ທ່ານ ມາກອດ ກ່າວວ່າ ຟີລິບປິນອາດເຈລະຈາ ຊື້ນ້ຳມັນລາຄາຖືກຈາກຣັດເຊຍ
October 5, 2022 - 11:13 PM


ປະທານາທິບໍດີ ເຟີດິນານ ມາກອດ ຈູເນຍ ຜູ້ນຳຟີລິບປິນ ກ່າວວ່າ: ລັດຖະບານຟີລິບປິນອາດຕິດຕໍ່ຣັດເຊຍ ເພື່ອເຈລະຈາຊື້ນ້ຳມັນ ທ່າມກາງລາຄານ້ຳມັນເພີ່ມສູງຂຶ້ນໃນຕະຫລາດໂລກ.
ນອກຈາກນີ້, ປະທານາທິບໍດີ ມາກອດ ເປີດເຜີຍວ່າ: ລັດຖະບານຟີລິບປິນອາດເຈລະຈາຊື້ປຸ໋ຍຈາກຣັດເຊຍເຊັ່ນກັນ.
ຄຳຖະແຫລງຂອງຜູ້ນຳຟີລິບປິນມີຂຶ້ນ ຫລັງຈາກລັດຖະບານອິນໂດເນເຊຍເປີດເຜີຍກ່ອນໜ້ານີ້ວ່າ: ອິນໂດເນເຊຍໄດ້ຮັບຂໍ້ສະເໜີຈາກຣັດເຊຍທີ່ຈະຂາຍນ້ຳມັນດິບໃນລາຄາຖືກກວ່າຕະຫລາດເຖິງ 30%.
ທັງນີ້, ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດເນເຊຍ ກຳລັງພິຈາລະນາຂໍ້ສະເໜີດັ່ງກ່າວ ແຕ່ມີຫລາຍຝ່າຍກັງວົນວ່າ: ອິນໂດເນເຊຍອາດຖືກອາເມລິກາຂວ້ຳບາດ ຖ້າຍອມຮັບຂໍ້ສະເໜີຂອງຣັດເຊຍ.