ທະນາຄານກາງອາເມລິກາຂຶ້ນດອກເບ້ຍສູງທີ່ສຸດໃນຮອບ 9 ປີ


ທະນາຄານກາງອາເມລິກາປະກາດຂຶ້ນອັດຕາດອກເບ້ຍນະໂຍບາຍເປັນເທື່ອທີ 2 ໃນປີນີ້ ສູ່ລະດັບ 1-1,25% ຖືເປັນການເພີ່ມອັດຕາດອກເບ້ຍໃນລະດັບສູງທີ່ສຸດນັບແຕ່ປີ 2008.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດອາເມລິກາ ໃນວັນທີ 14 ມິຖຸນານີ້ວ່າ: ທ່ານນາງ ເຈເນັດ ເຢວເລນ ປະທານທະນາຄານກາງອາເມລິກາ (ເຟດ) ຖະແຫລງໃນວັນທີ 14 ມິຖຸນາ ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍອີກ 0,25% ເປັນລະຫວ່າງ 1-1,25% ເຊິ່ງຖືເປັນການປັບຂຶ້ນອັດຕາດອກເບ້ຍເປັນເທື່ອທີ 2 ໃນປີນີ້ ແລະ ເປັນການປັບເພີ່ມໃນອັດຕາສູງທີ່ສຸດນັບແຕ່ປີ 2008 ໂດຍນາງ ເຢວເລນ ກ່າວວ່າ: ການປັບຂຶ້ນອັດຕາດອກເບ້ຍໃນເທື່ອນີ້ຕີລາຄາຕາມສະຖານະການທາງເສດຖະກິດຂອງອາເມລິກາທີ່ແຂງແກ່ນຂຶ້ນຢ່າງຕໍ່ເນື່ອງ ລວມທັງຕະຫລາດແຮງງານທີ່ມີສະຖຽນລະພາບ ເຊິ່ງເຟດຄາດຄະເນອັດຕາວ່າງວຽກໃນປີນີ້ໄວ້ 4,3% ແລະ ຫລຸດລົງອີກໃນປີໜ້າເຫລືອ 4,2%.