ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ

ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ - rrrtt - ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ
ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ - kitchen vibe - ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ

ໂດຍ: ມຶກບໍ່ແຫ້ງ

ເມື່ອການປະກາດເປັນທາງການວ່າ ສປປລາວ ມີຜູ້ຕິດເຊື້ອພະຍາດອັກເສບປອດ 2 ກໍລະນີ ທຳອິດເມື່ອວັນທີ 24 ມີນາ ທີ່ຜ່ານມາ, ການເພີ່ມຄວາມລະມັດລະວັງ ໃນການປ້ອງກັນຕ້ອງຢູ່ໃນລະດັບສູງສຸດ.

ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ - Visit Laos Visit SALANA BOUTIQUE HOTEL - ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ

ຫຼາຍປະເທດໃນໂລກກາຍເປັນສູນກາງການແຜ່ລະບາດ ແລະການເສຍຊີວິດຢ່າງໄວວາ ຍ້ອນຍັງຂາດບົດຮຽນ ແລະ ຂາດການເອົາໃຈໃສ່ຢ່າງຈິງຈັງໃນການຄວບຄຸມປ້ອງກັນ ຂອງລັດຖະບານ ແລະປະຊາຊົນ ເມື່ອພົບກໍລະນີທີ່ຕິດເຊື້ອພຽງ 1-2 ຈົນນຳໄປສູ່ຫາຍະນະ ທີ່ຄາດບໍ່ເຖິງ.

ພວກເຮົາ ສປປລາວ ເປັນປະເທດສຸດທ້າຍໃນພາກພື້ນ ທີ່ໄດ້ພົບຜູ້ຕິດເຊື້ອພະຍາດນີ້ ເຊິ່ງແນ່ນອນ ພວກເຮົາ ອາດມີບົດຮຽນບໍ່ຫຼາຍກໍໜ້ອຍຈາກຫຼາຍປະເທດໃນໂລກທີ່ກຳລັງປະເຊີນໜ້າຢູ່ ຕໍ່ສູ້ກັບພະຍາດນີ້ ໂດຍສະເພາະ ວິທີປ້ອງກັນ ແລະ ໃຫ້ຄວາມສຳຄັນ ລະດັບສູງສຸດໃນການປ້ອງກັນ.

ໄຕ້ຫວັນ ແມ່ນຕົວຢ່າງທີ່ດີປະເທດໜຶ່ງ, ຍ້ອນໄດ້ບົດຮຽນຈາກການແຜ່ລະບາດຂອງໂຣກຊາຣສ໌ (SARS) ໃນປີ 2003 ນັ້ນ ໄດ້ເຮັດໃຫ້ ໄຕ້ຫວັນສ້າງຄວາມກຽມພ້ອມຮອບດ້ານຕໍ່ພະຍາດລະບາດ, ນອກຈາກ ການສ້າງຄວາມເຂັ້ມແຂງທາງດ້ານແພດ ແລະ ຄະນະຮັບຜິດຊອບສະເພາະຂັ້ນສູງກາງແລ້ວ, ຢູ່ໄຕ້ຫວັນ ປະຊາຊົນ ມີຄວາມຮັບຜິດຊອບຕໍ່ສັງຄົມເປັນຢ່າງດີ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ຂອງຄົນເຮືອນໃກ້ກັນ, ການເອົາໃຈໃນ ການ ແຍກຕົວອອກຈາກກຸ່ມຄົນ ທີ່ແອອັດ. ຈົນເຮັດໃຫ້ ມາຮອດປັດຈຸບັນ ປະເທດດັ່ງກ່າວ ມີຜູ້ເສຍຊີວິດເນື່ອງຈາກພະຍາດດັ່ງກ່າວພຽງ 2 ຄົນ.

