ອົງການກາແດງລາວມອບຜ້າອັດປາກໃຫ້ໂຮງໝໍມະໂຫສົດ
May 21, 2020 - 3:37 PM


ໃນວັນທີ 21 ພຶດສະພາ 2020 ນີ້ ທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍຄະນະໄດ້ນຳເອົາຜ້າອັດປາກຈຳນວນ 12,500 ອັນ ລວມມູນຄ່າທັງໝົດ 31.250.000 ກີບ ເຄື່ອງຈໍານວນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກບໍລິສັດ GD Mining Co.LTD ມາມອບໃຫ້ແກ່ໂຮງໝໍມະໂຫສົດ ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ -19.
ໂດຍການກ່າວຮັບຂອງທ່ານ ດຣ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ ພ້ອມທັງໄດ້ມອບໃບກຽດຕິຄຸນໃຫ້ແກ່ອົງການກາແດງລາວ ໂອກາດດັ່ງກ່າວທ່ານອຳນວຍການໂຮງໝໍ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງອົງການກາແດງລາວທີ່ໄດ້ນຳເອົາຜ້າອັດປາກມາມອບໃຫ້ ແລະ ເຫັນໄດ້ຄວາມສໍາຄັນໃນວຽກງານການສະກັດກັ້ນການລະບາດຂອງພະຍາດໂຄວິດ -19 ທີ່ກໍາລັງລະບາດຢູ່ໃນປັດຈຸດບັນ