ນະຄອນ ໂຮ່ຈິມິນ (ຫວຽດນາມ) ມີຜູ້ຕິດເຊື້ອໂຄວິດ-19 ຄືນໃໝ່9 ຄົນພາຍຫຼັງປິ່ນປົວດີແລ້ວ

ໂດຍ: ລູກເມືອງພວນ
ຫົວໜ້າພະແນກສາທາລະນະສຸກ ນະຄອນ ໂຮ່ຈິມິນ ຫງວຽນ ເຕິນ ບິງ ລາຍງານຕໍ່ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງນະຄອນ ໂຮ່ຈິມິນວ່າ: 7 ໃນຈຳນວນ 9 ຄົນທີ່ຕິດເຊື້ອຄືນໃໝ່ນັ້ນ, ແມ່ນຍ້ອນໄປຮ່ວມພິທີງານ Buddha Bar ແລະ Grill ຢູ່ໃນຄຸ້ມ 2. ຊຶ່ງທັງ 9 ຄົນນັ້ນລວມມີກໍລະນີທີ 92, 124, 151, 207, 224, 235, 65, 157, 206.
ຕໍ່ກັບກໍລະນີຕິດເຊື້ອຄືນໃໝ່ຢູ່ໃນນະຄອນ ໂຮ່ຈິມິນນັ້ນ, ຮອງເຈົ້າຄອງນະຄອນ, ຜູ້ປະຈຳການຄະນະກຳມະການປະຊາຊົນ ເລ ແທັງ ລຽມ ໃຫ້ຮູ້ວ່າ: “9/53 ກໍລະນີ ຖືວ່າເປັນຕົວເລກສູງສົມຄວນ ”. ທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຫຼາຍກວ່າເກົ່າ, ສືບຕໍ່ກັກພວກເຂົາໃນບໍລິເວນ ແລະ ປິ່ນປົວພວກເຂົາ ໃຫ້ມີຄວາມປອດໄພ.
ປັດຈຸບັນ ນະຄອນ ໂຮ່ຈິມິນ ກຳລັງປິ່ນປົວຜູ້ຕິດເຊື້ອ 2 ຄົນ: ກໍລະນີ 91 ເປັນນັກບິນ ຊາວອັງກິດ ແລະ ກໍລະນີ 271 ຫາກວດພົບເຊື້ອໃນວັນທີ 3 ພຶດສະພາຜ່ານມາ, ຊຶ່ງຜູ້ຕິດເຊື້ອຄົນນີ້ ແມ່ນຊ່ຽວຊານດ້ານ ນໍ້າມັນ, ສັນຊາດ ອັງກິດ, ອາຍຸ 37 ປີ, ຊຶ່ງຜູ້ກ່ຽວເຄີຍຕິດເຊື້ອເທື່ອໜຶ່ງແລ້ວ ຢູ່ໃນປະເທດຂອງເຂົາ. ວັນທີ 28 ເມສາ ເຂົາໄດ້ເຂົ້າມາ ນະຄອນ ໂຮ່ຈິມິນ ພ້ອມກັບ 12 ຄົນອີກ ໂດຍເຄື່ອງບິນສ່ວນຕົວ. ພວກເຂົາທັງໝົດໄດ້ຖືກນຳໄປກັກຕົວຢູ່ໃນໂຮງແຮມເມືອງ ເກີ່ນ ເຢີ່ ທັນທີ ພາຍຫຼັງລົງຈາກເຮືອບິນ.