮອງເຈົ້າແຂວງມີຄຳເຫັນວ່າ: ກ່ອນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນານີ້ໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນກະກຽມເບ້ຍໄມ້ເພື່ອຕອບສະຫນອງໃຫ້ຂະບວນການປູກໄມ້ຂອງເມືອງໄດ້ພຽງພໍ ແລະ ຕິດພັນກັບການປົກປັກຮັກສາໄມ້ປູກໃຫມ່ໃຫ້ລອດເຫຼືອຢ່າງໜ້ອຍ 80 %.