ເກີດແຜນດິນໄຫວຢູ່ແຂວງໄຊຍະບູລີ ແລະ ບໍ່ແກ້ວ
May 28, 2020 - 9:35 AM


ໃນເວລາປະມານ 05:43 ໂມງ ຂອງວັນທີ 28 ພຶດສະພານີ້, ໄດ້ເກີດແຜ່ນດິນໄຫວຢູ່ບໍລິເວນເຂດບ້ານນາງາມ ເມືອງເມີງ ແຂວງບໍ່ແກ້ວ, ຈຸດສູນກາງເສັ້ນຂະຫນານທີ່ 20°43’19.2″N ແລະ ເສັ້ນແວງທີ່ 100° 16’40.8″E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,2 ຣິກເຕີ, ມີຄວາມເລິກຈາກຫນ້າດິນ 1 Km ເຊິ່ງຈຸດເກີດແຜ່ນດິນ ໄຫວແມ່ນໄກຈາກຕົວເມືອງເມິງປະມານ 19 Km .


ພ້ອມດຽວກັນນັ້ນ, ໃນເວລາ 00:02:50 ຂອງມື້ດຽວກັນ ໄດ້ເກີດແຜ່ນດິນໄຫວຢູ່ບໍລິເວນເຂດບ້ານສັນແຕ ເມືອງໄຊສະຖານ ແຂວງໄຊຍະບູລີ, ຈຸດສູນກາງເສັ້ນຂະຫນານທີ່ 19°19’19.2″N ແລະ ເສັ້ນແວງທີ່ 101°24’00.0″E ຄວາມແຮງສັ່ນສະເທືອນວັດແທກໄດ້ 1,7 ຣິກເຕີ, ມີຄວາມເລິກຈາກຫນ້າດິນ 1 Km ເຊິ່ງຈຸດເກີດແຜ່ນດິນ ໄຫວແມ່ນໄກຈາກຕົວ ເມືອງໄຊສະຖານປະມານ 3 Km ແລະ ໄກຈາກຕົວເມືອງໄຊບູລີປະມານ 32 Km.


ໃນເບື້ອງຕົ້ນທັງສອງແຂວງຍັງບໍ່ມີລາຍງານຜົນເສຍຫາຍ.