ຊາວບ້ານກິ່ວກະຈຳ ເສຍຊີວິດ 4 ຄົນ ແລະ ຫາຍສາບສູນ 3 ຄົນ ຍ້ອນນໍ້າປ່າໄຫລຊຸ

ນັກຂ່າວປະຈຳຢູ່ກອງບັນຊາການທະຫານເມຶອງຊຽງເງິນ, ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ເວລາປະມານ 8 ໂມງເຊົ້າຂອງວັນທີ 24 ເມສາ ນີ້,ເນຶ່ອງຈາກຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ,ໄດ້ກໍໃຫ້ເກີດນໍ້າປ່າໄຫລຊຸເອົາ 2 ຄອບຄົວ ໃນບ້ານກີ່ວຕະລຸ່ນ 1, ເຂດກີ່ວກະຈຳ,ເມຶອງຊຽງເງິນ,ລວມມີ 11 ຄົນ ທີ່ໄປນອນຕູບເຝົ້າໄຮ່ເສຍຊີວິດ 4 ຄົນ,ເປັນເພດຍິງ ແລະ ຫາຍສາບສູນ 3 ຄົນ(ເພດຍິງ 2 ຄົນ,ເພດຊາຍ 1 ຄົນ) ແລະ ມີຜູ້ບາດເຈັບ 1ຄົນເປັນເພດຊາຍ.
ປັດຈຸບັນເຈົ້າໜ້າທີ່ທະຫານເມຶອງຊຽງເງິນຈຳນວນ 15 ຄົນ,ນຳໂດຍທ່ານ ພັນໂທ ທອງພັນ ບຸນທຳ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມຶອງດັ່ງກ່າວໄດ້ລົງສົມທົມກັບເຈົ້າໜ້າທີ່ກຸ່ມກີ່ວກະຈຳ, ເລັ່ງຄົ້ນຫາຜູ້ຫາຍສາບສູນ ແລະ ຊ່ວຍນຳເອົາຄົນເຈັບສົ່ງໂຮງຫມໍ ແລະ ຊ່ວຍເກັບມ້ຽນບັນດາສົບຜູ້ເສຍຊີວິດ.
ຂ່າວໃຫ້ຮູ້ອີກວ່າ: ໃນເຊົ້າວັນດຽວກັນນີ້ຍ້ອນຝົນຕົກໜັກດັ່ງກ່າວໄດ້ ເຮັດໃຫ້ນ້ຳຫ້ວຍຫຼາຍສາຍຢູູ່ເຂດເມືອງຊຽງເງີນ ເກີດມີນ້ຳໄຫຼສຸຢ່າງແຮງ ໂດຍສະເພາະແມ່ນນ້ຳຫ້ວຍລົມ ເຂດບ້ານກີ່ວຕະລຸນ 1 ໄຫຼສຸເອົາປະຊາຊົນ ທີ່ໄປທຳການຜະລິດສູນຫາຍທັງໝົດ 7 ຄົນ. ຕາມການລາຍງານຂອງທ່ານ ຈົ່ງກໍ່ເຮີ ນາຍບ້ານກີ່ວຕະລຸນ 1ວ່າ: ຮ້າຍແຮງທີ່ສຸດແມ່ນ2 ຄອບຄົວທີ່ໄປນອນເຝົ້າໄຮ່ດັ່ງກ່າວຄື: ຄອບຄົວທ້າວຢ່າຮືເຮີ ແລະທ້າວຈົວກົວເຮີ ເຊີ່ງໃນມື້ເກີດເຫດມີຢູ່ນຳກັນ 11 ຄົນ ທີ່ໄດ້ຮັບການສູນເສຍດັ່ງກ່າວ.
ປັດຈຸບັນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ໄດ້ນຳເອົາເຄື່ອງບັນເທົາໄພເບື້ອງຕົ້ນ ມອບໃຫ້ກັບປະຊາຊົນທີ່ຖືກເຄາະຮ້າຍ, ພ້ອມ ໄດ້ເນັ້ນໃຫ້ກຳລັງທະຫານ ແລະອົງການປົກຄອງບ້ານ ເລັ່ງສືບຕໍ່ຄົ້ນຫາຜູ້ສູນຫາຍໃຫ້ໄດ້ໂດຍໄວ ທັງຮັບປະກັນຄວາມປອດໄພ ນອກຈາກບ້ານກີ່ວຕະລຸນ 1 ຍັງມີບາງບ້ານໃນເມືອງຊຽງເງີນ ແລະຫຼາຍທ້ອງຖີ່ນໃນແຂວງຫຼວງພະບາງ ກໍໄດ້ຮັບຜົນກະທົບຈາກເຫດການຝົນຕົກໜັກ ໃນລະຫວ່າງວັນທີ່ 23 – 24 ເມສານີ້.