ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນເຈົ້າພາບຈັດກອງປະຊຸມທາງໄກເຈົ້າຫນ້າທີ່ອາວຸໂສ Digital ASEAN (VDO Conference)

ໃນວັນທີ 23 ເມສານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ເປັນເຈົ້າພາບຈັດກອງປະຊຸມທາງໄກເຈົ້າຫນ້າທີ່ອາວຸໂສ Digital ASEAN (VDO Conference) (1st ASEAN Digital Senior Officials’ Meeting (ADGSOM) – ASEAN Telecommunications Regulators’ Council (ATRC)) ຮ່ວມກັບ 10 ປະເທດສະມາຊິກອາຊຽນ.
ປະທານກອງປະຊຸມ ກ່າວວ່າ: ໃນທາມກາງສະພາບການແຜ່ລະບາດຂອງໄວຣັສ COVID-19 ໃນທົ່ວໂລກ ທີ່ຕ້ອງໄດ້ຮັບການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ແລະ ບັນດາປະເທດສະມາຊິກອາຊຽນກໍໄດ້ສຸມກຳລັງ ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ, ໂດຍສະເພາະແມ່ນພັດທະນາຂະແໜງ ດິຈິຕອນ ແລະ ດັດສົມໂທລະຄົມ ອາຊຽນ ໃຫ້ສາມາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປະຈຸບັນ ແລະ ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນສຳຄັນຕ່າງໆໃນຕໍ່ໜ້າຂອງອາຊຽນ ເປັນຕົ້ນແມ່ນການຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນຄັ້ງທີ 19 ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດໄອຊີທີ ອາຊຽນ 2020 ທີ່ກໍາລັງຈະສິ້ນສຸດທ້າຍປີ 2020, ຮ່າງແຜນແມ່ບົດດິຈິຕອນອາຊຽນ 2025 ແລະ ບັນດາແຜນງານຕ່າງໆໃນ ສົກປີ 2021, ພິຈາລະນາຮ່າງຂອບວຽກຂອງຄະນະກຳມະການປະສານງານວຽກຄວາມປອດໄພທາງໄຊເບີ ຂອງອາຊຽນ, ພິຈາລະນາການຮ່ວມມືກັບພາກເອກະຊົນ, ການຮ່ວມມື ກັບປະເທດຄູ່ຮ່ວມພັດທະນາ, ທິດທາງການຈັດຕັ້ງປະຕິບັດທິດຊີ້ນຳຂອງຜູ້ນຳອາຊຽນ, ຮັບຟັງສະພາບການ ແລະ ແລກປ່ຽນບົດຮຽນ ຂອງບັນດາປະເທດສະມາຊິກ ກ່ຽວກັບການຮັບມືກັບພະຍາດ COVID-19 ໂດຍການນໍາໃຊ້ ໄອຊີທີ.
ກອງປະຊູມ ໄດ້ສະແດງຄວາມເປັນຈິດໜຶ່ງໃຈດຽວ ໃນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ວິກິດ COVID-19 ເພື່ອຂັບເຄື່ອນວຽກຂອງຂະແໜງການ ພ້ອມກັບເພິ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາແຜນການຕ່າງໆ ໃຫ້ສາມາດຮອງຮັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມຄາດຫວັງທີ່ເພີ່ມຂຶ້ນຕໍ່ວຽກງານ ໄອຊີທີ ຫຼື ດິຈິຕອນໃນຕໍ່ຫນ້າ.