ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

- kitchen vibe - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

- 11 2 - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

ມະນິລາ 12 ມິຖຸນາ: ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ຂອງ​ຟີ​ລິບ​ປິນ ປະຕິ​ເສດ​ວ່າ: ບໍ່​ໄດ້​ຂໍ​ໃຫ້​ອາ​ເມ​ລິ​ກາ​ຊ່ວຍ​ຢຸດຕິ​ເຫດ​ກຸ່ມ​ຕິດ​ອາວຸດ​ຍຶດ​ເມືອງ​ມາລາ​ວີ ທາງ​ຕອນ​ໃຕ້​ຂອງ​ປະ​ເທດ​ຕາມ​ທີ່​ອາ​ເມ​ລິ​ກາ​ໃຫ້​ຂ່າວ.

- Visit Laos Visit SALANA BOUTIQUE HOTEL - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

 

+ ອາເມລິກາກຳລັງຊ່ວຍຟີລິບປິນຢຸດຕິເຫດກຸ່ມຕິດອາວຸດຍຶດເມືອງທາງໃຕ້

+ ອິນໂດເນເຊຍຈັບກຸມຊາຍພົວພັນເຫດຄວາມບໍ່ສະຫງົບຢູ່ຟີລິບປິນ

+ ກອງທັບຟີລິບປິນເຊື່ອເຫດຄວາມບໍ່ສະຫງົບຢູ່ມາລາວີໃກ້ຢຸດແລ້ວ

 

ປະທານາທິບໍດີ ດູ​ເຕີ​ເຕ ຖະ​ແຫລ​ງຂ່າວ​ຢູ່​ເມືອງ​ຄາ​ກາ​ຍັນ ​ເດິ ​ໂອ​ໂຣ ຫ່າງ​ຈາກ​ເມືອງ​ມາລາ​ວີ ​ໃນ​ເກາະ​ມິນ​ດາ​ເນົາ​ໄປ 100 ກິ​ໂລ​ແມັດ ​ໃນ​ວັນ​ທີ 11 ມິຖຸນາ​ນີ້​ວ່າ: ບໍ່​ເຄີຍ​ຕິດ​ຕໍ່​ຂໍ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມ​ລິ​ກາ, ທ່ານ​ຫາ​ກໍ​ຮູ້​ເມື່ອ​ກອງ​ກຳລັງ​ອາ​ເມ​ລິ​ກາ​ເຂົ້າມາ​ໃນ​ພື້ນທີ່​ແລ້ວ. ທ່ານ ດູ​ເຕີ​ເຕ ຢືນຢັນ​ວ່າ: ທ່ານ​ມີ​ອຳນາດ​ເໜືອ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຕາມ​ກົດ​ໄອ​ຍະ​ການ​ເສິກ​ທີ່​ປະກາດ​ຢູ່​ເກາະ​ມິນ​ດາ​ເນົາ​ມາ​ແຕ່​ວັນ​ທີ 23 ພຶດສະພາ, ​ແຕ່​ບໍ່​ໄດ້​ກ່າວ​ວ່າ​ກອງທັບ​ຕິດ​ຕໍ່​ອາ​ເມ​ລິ​ກາ​ໂດຍ​ບໍ່​ແຈ້ງ​ທ່ານ ຫລື ບໍ່.