ປະເທດ ສິງກະໂປ ແມ່ນໄດ້ຮັບການຍົກຍ້ອງຈາກສາກົນໃນຄວາມເອົາໃຈໃສ່ ໂດຍສະເພາະ ການສື່ສານຂອງຜູ້ນຳ ຕໍ່ປະຊາຊົນໃນການຮັບມື, ປ້ອງກັນ ແລະຄວບຄຸມການແຜ່ລະບາດ ເຊິ່ງສ້າງຄວາມເປັນເຈົ້າທົ່ວສັງຄົມ ເພື່ອຈຳກັດການລະບາດຂອງພະຍາດດັ່ງກ່າວໄດ້ດີສົມຄວນ.

ເຖິງວ່າສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືລະດັບຄວາມຕື່ນຕົວພວກເຮົາຍັງແຕກຕ່າງຈາກ ສອງປະເທດດັ່ງກ່າວ ແຕ່ຜູ້ຂຽນຍັງເຊື່ອໝັ້ນການນຳພາຂອງລັດຖະບານເຮົາ ຄຽງຄູ່ກັບ ການເອົາໃຈໃສ່ ໃຫ້ການຮ່ວມມືຂອງປະຊາຊົນ ໃນການຮັບມືກັບ ພະຍາດແຜ່ລະບາດຄັ້ງນີ້.

ລັດຖະບານເຮົາໄດ້ເອົາໃຈໃສ່ໃນການປ້ອງກັນ, ສ້າງຄວາມກຽມພ້ອມໃນຫຼາຍດ້ານ ພິເສດ ຄະນະສະເພາະກິດ ໄດ້ອອກ ຄຳສັ່ງແນະນຳ ເລກທີ 15/ສພກ ລົງວັນທີ 24 ມີນາ 2020 ວ່າດ້ວຍການຈຳກັດບໍລິເວນຢູ່ສະຖານ ທີ່ພັກເຊົາຂອງຕົນເອງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ 19 (COVID 19) ເຊິ່ງເນັ້ນໜັກໃສ່ ທີ່ມາແຕ່ຕ່າງປະເທດ ຕ້ອງຈຳກັດບໍລິເວນຕົນເອງ ພ້ອມທັງຕິດຕາມຕົນເອງ, ພ້ອມນັ້ນ ປະຊາຊົນທົ່ວປະເທດ ຕ້ອງປະຕິບັດ ໃນການຈຳກັດບໍລິເວນຕົນເອງຢ່າງເຄັ່ງຄັດ.

ແລະ “ຫາກຜູ້ທີ່ຖືກຈຳກັດບໍລິເວນຕົນເອງ ບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດກຳນົດໄວ້ພາຍໃນ 14 ວັນ ແມ່ນຈະຖືກດຳເນີນການຕາມລະບຽບກົດໝາຍ”

ເພາະສະນັ້ນ, ເພື່ອຊ່ວຍໃຫ້ປະເທດພວກເຮົາສາມາດຄວບຄຸມການແຜ່ລະບາດພະຍາດດັ່ງກ່າວໄດ້ດີ, ປະຊາຊົນເຮົາ  ຕ້ອງເປັນເຈົ້າ ຕື່ນຕົວ ໃນການປະຕິບັດຕາມມາດຕະການທີ່ເຈົ້າໜ້າທີວາງອອກຢ່າງເຄັ່ງຄັດ.

ຢ່າລືມວ່າ ພະຍາດດັ່ງກາວກຳລັງລະບາດໄປທົ່ວໂລກ ແລະຍັງບໍ່ມີທ່າທີຫຼຸດໜ້ອຍຖອຍລົງ, ມາຮອດປັດຈຸບັນ 395,969 ຄົນຕິດເຊື້ອ, ເສຍຊີວິດແລ້ວ 18,084 ຄົນ, ສະນັ້ນ ບໍ່ມີຫຍັງຈະດີກວ່າການປ້ອງກັນ.

ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ - 5 - ຄວາມຮັບຜິດຊອບຕໍ່ສັງຄົມ ຕ້ອງມາກ່ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!