ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ

ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ - 254 - ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ
ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ - kitchen vibe - ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ

     ປະທານາທິບໍດີ ວະລາດິເມຍ ປູຕິນ ເດີນທາງໄປໂຮງໝໍແຫ່ງໜຶ່ງ ເພື່ອຢ້ຽມຢາມຜູ້ປ່ວຍຈາກໂຣກໂຄວິດ-19 ແລະ ບຸກຄະລາກອນແພດ. ຂະນະທີ່ໜຶ່ງໃນທີມງານຂອງຜູ້ນຳຣັດເຊຍເຕືອນທຸກຝ່າຍພ້ອມຮັບມື “ສະຖານະການຮຸນແຮງທີ່ສຸດ”.

     ປະທານາທິບໍດີ ວະລາດິເມຍ ປູຕິນ ລົງພື້ນທີ່ໂຮງໝໍກອມມູນາກາ ນອກນະຄອນຫລວງມົດສະກູ ໃນວັນທີ 24 ມີນາ ເພື່ອຢ້ຽມຢາມຜູ້ທີ່ກຳລັງເຂົ້າຮັບການປິ່ນປົວອາການປ່ວຍຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ແລະ ສັງເກດການເຮັດວຽກຂອງບຸກຄະລາກອນການແພດ ພ້ອມທັງໃຫ້ກຳລັງໃຈທຸກຝ່າຍ.

ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ - Visit Laos Visit SALANA BOUTIQUE HOTEL - ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ

     ປັດຈຸບັນ ຣັດເຊຍມີຜູ້ປ່ວຍຈາກໂຄວິດ-19 ຢ່າງໜ້ອຍ 495 ຄົນ ໂດຍມີການຢືນຢັນຜູ້ຕິດເຊື້ອຄົນທຳອິດໃນວັນທີ 31 ມັງກອນຜ່ານມາ ໂດຍມີຜູ້ໄດ້ຮັບການປິ່ນປົວດີແລ້ວ 22 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 1 ຄົນ ເຖິງວ່າສະຖິຕິດັ່ງກ່າວຍັງຖືວ່າຫ່າງໄກຈາກສະຖານະການຢູ່ເອີຣົບ ແລະ ອາເມລິກາ ແລະ ທ່ານ ປູຕິນ ຢືນຢັນວ່າ: ລັດຖະບານ “ຄວບຄຸມສະຖານະການໄດ້”, ແຕ່ທ່ານ ເຊີເກ ຊອບຢານິນ ເຈົ້າຄອງນະຄອນຫລວງມົດສະກູ ເຊິ່ງໄດ້ຮັບມອບໝາຍຈາກທຳນຽບເກຣມລິນ ໃຫ້ປະຕິບັດໜ້າທີ່ເປັນຫົວໜ້າຄະນະສະເພາະກິດຕໍ່ຕ້ານໂຣກໂຄວິດ-19 ກ່າວວ່າ: ຂະບວນການກວດຄັດກອງທີ່ຍັງຊັກຊ້າ ເຮັດໃຫ້ທຸກຝ່າຍຍັງບໍ່ຮູ້ “ຂອບເຂດແທ້ຈິງ” ຂອງການແຜ່ລະບາດ.

ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ - 3 - ທ່ານ ປູຕິນ ລົງພື້ນທີ່ໂຮງໝໍປິ່ນປົວຜູ້ຕິດໄວຣັສໂຄໂຣນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!