- 21 1 - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

- 22 - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

ຜູ້ນຳ​ຟີ​ລິບ​ປິນກ່າວ​ເລື່ອງ​ນີ້​ເນື່ອງ​ຈາກ​ກອງທັບ​ຟີ​ລິບ​ປິນຖະ​ແຫລ​ງ​ໃນ​ວັນ​ທີ 3 ມິຖຸນາ​ວ່າ: ກອງ​ກຳລັງ​ອາ​ເມ​ລິ​ກາ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເຕັກນິກ, ​ແຕ່​ບໍ່​ໄດ້​ໃຫ້ການ​ສະໜັບສະໜູນ​ພາກພື້ນດິນ ພາຍຫລັງ​ສະຖານທູດ​ອາ​ເມ​ລິ​ກາ​ຢູ່​ນະຄອນຫລວງ​ມະນິລາ​ເປີດ​ເຜີຍ​ວ່າ: ​ໄດ້​ຈັດ​ສົ່ງ​ການ​ຊ່ວຍ​ເຫລືອ​ຕາມ​ທີ່​ລັດຖະບານ​ຟີ​ລິບ​ປິນຮ້ອງ​ຂໍ. ຂະນະ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຖະ​ແຫລ​ງຢືນຢັນ​ໃນ​ວັນ​ດຽວ​ກັນ​ວ່າ: ກຳລັງ​ໃຫ້ການ​ຊ່ວຍ​ເຫລືອກ​ອງກຳລັງ​ຟີ​ລິບ​ປິນດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ເຝິກອົບຮົມ​ດ້ານ​ການ​ຂ່າວ ​ແລະ ການ​ລາດຕະ​ເວນ ລວມທັງ​ມີ​ທະຫານ​ພິ​ເສດ 300-500 ຄົນ​ຢູ່​ຟີ​ລິບ​ປິນສະໜັບສະໜູນ​ເລື່ອງ​ການ​ອົບຮົມ ​ແລະ ກິດຈະກຳ​ຕາມ​ປົກກະຕິ, ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​ໃນ​ລາຍ​ລະອຽດ. ປັດຈຸບັນ ອາ​ເມ​ລິ​ກາ​ບໍ່​ມີ​ທະຫານ​ປະຈຳການ​ຖາວອນ​ຢູ່​ຟີ​ລິບ​ປິນ, ​ແຕ່​ມີ​ທະຫານ​ພິ​ເສດ 50-100 ຄົນ​ໝູນວຽນ​ໄປ​ຊ້ອມ​ຮົບ​ທາງ​ຕອນ​ໃຕ້​ຂອງ​ຟີ​ລິບ​ປິນ.

- 11111111 - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້
ທ່ານນາງ ເລນີ ໂລເບຣໂດ ຮອງປະທານາທິບໍດີຟີລິບປິນ ເປັນປະທານໃນພິທີຊັກທຸງຂຶ້ນເສົາເນື່ອງໃນວັນຊາດປີທີ 119

ທາງ​ການ​ຟີ​ລິບ​ປິນຕັ້ງ​ເປົ້າຈະ​ຢຸດ​ເຫດ​ຍຶດ​ເມືອງ​ມາລາ​ວີ​ໃຫ້​ໄດ້​ພາຍ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ​ເຊິ່ງ​ເປັນ​ວັນ​ປະກາດ​ເອກະລາດ​ຈາກ​ແອັສປາຍ​ເມື່ອ 119 ປີ​ກ່ອນ ຈົນ​ເຖິງປັດຈຸບັນ​ນີ້​ຍັງ​ມີ​ກຸ່ມ​ຕິດ​ອາວຸດ​ຢ່າງ​ໜ້ອຍ 200 ຄົນ ລີ້​ຊ້ອນ​ຢູ່​ເມືອງ, ມີ​ປະຊາຊົນ​ຄ້າງ​ຢູ່ 500-1.000 ຄົນ ​ໂດຍ​ບໍ່​ມີ​ອາຫານ, ນ້ຳ ​ແລະ ​ໄຟຟ້າ​ໃຊ້. ປະຊາຊົນ​ຫລາຍ​ຄົນ​ຖືກ​ກຸ່ມ​ຕິດ​ອາວຸດ​ໃຊ້​ເປັນ​ຕົວ​ປະກັນ. ກຸ່ມ​ມາ​ອູ​ເຕ​ເປັນ​ແກນ​ນຳ​ການ​ກໍ່​ເຫດ ​ໂດຍ​ຈັບ​ມື​ກັບ​ທ້າວ ອິສນິລອນ ຮາ​ປິ​ລອນ ທີ່​ກຸ່ມ​ລັດ​ອິສລາມ (IS) ​ແຕ່ງຕັ້ງ​ໃນ​ປີ​ກ່ອນ​ໃຫ້​ເປັນ​ເຈົ້າຜູ້​ຄອງ​ລັດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

- bomber - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້

- 3 - ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!