3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ

3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ - 25 1 - 3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ
3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ - kitchen vibe - 3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ

“ຄວາມລົ້ມເຫລວ”  ທ່ານຄົງຈະເຄີຍໄດ້ຍິນຄຳນີ້ມາຈົນເບື່ອ, ແຕ່ທ່ານກໍປະຕິເສດບໍ່ໄດ້ແມ່ນບໍ່ວ່າມັນເປັນສິ່ງທີ່ຢູ່ໃກ້ໂຕເຮົາຫລາຍ ແລະ ບໍ່ວ່າໃຜກໍເຄີຍລົ້ມເຫລວມາກ່ອນທັງໝົດກ່ອນທີ່ພວກເຂົາຈະປະສົບຄວາມສຳເລັດ. ສິ່ງສຳຄັນກໍຄື ຈະເຮັດແນວໃດຕໍ່ເມື່ອພົບກັບຄວາມລົ້ມເຫລວ ແນ່ນອນວ່າພວກເຮົາບໍ່ຢາກໃຫ້ທ່ານຍອມແພ້ ເພາະການຍອມແພ້ກໍເທົ່າກັບວ່າທ່ານໄດ້ປ່ອຍຖິ້ມເສັ້ນທາງທີ່ຈະປະສົບຄວາມສຳເລັດໄປແລ້ວ ສິ່ງທີ່ພວກເຮົາຢາກໃຫ້ທ່ານເຮັດກໍຄື ການຮຽນຮູ້ຈາກຄວາມຜິດພາດນັ້ນ ແລະ ມື້ນີ້ພວກເຮົາຈະມາບອກວ່າທ່ານຄວນຈະເຮັດແນວໃດກັບມັນແດ່.

  1. ສະທ້ອນອອກມາໃຫ້ເຫັນວ່າເກີດຫຍັງຂຶ້ນ : ໃຊ້ເວລາຈັກໜ້ອຍເພື່ອຄິດກ່ຽວກັບຄວາມລົ້ມເຫລວຂອງທ່ານ, ຖາມຕົນເອງວ່າ “ມີຫຍັງຜິດພາດ” ໃນບາງເທື່ອບັນຫາກໍອາດຈະຈະແຈ້ງ, ແຕ່ບາງກໍລະນີທ່ານອາດຈະຕ້ອງໃຊ້ເວລາຄົ້ນຫາມັນດົນຂຶ້ນຕື່ມອີກ. ດັ່ງນັ້ນ, ຂັ້ນຕອນນີ້ຈຶ່ງສຳຄັນຫລາຍ ເພາະມັນຈະເຮັດໃຫ້ທ່ານແນມເຫັນບັນຫາໄດ້ຈະແຈ້ງຂຶ້ນ ເພາະຖ້າທ່ານບໍ່ຮູ້ບັນຫາ ກໍບໍ່ມີທາງທີ່ຈະຮຽນຮູ້ຫຍັງໄດ້ເລີຍ.
  2. ທົບທວນກົນລະຍຸດ : ເມື່ອທ່ານຮູ້ແລ້ວວ່າບັນຫາແມ່ນຫຍັງ ທ່ານກໍຈະຕ້ອງທົບທວນແລ້ວວ່າຈະກ້າວຕໍ່ໄປແນວໃດ ຫາກົນລະຍຸດທີ່ດີທີ່ສຸດທີ່ຈະເຮັດໃຫ້ທ່ານສາມາດກ້າວໄປຂ້າງໜ້າໄດ້ ທ່ານອາດຈະຕ້ອງປ່ຽນແຜນໄປແບບໜ້າມືເປັນຫລັງມື ຫລື ອາດຈະປ່ຽນພຽງເລັກນ້ອຍ ເຊິ່ງກໍຂຶ້ນຢູ່ກັບບັນຫາທີ່ທ່ານພົບພໍ້. ດັ່ງນັ້ນ, ຈົ່ງທົບທວນໃຫ້ດີໆ ວ່າຈະເຮັດແນວໃດຕໍ່ໄປ.
  3. ປັບປ່ຽນແນວຄິດ ແລະ ການກະທຳໃຫ້ແຕກຕ່າງອອກໄປຈາກເກົ່າ : ຂັ້ນສຸດທ້າຍກໍແມ່ນການລົງມືເຮັດໃນສິ່ງທີ່ໄດ້ທົບທວນ ແລະ ວາງແຜນມາໃນຂັ້ນຕອນທີ່ແລ້ວນີ້, ຢ່າຢ້ານທີ່ຈະລົງມືເຮັດ ຖ້າມັນປະສົບຜົນດີ ທ່ານກໍຈະໄດ້ແນວທາງທີ່ໝັ້ນຄົງ ແລະ ໄດ້ຮຽນຮູ້ສິ່ງໃໝ່ເພີ່ມຕື່ມ. ການຮຽນຮູ້ຈາກຄວາມຜິດພາດຈະຊ່ວຍໃຫ້ທ່ານແຂງແກ່ນຂຶ້ນ ແລະ ກ້າວໄປສູ່ຄວາມສຳເລັດໄດ້ງ່າຍຫລາຍຂຶ້ນນຳອີກ.
3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ - 5 - 3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ
3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ - Visit Laos Visit SALANA BOUTIQUE HOTEL - 3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫລວ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!