ລາວເລັ່ງແກ້ໄຂເງິນອຸດຫນູນໃຫ້ແຮງງານ ໃນລະບົບປະກັນສັງຄົມໄດ້ຮັບຜົນກະທົບ ຈາກໂຄວິດ-19 ຜູ້ລະ 5 ແສນກີບຕໍ່ເດືອນ
ໃນເດືອນພຶດສະພາ-ມິຖຸນານີ້, ພະນັກງານ ແລະ ກໍາມະກອນ 80 ພັນກວ່າຄົນ ທີ່ນອນໃນລະບົບປະກັນສັງຄົມຈະໄດ້ຮັບເງິນອຸດຫນູນຜູ້ລະ 5 ແສນກີບຕໍ່ເດືອນ ຈາກກອງທຶນປະກັນສັງຄົມ ເພື່ອຊ່ວຍບັນເທົາຜົນກະທົບຈາກສະພາບການລະບາດຂອງພະຍາດ COVID-19.
ບັນຫານີ້ໄດ້ຍົກຂຶ້ນປຶກສາຫາລືຢູ່ກອງປະຊຸມກ່ຽວກັບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນຫົວຫນ້າຄະນະສະເພາະກິດດ້ານເສດຖະກິດ ເຊິ່ງພາຍຫລັງໄດ້ຮັບຟັງລາຍງານຈາກຫນ່ວຍງານນະໂຍບາຍດ້ານແຮງງານວ່າ: ພາຍຫລັງໄດ້ປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດເຫັນວ່າ: ມາຮອດປັດຈຸບັນ ການເກັບຂໍ້ມູນຂອງກໍາລັງແຮງງານຈາກຂະແຫນງການຕ່າງໆຍັງບໍ່ທັນຄົບຖ້ວນກໍຕາມ, ແຕ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນມີຄວາມສາມາດທີ່ຈະສະຫນອງເງິນອຸດຫນູນໃຫ້ກໍາລັງແຮງງານທີ່ນອນຢູ່ໃນລະບົບປະກັນສັງຄົມເຊິ່ງມີຈໍານວນ 117.000 ກວ່າຄົນນັ້ນເຫັນວ່າມີຜູ້ໄດ້ຮັບຜົນກະທົບຕົວຈິງປະມານ 80 ພັນກວ່າຄົນ.
ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊີ້ນໍາໃຫ້ຫນ່ວຍງານດັ່ງກ່າວເລັ່ງສົມທົບກັບຂະແຫນງການກ່ຽວຂ້ອງຕ່າງໆ ເພື່ອຄົ້ນຄວ້າເງິນອຸດຫນູນຈ່າຍໃຫ້ແຮງງານດັ່ງກ່າວຕາມຄວາມຮັບຜິດຊອບ ແລະ ລະບຽບການໃນເດືອນພຶດສະພາ ແລະ ມິຖຸນານີ້. ສ່ວນລັດຖະບານຈະຄົ້ນຄວ້າຮັບຜິດຊອບຈໍານວນແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ໂດຍສະເພາະຂະແຫນງການທີ່ໄດ້ຮັບຜົນກະທົບຫລາຍ.