ອິນເດຍຂຶ້ນພາສີເຫລົ້າ 70% ແກ້ບັນຫາຄົນຍາດກັນຊື້


ທາງການນະຄອນຫລວງນິວເດລີຂອງອິນເດຍປະກາດເກັບພາສີເຄື່ອງດື່ມແອວກໍຮໍ 70% ຫລັງມີປະຊາຊົນຈຳນວນຫລາຍແຫ່ໄປຊື້ເຄື່ອງດື່ມແອວກໍຮໍ ຫລັງຫລຸດຜ່ອນລັອກດາວ ຈົນເກີດຄວາມວຸ້ນວາຍ.
ວັນທີ 6 ພຶດສະພານີ້, ລັດຖະບານທ້ອງຖິ່ນໃນນະຄອນຫລວງນິວເດລີ ເມືອງຫລວງຂອງອິນເດຍ ປະກາດຂຶ້ນພາສີ 70% ສຳລັບການຊື້ເຄື່ອງດື່ມແອວກໍຮໍທຸກປະເພດຈາກຮ້ານຄ້າຍ່ອຍ ຫລັງມີການຍາດຊື້ ຈົນເກີດຄວາມວຸ້ນວາຍຢູ່ໜ້າຮ້ານຂາຍເຄື່ອງດື່ມແອວກໍຮໍ ທັນທີທີ່ທາງການປະກາດຫລຸດຜ່ອນລັອກດາວ ໂດຍອະນຸຍາດໃຫ້ຮ້ານຈຳໜ່າຍເຄື່ອງດື່ມແອວກໍຮໍໄດ້ໃນບາງພື້ນທີ່ໃນວັນທີ 5 ພຶດສະພາ.
ທ່ານ ອາວິນເກດໄຣວັລ ເຈົ້າຄອງນະຄອນຫລວງນິວເດລີ ກ່າວວ່າ: ເຫດການດັ່ງກ່າວ ເຮັດໃຫ້ຕ້ອງໃຊ້ມາດຕະການສຸກເສີນຂຶ້ນພາສີເຫລົ້າ, ເບຍເປັນກໍລະນີພິເສດ. ພ້ອມເຕືອນວ່າ: ຖ້າເຈົ້າໜ້າທີ່ກວດພົບວ່າມີການຝ່າຝືນມາດຕະການການເວັ້ນໄລຍະຫ່າງທາງສັງຄົມອີກ, ທ່ານຈະສັ່ງຍົກເລີກການຫລຸດຜ່ອນມາດຕະການລັອກດາວໃນພື້ນທີ່ນັ້ນທັນທີ.
ຂະນະທີ່ມີລາຍງານວ່າ: ຮ້ານຂາຍແອວກໍຮໍໃນພື້ນທີ່ອື່ນໆເຊັ່ນ: ລັດອານະທໍປະເທດ ທາງຕອນໃຕ້ຂອງອິນເດຍ ກໍມີເຫດການທີ່ປະຊາຊົນຫລາຍຮ້ອຍຄົນລຽນແຖວຊື້ ລະເມີດກົດລະບຽບເລື່ອງການເວັ້ນໄລຍະຫ່າງເຊັ່ນດຽວກັນ ເຮັດໃຫ້ຕ້ອງປັບຂຶ້ນພາສີເປັນກໍລະນີພິເສດ ເຊິ່ງພາສີເຫລົ້າຖືເປັນລາຍໄດ້ຫລັກຂອງລັດຖະບານອິນເດຍຢູ່ແລ້ວ.
ອິນເດຍເລີ່ມຫລຸດຜ່ອນມາດຕະການລັອກດາວໃນບາງພື້ນທີ່ນັບແຕ່ວັນທີ 5 ພຶດສະພາ ຫລັງປະກາດປິດເມືອງມາແຕ່ກາງເດືອນມີນາ ຈົນເຖິງວັນທີ 17 ພຶດສະພາ ໂດຍໄດ້ອະນຸຍາດໃຫ້ເອກະຊົນເປີດຮ້ານຄ້າ ຫລື ເຮັດທຸລະກິດຕາມປົກກະຕິ ຈົນເກີດຄວາມວຸ້ນວາຍ ໂດຍສະເພາະຕາມຮ້ານຈຳໜ່າຍເຫລົ້າ ຈົນຕຳຫລວດຕ້ອງສັ່ງປິດຮ້ານ.
ທັງນີ້ ອິນເດຍພົບຜູ້ຕິດເຊື້ອໃໝ່ 3.900 ກວ່າຄົນ ໃນວັນທີ 5 ພຶດສະພາຜ່ານມາ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອທັງໝົດໃນປະເທດມີ 49.400 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 1.693 ຄົນ ເຊິ່ງຜູ້ຊ່ຽວຊານດ້ານສາທາລະນະສຸກລະບຸວ່າ: ຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນແຕ່ລະວັນຂອງອິນເດຍ ເຖິງວ່າຈະມີການປະກາດລັອກດາວທົ່ວປະເທດ ສະແດງໃຫ້ເຫັນວ່າອິນເດຍຍັງມີຄວາມສ່ຽງສູງຈະຜະເຊີນການແຜ່ລະບາດໃນວົງກວ້າງ.