ມື້ທີ 51 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່


ໃນວັນທີ 2 ມິຖຸນານີ້, ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໃຫ້ຮູ້ວ່າ: ມາຮອດມື້ນີ້ເປັນມື້ທີ 51 ແລ້ວ ທີ່ລາວເຮົາບໍ່ມີກໍລະນີຜູ້ຕິດເຊື້ອໃຫມ່ຄືໃນວັນທີ 1 ມິຖຸນານີ້, ການຕິດຕາມຜູ້ເດີນທາງຢູ່ຈຸດຜ່ານແດນຕ່າງໆ ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 1.496 ຄົນ, ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້, ທັງໝົດໄດ້ເກັບຕົວຢ່າງມາກວດແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 69 ຄົນ, ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 42 ຄົນ, ແຮງງານຈີນ 9 ຄົນ, ກໍລະນີສົງໄສ 15 ຄົນ, ຜົນກວດແຮງງານລາວ, ແຮງງານຈີນ, ກໍລະນີສົງໄສທັງໝົດ ທີ່ກວດມື້ວານນີ້ບໍ່ພົບເຊື້ອ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 3 ຄົນ. ນັບແຕ່ເດືອນມັງກອນມາຮອດວັນທີ 2 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 7.249 ຕົວຢ່າງມາກວດ, ກວດພົບເຊື້ອທັງໝົດ 19 ຄົນ (51 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
ປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2.312 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດບໍ່ມີຜູ້ຕິດເຊື້ອ.
ອີກເທື່ອຫນຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດແຈ້ງການສະບັບໃໝ່ນີ້ ແລະ ຄຳແນະນຳຕ່າງໆ ເຫຼົ່ານັ້ນຈົນກວ່າຈະຮອດວັນທີ 30 ມິຖຸນານີ້ ຈຶ່ງຈະມີການປະເມີນຄືນ ແລະ ພິຈາລະນາຜ່ອນຜັນຂັ້ນຕໍ່ໄປ.