ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ

ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ - 855 - ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ
ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ - kitchen vibe - ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ

ໂດຍ: ລູກເມືອງພວນ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງທັງຫລາຍ, ໃຜໆໃນຊາດລາວກໍຮູ້ດີວ່າ ວັນທີ 1 ມິຖຸນາແຕ່ລະປີເປັນວັນປູກຕົ້ນໄມ້ແຫ່ງຊາດທັງແມ່ນວັນເດັກນ້ອຍສາກົນອີກດ້ວຍ. ຕາມປະເພນີປະຕິບັດກັນມາເມື່ອຮອດວັນທີ 1 ມີຖຸນາ ແຕ່ລະປີ, ບັນດາພາກສ່ວນຕ່າງໆກໍພ້ອມພຽງກັນກະກຽມຕົ້ນໄມ້ ແລະ ພື້ນທີ່ເພື່ອໄວ້ປູກ..

ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ - Visit Laos Visit SALANA BOUTIQUE HOTEL - ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ

ຕາມແຜນການຂອງລັດຖະບານລາວ ເມື່ອຮອດທ້າຍປີ 2020 ນີ້ຈະໃຫ້ມີພື້ນທີ່ປ່າໄມ້ປົກຄຸມ 70% ຂອງເນື້ອທີ່ທັງໝົດ.
ດັ່ງນັ້ນ, ໃນປີນີ້ຫຼາຍພາກສ່ວນ ຈຶ່ງໄດ້ພາກັນກະກຽມຕົ້ນໄມ້ໄວ້ຫຼາຍລ້ານຕົ້ນ ແລະ ພື້ນທີ່ປູກ ຫຼາຍພັນເຮັກຕາ. ເຊິ່ງແຜນປູກຕົ້ນໄມ້ໃນປີນີ້ລັດຖະບານໃຫ້ໄດ້ 11 ລ້ານຕົ້ນ ໃນເນື້ອທີ່ 10.000 ພັນເຮັກຕາ. ຂະບວນການປູກຕົ້ນໄມ້ແຕ່ລະປີແມ່ນມີຂະບວນການຟົດຟື້ນດີ ເພາະມີວັນເດັກນ້ອບສາກົນມາຄົບໃສ່, ອັນໄດ້ເຮັດໃຫ້ຂະບວນການມີບັນຍາກາດຄຶກຄື້ນຂຶ້ນຕື່ມອີກ.

ເປັນຫຍັງລັດຖະບານລາວຈຶ່ງກຳນົດເອົາວັນປູກຕົ້ນໄມ້ແຫ່ງຊາດຕິດພັນກັບວັນເດັກສາກົນ ວັນທີ 1 ມີຖຸນາ?
ລັດຖະບານລາວຖືເອົາວັນສອງວັນດັ່ງກ່າວຄວບກັນກໍເພາະມັນມີຄວາມໝາຍທາງດ້ານການສຶກສາໃຫ້ຄົນຮຸ້ນໜຸ່ມເຂົ້າໃຈວ່າ ການປູກໄມ້ໃຫ້ເປັນປ່າແມ່ນການສືບທອດແທນແນວ, ລູກແທນພໍ່ ໜໍ່ແທນລຳ ເຮັດໃຫ້ປ່າໄມ້ມີຄວາມດົກໜາ ກໍຄືຄົນພົນລະເມືອງນັບມື້ນັບຫຼາຍຂຶ້ນ ຈົນກາຍເປັນດົງ ກາຍເປັນວົງຄະນະຍາດແຫ່ງຊາດລາວທີ່ເຂັ້ມແຂງ.

ປະທານໂຮ່ຈິມິນ ຜູ້ນຳຂອງປະຊາຊົນຫວຽດນາມເຄີຍກ່າວໄວ້ວ່າ: “ເພື່ອຜົນປະໂຫຍດ 10 ປີປູກໄມ້ກິນໝາກ, ເພື່ອຜົນປະໂຫຍດ 100 ປີເພື່ອປູກຄົນ “.

