Panasonic ກຽມປິດໂຮງງານຢູ່ໄທ ຍ້າຍຖານຜະລິດເຄື່ອງໃຊ້ໄຟຟ້າໄປຫວຽດນາມ


ໂຮງງານພານາໂຊນິກທີ່ຢູ່ໃກ້ນະຄອນຫລວງບາງກອກຈະປິດລົງໃນປີ 2021 ຍ້າຍໄປຫວຽດນາມ ເພື່ອຫລຸດຕົ້ນທຶນການຜະລິດ.
ນິກເຄອິ ລາຍງານວ່າ: ບໍລິສັດ Panasonic ສຳນັກງານໃຫຍ່ນະຄອນໂອຊາກ້າໄດ້ມີແຜນກຽມປິດໂຮງງານຜະລິດເຄື່ອງໃຊ້ໄຟຟ້າຂະໜາດໃຫຍ່ທີ່ຕັ້ງຢູ່ປະເທດໄທໃນທ້າຍປີນີ້ ໂດຍຈະຍ້າຍຖານການຜະລິດດັ່ງກ່າວໄປປະເທດຫວຽດນາມ ດ້ວຍເຫດຜົນຈາກຄວາມພະຍາຍາມຫລຸດຕົ້ນທຶນການຜະລິດ.
ລາຍງານລະບຸວ່າ: ໂຮງງານພານາໂຊນິກທີ່ຕັ້ງຢູ່ແຂວງສະເຊີງເຊົາ ເຊິ່ງເປັນຫ້ອງຜະລິດເຄື່ອງໃຊ້ໄຟຟ້າຊິ້ນໃຫຍ່ປະເພດຕູ້ຊັກເຄື່ອງ ແລະ ຕູ້ເຢັນ ຈະຢຸດການຜະລິດຕູ້ຊັກເຄື່ອງເດືອນກັນຍາ ແລະ ຢຸດຜະລິດຕູ້ເຢັນໃນເດືອນຕຸລານີ້. ຂະນະທີ່ໂຮງງານກໍກຽມປິດພາຍໃນເດືອນມີນາ 2021 ເຊັ່ນດຽວກັບສູນວິໄຈ ແລະ ພັດທະນາ (R&D) ຂອງບໍລິສັດ ເຊິ່ງຢູ່ໃກ້ຄຽງກໍຈະຖືກປິດເຊັ່ນກັນ.
ສຳລັບໂຮງງານເຄື່ອງໃຊ້ໄຟຟ້າພານາໂຊນິກຢູ່ໄທເລີ່ມຜະລິດໃນປີ 1979 ປັດຈຸບັນມີພະນັກງານປະມານ 800 ຄົນຈະຖືກໄລ່ອອກ ໂດຍພະນັກງານຈະໄດ້ຮັບການຊ່ວຍເຫລືອດ້ານຕ່າງໆ ລວມທັງການຫາຕຳແໜ່ງງານທີ່ເໝາະສົມພາຍໃນອົງກອນຕໍ່ໄປ.
ຂະນະທີ່ການຜະລິດສ່ວນດັ່ງກ່າວຈະຖືກຍ້າຍໄປໂຮງງານແຫ່ງໃໝ່ນອກນະຄອນຫລວງຮ່າໂນ້ຍແທນ ເຊິ່ງພານາໂຊນິກຕັ້ງເປົ້າໃຫ້ເປັນສູນກາງການຜະລິດທີ່ໃຫຍ່ທີ່ສຸດສຳລັບຫ້ອງການຜະລິດຕູ້ເຢັນ ແລະ ຕູ້ຊັກເຄື່ອງໃນອາຊີຕາເວັນອອກສຽງໃຕ້ ໂດຍພານາໂຊນິກເລີ່ມດຳເນີນກິດຈະການຢູ່ຫວຽດນາມໃນປີ 1950 ປັດຈຸບັນພານາໂຊນິກຫວຽດນາມມີພະນັກງານຫລາຍກວ່າ 8.000 ຄົນ ເຊິ່ງນອກຈາກຕັ້ງເປົ້າຜະລິດສິນຄ້າປະເພດເຄື່ອງໃຊ້ໄຟຟ້າໃນຄົວເຮືອນເປັນຫລັກແລ້ວ ຍັງຜະລິດອຸປະກອນຊິ້ນສ່ວນເອເລັກໂຕຣນິກອື່ນໆສຳລັບໂທລະສັບ, ໂທລະສັບມືຖື ແລະ ອຸປະກອນເຄື່ອງມືທາງອຸດສາຫະກຳ.
ການຍ້າຍໂຮງງານດັ່ງກ່າວເປັນສ່ວນໜຶ່ງຂອງແຜນປັບໂຄງສ້າງອົງກອນຂອງພານາໂຊນິກ ໂດຍມີເປົ້າໝາຍຫລຸດຄ່າໃຊ້ຈ່າຍລົງໃຫ້ໄດ້ປະມານ 930 ລ້ານໂດລາສະຫະລັດ ພາຍໃນປີງົບປະມານ 2022 ເຊິ່ງອະນາຄົດອາດລວມເຖິງການປ່ຽນແປງຫ້ອງການຜະລິດເຄື່ອງໃຊ້ໄຟຟ້ານຳໃນອະນາຄົດ.
ທັງນີ້ ນິເຄອິ ຍັງລະບຸວ່າ: ໄລຍະຜ່ານມາມີໂຮງງານ ແລະ ບໍລິສັດຕ່າງປະເທດຫລາຍແຫ່ງພິຈາລະນາຍ້າຍຖານການຜະລິດອອກຈາກໄທ ແລະ ຈີນ ໄປປະເທດໃກ້ຄຽງເຊັ່ນ: ຫວຽດນາມ ແລະ ອິນໂດເນເຊຍແທນ ເນື່ອງຈາກອັດຕາຄ່າຈ້າງແຮງງານທີ່ຖືກກວ່າ ໂດຍໃນປີຜ່ານມາ ຍີ່ຫໍ້ເຄື່ອງໃຊ້ໄຟຟ້າສັນຊາດດຽວກັນຄື: ຊາຣ໌ບ ສາມາດເພີ່ມຂີດຄວາມສາມາດໃນການຜະລິດຕູ້ຊັກເຄື່ອງ ແລະ ຕູ້ເຢັນຢູ່ອິນໂດເນເຊຍໄດ້ເຖິງ 30% ແລະ 20% ຕາມລຳດັບ.