ສ.ເກົາຫລີ ເລັ່ງສຶກສາເຊື້ອໂຄວິດ-19 ຫລັງຜູ້ປ່ວຍຫາຍດີ 91 ຄົນກັບມາເປັນອີກ
ສຳນັກຂ່າວຊິນຮົວ ລາຍງານວ່າ: ວັນທີ 10 ເມສາ ສູນຄວບຄຸມ ແລະ ປ້ອງກັນໂຣກແຫ່ງ ສ.ເກົາຫລີ (KCDC) ລາຍງານວ່າ: ມີການສອບສວນທາງລະບາດວິທະຍາ ແລະ ທາງຄລີນິກໃນກຸ່ມຜູ້ປ່ວຍ 91 ຄົນ ທີ່ກັບມາມີຜົນທົດສອບການຕິດເຊື້ອເປັນບວກອີກ ຫລັງຈາກເຄີຍຖືກບົ່ງມະຕິວ່າ: ຟື້ນຕົວໂດຍສົມບູນແລ້ວ ເຊິ່ງເພີ່ມຂຶ້ນຈາກຕົວເລກຜູ້ກັບມາມີຜົນເປັນບວກອີກໃນວັນທີ 9 ເມສາຜ່ານມາ ສູງເຖິງ 74 ຄົນ.
ທ່ານ ຈອງອິນຍອງ ຜູ້ອຳນວຍການສູນດັ່ງກ່າວ ກ່າວວ່າ: ປັດຈຸບັນໄດ້ທົດສອບໂດຍການແຍກ ແລະ ລ້ຽງຈຸລັງໄວຣັສທີ່ໄດ້ຈາກອະໄວຍະວະທາງເດີນຫາຍໃຈຂອງຜູ້ທີ່ກັບມາມີຜົນເປັນບວກອີກ, ຄາດວ່າຕ້ອງໃຊ້ເວລາຢ່າງໜ້ອຍ 2 ອາທິດຈະສະຫລຸບຜົນໄດ້.
ທັງນີ້ ການທົດສອບດັ່ງກ່າວ ຍັງເຮັດຂຶ້ນກວດສອບວ່າ: ສາມາດເກັບແອນຕິບໍດີຈາກຕົວຢ່າງຂອງຜູ້ປ່ວຍກຸ່ມນີ້ໄດ້ ຫລື ບໍ່. ເບື້ອງຕົ້ນ ສູນ KCDC ພົບຄວາມເປັນໄປໄດ້ສູງຂຶ້ນທີ່ເຊື້ອໄວຣັສໂຄວິດ-19 ຍັງຫລົງເຫລືອຢູ່ໃນຈຸລັງບາງຈຸລັງ ເຊິ່ງອາດກັບມາມີຊີວິດໄດ້ອີກ ເນື່ອງຈາກກວດພົບເຊື້ອໃນໄລຍະເວລາບໍ່ດົນຫລັງຜູ້ປ່ວຍອອກຈາກພື້ນທີ່ກັກກັນ.
ສ່ວນລາຍງານຫລ້າສຸດຂອງ ສ.ເກົາຫລີ ລະບຸ ພົບຜູ້ຕິດໂຄວິດ-19 ອີກ 27 ຄົນໃນໄລຍະ 24 ຊົ່ວໂມງຜ່ານມາ ສົ່ງຜົນໃຫ້ຈຳນວນການຕິດເຊື້ອມີທັງໝົດ 10.450 ຄົນ ຖືເປັນຈຳນວນຜູ້ປ່ວຍໃໝ່ທີ່ຫລຸດຕໍ່າກວ່າ 30 ຄົນໃນຮອບ 50 ວັນຜ່ານມາ.