ໄລຍະການແຜ່ລະຍາດຂອງໂຄວິດ-19 ນະຄອນຫລວງວຽງຈັນ ສັ່ງຄຸມເຂັ້ມການລັກລອບຂ້າມໄປ-ມາ ລຽບຕາມຊາຍແດນລາວ-ໄທ
ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 23 ມີນາ ນີ້, ໄດ້ມີປະຊາຊົນຈຳນວນຫນຶ່ງລັກລອບຂ້າມດ່ານທ້ອງຖິ່ນແບບຜິດກົດໝາຍ, ພາຍຫລັງທີ່ລັດຖະບານໄດ້ສັ່ງໃຫ້ປິດດ່ານດັ່ງກ່າວແລ້ວ, ພຽງບໍ່ເທົ່າໃດວັນສາມາດກັກຕົວຜູ້ລັກຂ້າມດັ່ງກ່າວໄດ້ທັງໝົດ 20 ກ່ວາຄົນ, ສ່ວນໃຫຍ່ແມ່ນ ຢູ່ດ່ານເຂດບ້ານ ໝາກຮຽວ ເມືອງ ປາກງື່ມ ແລະ ໃນວັນທີ 25 ມີນາ ນີ້, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ເຈົ້າໜ້າທີ່ ທຸກພາກສ່ວນ ຢູ່ລຽບຕາມຊາຍແດນລາວ-ໄທ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ຢ່າງເຂັ້ມງວດຕໍ່ຜູ້ລັກຂ້າມແດນດັ່ງກ່າວ, ຖ້າວ່າພົບເຫັນໃຫ້ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ເພື່ອກວດກາສຸຂະພາບ ແລະ ນຳຕົວໄປກັກບໍລິເວນຢູ່ຕາມຈຸດຕ່າງໆຄື: ເມືອງປາກງື່ມ (ມສ ໝາກນາວ), ເມືອງ ຫາດຊາຍຟອງ (ມຕົ້ນ ດອນສະຫວ່າງ), ເມືອງ ສີສັດຕະນາກ (ໂຮງຮຽນປະຖົມ ດອນກອຍ), ເມືອງ ຈັນທະບູລີ (ມປາຍ ອຸດົມເລກ9), ເມືອງ ສີໂຄດຕະບອງ (ໂຮງຮຽນປະຖົມບ້ານໃໝ່) ແລະ ເມືອງ ສັງທອງ (ມສ ນໍ້າສັງ).