WHO ເຕືອນ ໂຄວິດລະບາດຊ້ຳ ຖ້າເປີດເສດຖະກິດໄວເກີນໄປ

ອົງການອະນາໄມໂລກ ອອກມາເຕືອນໂຄວິດ-19 ອາດລະບາດຊ້ຳອີກ ຖ້າຫລາຍປະເທດເປີດເສດຖະກິດໄວເກີນໄປ.
ອົງການອະນາໄມໂລກ (WHO) ເຕືອນວ່າ: ການຫລຸດຜ່ອນມາດຕະການຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໄວເກີນໄປ ອາດເຮັດໃຫ້ໂຄວິດ-19 ກັບມາລະບາດອີກ.
ທ່ານ ດຣ. ທາເຄຊິ ຄາຊາອິ ຜູ້ອຳນວຍການ WHO ປະຈຳປາຊີຟິກຕາເວັນຕົກ ກ່າວວ່າ: ເວລານີ້ບໍ່ຄວນຫລຸດຜ່ອນມາດຕະການ ແລະ ຕ້ອງກຽມຕົວໃຫ້ພ້ອມສຳລັບການໃຊ້ຊີວິດຮູບແບບໃໝ່ໃນອະນາຄົດອັນໃກ້.
“ລັດຖະບານປະເທດຕ່າງໆຍັງຕ້ອງຕື່ນຕົວ ເພື່ອຢຸດການແຜ່ລະບາດຂອງໂຄວິດ-19 ທັງການຫລຸດຜ່ອນມາດຕະການລັອກດາວ ແລະ ເວັນໄລຍະຫ່າງທາງສັງຄົມ ເຊິ່ງຈຳເປັນຕ້ອງເຮັດແບບຄ່ອຍເປັນຄ່ອຍໄປ ໂດຍຕ້ອງຮັກສາສົມດູນລະຫວ່າງສຸຂະພາບຂອງປະຊາຊົນກັບເສດຖະກິດ” ຜູ້ອຳນວຍການ WHO ປະຈຳພາກພື້ນປາຊີຟິກຕາເວັນຕົກ ກ່າວ.
ເຖິງຢ່າງໃດກໍຕາມ, ຄຳເຕືອນດັ່ງກ່າວມີຂຶ້ນຫລັງຈາກລັດຖະບານຫລາຍປະເທດເລີ່ມວາງແຜນຫລຸດຜ່ອນມາດຕະການລັອກດາວ ເພື່ອເປີດເສດຖະກິດອີກເທື່ອໜຶ່ງ.