ການປູກໄມ້ໃຫ້ເປັນປ່າ ແມ່ນມີປະໂຫຍດຕໍ່ມວນມະນຸດຢ່າງຫຼວງຫຼາຍ, ກ່ອນອື່ນໝົດແມ່ນເຮັດໃຫ້ອາກາດຊຸ່ມຊື່ນ, ມີຮົ່ມເຢັນ, ມວນອົກຊີແຊນ ນັບມື້ເພີ່ມຂຶ້ນ, ປ່າໄມ້ຊ່ວຍປ້ອງກັນບໍ່ໃຫ້ດິນຖືກເສາະເຈື່ອນ, ດູດຊຶມນໍ້າໄວ້ບໍ່ໃຫ້ເກີດໄພນໍ້າຖ້ວມ, ມີລະບົບນິເວດນາໆພັນ, ເປັນບ່ອນອາໄສຂອງສັດສາວາສິງນາໆຊະນິດ, ຕົ້ນໄມ້ໃບຫຍ້າຍັງເປັນແຫຼ່ງອາຫານ ແລະ ເປັນຢາປົວພະຍາດຊັ້ນດີ,. ການປູກໄມ້ໃຫ້ເປັນດົງ ແຫຼ່ງທຳມະຊາດຈະບໍ່ມີມື້ບົກແຫ້ງ, ເປັນແຫຼ່ງອາຫານທີ່ອຸດົມສົມບູນທີ່ບໍ່ຮູ້ສິ້ນສຸດ ແລະ ທີ່ສຳຄັນກໍຄືຕ້ານໂລກຮ້ອນໄດ້ເປັນຢ່າງດີ.

ຍ້ອນຄວາມໝາຍຄວາມສຳຄັນດັ່ງກ່າວ, ລັດຖະບານລາວ, ເມື່ອເຖິງວັນທີ 1 ມີຖຸນາແຕ່ລະປີຈຶ່ງໄດ້ຈັດຕັ້ງປູກຕົ້ນໄມ້ຂຶ້ນຢ່າງເປັນຂະບວນການຟົດຟື້ນ, ການປູກຕົ້ນໄມ້ໄດ້ກາຍເປັນວາລະແຫ່ງຊາດ.
ບັນດາທ່ານທີ່ຮັກແພງ, ການປູກຕົ້ນໄມ້ໄລຍະທີ່ຜ່ານມາ ພວກເຮົາມັກຈະອ້າງແຕ່ເນື້ອທີ່ ແລະ ຈຳນວນຕົ້ນໄມ້ທີ່ປູກໄດ້ ແຕ່ບໍ່ມີປະສິດທິພາບ.

ສະນັ້ນ,ຈຶ່ງຂໍວອນຢ່າສ້າງຂະບວນການແບບເອົາແຕ່ໜ້າວ່າປູກໄດ້ຫຼາຍພັນເຮັກຕາ, ຫຼາຍລ້ານຕົ້ນ ແຕ່ມີໃຜກວດກາແດ່ວ່າຕົ້ນໄມ້ທີ່ໄດ້ປູກໄປຫຼາຍລ້ານຕົ້ນນັ້ນ ຍັງລອດເຫຼືອຈັກຕົ້ນ? ແລະ ເສຍງົບປະມານໄປເທົ່າໃດ? ເສຍເວລາ ແລະ ແຮງງານໄປເທົ່າໃດ? ບໍ່ມີໃຜເຮັດການຄິດໄລ່ ແລະ ບໍ່ຄຳນຶ່ງເຖິງຜົນເສຍຫາຍອັນມະຫາສານນັ້ນເລີຍ.

ແຕ່ລະປີເມື່ອຮອດຍາມປູກກໍປູກໄປຕາມຂະບວນການກະແລ້ວກັນ, ປູກແລ້ວກະແລ້ວໄປ ບໍ່ສົນໃຈວ່າສິໃຫ່ຍ ຫຼື ບໍ່ໃຫ່ຍກະຊ່າງມັນ. ຈຶ່ງຂໍວອນຢ່າໄດ້ອ້າງແຕ່ເນື້ອທີ່ ແລະ ຈຳນວນຕົ້ນ ທີ່ໄດ້ປູກ ແຕ່ຕ້ອງຮັບປະກັນໃຫ້ມີຄຸນນະພາບ ບໍ່ຢາກໃຫ້ເຮັດພຽງແຕ່ “ຮູບການ “.
ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງໄດ້ເບິ່ງຄືນໃໝ່ໃນການປົກປັກຮັກສາ ເພື່ອໃຫ້ມັນໃຫ່ຍ ແລະ ກາຍເປັນປ່າ. ຖ້າຕົ້ນໄມ້ແຕ່ລະຕົ້ນຫາກໃຫ່ຍໝົດທຸກຕົ້ນ ຄິດວ່າປະເທດລາວຈະກາຍເປັນປ່າໝົດແລ້ວ ແລະ ຈະບໍ່ມີບ້ານຄົນ, ຖ້າຫາກນັບແຕ່ປີ 1975 ເປັນຕົ້າມາ. ແຕ່ພວກເຮົາບໍ່ເຫັນປ່າປູກພໍເທົ່າໃດແຫ່ງໃນປະເທດລາວ.

ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ - 4 - ປູກ​ໄມ້​ຢ່າ​ອ່າງ​ແຕ່​ເນື້ອທີ່ ແລະ ຈຳນວນຕົ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!