“ເອມິເຣດ” ປົດພະນັກງານ 30.000 ຄົນ ຍ້ອນໂຄວິດ


“ສາຍການບິນເອມິເຣດ” ກຽມຫລຸດພະນັກງານ 30.000 ຄົນ, ປົດລະວາງເຮືອບິນແອບັສອີກ 40% ຍ້ອນໂຄວິດ-19.
ສຳນັກຂ່າວບລູມເບິກ ລາຍງານວ່າ: ສາຍການບິນເອມິເຣດຕັດສິນໃຈກຽມຫລຸດຈຳນວນພະນັກງານ 30.000 ຕຳແໜ່ງ ເຊິ່ງເປັນຜົນກະທົບຈາກການທີ່ອຸດສາຫະກຳການບິນຢຸດໃຫ້ບໍລິການທົ່ວໂລກ ເນື່ອງຈາກມີການແຜ່ລະບາດໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ສາຍການບິນເອມິເຣດ ເປັນໜຶ່ງໃນທຸລະກິດຜູ້ໃຫ້ບໍລິການສາຍການບິນໃຫຍ່ຂອງໂລກ ປະກາດກຽມຫລຸດພະນັກງານ 30.000 ຄົນ ຫລື ປະມານ 30% ຈາກພະນັກງານທັງໝົດ 105.000 ຄົນ ຫລັງໄວຣັສໂຄວິດ-19 ສົ່ງຜົນຢ່າງຮຸນແຮງຕໍ່ທຸລະກິດເຊັ່ນດຽວກັບສາຍການບິນອື່ນໆທົ່ວໂລກ.
ກ່ອນໜ້ານີ້ CEO ຂອງສາຍການບິນເອມິເຣດ ກ່າວວ່າ: ອຸດສາຫະກຳການບິນຈະຕ້ອງໃຊ້ເວລາຢ່າງໜ້ອຍ 18 ເດືອນໃນການຟື້ນຕົວຈາກໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ສາຍການບິນທົ່ວໂລກ. ທັງນີ້ ສາຍການບິນເອມິເຣດຈະເລີ່ມກັບມາໃຫ້ບໍລິການແລ້ວໃນ 9 ເມືອງທົ່ວໂລກໃນວັນທີ 21 ພຶດສະພານີ້.