ຮັກສາຊີວະນານາພັນຮັກສາຄວາມຍືນຍົງ


ໂດຍ: ມຶກບໍ່ແຫ້ງ
ຊີວະນານາພັນແມ່ນໝາກຫົວໃຈສຳຄັນໃນການຂັບເຄື່ອນຄວາມສົມດຸນທາງທຳມະຊາດ, ສ້າງຄວາມຍືນຍົງແກ່ມວນມະນຸດ, ການສູນເສຍຊີວະນານາພັນອາດເປັນຄວາມສິ້ນຫວັງຂອງມວນມະນຸດທີ່ຈະຢູ່ໄດ້ໃນໂລກນີ້ ດ້ວຍຍືນຍົງ.
ຊີວະນານາພັນໄດ້ກາຍເປັນຫົວຂໍ້ການສົນທະນາທີ່ເຂັ້ມຂຸ້ນກວ່າເກົ່າໃນປີນີ້ ຍ້ອນວ່າການລະບາດຂອງພະຍາດໂຄວິດ 19 ນັ້ນແມ່ນມີຄວາມກ່ຽວພັນກັບຊີວະນານາພັນໂດຍກົງ, ເພິ່ນເວົ້າກັນວ່າພະຍາດລະບາດນີ້ ເກີດມາຈາກໂຕເຈຍເຊິ່ງກໍຍ້ອນຄົນເຮົາເອົາມາເປັນອາຫານຈຶ່ງເຮັດໃຫ້ເກີດການລະບາດດັ່ງກ່າວນັ້ນແຜ່ລາມໄປທົ່ວໂລກ.
ຍ້ອນແນວນັ້ນພວກເຮົາຈຶ່ງໄດ້ ຄິດຊວາດວ່າໂອ່ ມາຮອດນີ້ ການກິນຊີ້ນສັດປ່ານັ້ນຈະຕ້ອງຄວບຄຸມຢ່າງຈິງແລ້ວບໍ່ ເພາະການກິນຊີ້ນສັດປ່າມັນເປັນໄພຂົ່ມຂູ່ຕໍ່ການສູນເສຍຊະນິດພັນສັດຢ່າງໄວວາບວກກັບການທຳລາຍທີ່ຢູ່ອາໄສຂອງມັນເຮັດໃຫ້ ຄວາມສົມດຸນຂອງລະບົບນິເວດເສື່ອມໂຊມລົງຊັກໃຊ້ ແລະພວກເຮົາບໍ່ອາດຄາດເດົາໄດ້ ສັດປ່າຊະນິດອື່ນໆ ຈະສາມາດນຳເອົາເຊື້ອພະຍາດທີ່ສາມາດລະບາດໄດ້ ແນວໃດ, ຍ້ອນນັ້ນຄວາມຢ້ານກົວຂອງມະນຸດຊາດຈຶ່ງເພີ່ມທະວີຂຶ້ນ.
ເມື່ອເປັນເຊັ່ນນັ້ນຄຳຂວັນຂອງວັນຊີວະນານາພັນສາກົນວັນທີ 22 ພຶດສະພາທີ່ຜ່ານຈຶ່ງເວົ້າວ່າ “ທາງອອກ (ວິທີແກ້ໄຂ) ຂອງພວກເຮົາແມ່ນຢູ່ນຳທຳມະຊາດ” ມັນເປັນຄວາມຈິງທີ່ປະຕິເສດໄດ້ ຍາກວ່າໂລກພວກເຮົາກຳເນີດຂຶ້ນດ້ວຍລະບົບອັນຄົບເຄື່ອງທີ່ສາມາດປັບຄວາມສົມດຸນດ້ວຍຕົວມັນເອງ, ເມື່ອລະບົບດັ່ງກ່າວຫາກຖືກກະທົບຈາກນໍ້າມືມະນຸດແລ້ວມັນຈະກັບມາທຳຮ້າຍເຮົາຄືດັ່ງການລະບາດຂອງພະຍາດ.
ພ້ອມນັ້ນ, ວັນສິ່ງແວດລ້ອມສາກົນທີ່ຈະມາເຖິງວັນທີ 5 ມິຖຸນາອົງການສະຫະປະຊາດເພື່ອສິ່ງແວດລ້ອມກຳນົດຄຳຂວັນໄວ້ວ່າ “ເວລາຂອງທຳມະຊາດ” ເພື່ອມຸ່ງເປົ້າໄປທີ່ ບົດບາດຂອງຂອງທຳມະຊາດນັ້ນສຳຄັນພຽງໃດໃນການສ້າງຮາກຖານແກ່ການດຳລົງຊີວິດຂອງມວນມະນຸດເຊິ່ງເປັນການກະຕຸ້ນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນານາພັນ(CBD)ຕື່ມອີກ.
ເມື່ອໂລກໃຫ້ຄວາມສຳຄັນຕໍ່ກັບຊີວະນານາພັນເຊັ່ນນີ້ ຜູ້ຂຽນກໍອົດພາກພູມໃຈບໍ່ໜ້ອຍທີ່ແຜ່ນດິນລາວເຮົານີ້ນ້ອຍແຕ່ ເປັນບ່ອນຢູ່ຂອງຊະນິດພືດແລະສັດໃກ້ສູນພັນປະມານ 1,6% ຂອງໂລກຕາມການຈັດລຽງໂດຍອົງການສາກົນເພື່ອການອະນຸລັກທຳມະຊາດ (ຂໍ້ມູນຈາກຍຸດທະສາດແລະແຜນດຳເນີນງານຊີວະນານາພັນແຫ່ງຊາດ 2016-2025).
ສປປລາວໄດ້ຂຶ້ນຊື່ວ່າຍັງອຸດົມສົມບູນທາງຊີວະນານາພັນ, ພວກເຮົາມີພືດປະເພດທີ່ມີດອກໄມ້ ຈຳນວນ 8,000-11,000 ຊະນິດ, ສັດເລືອຄານປະມານ 200 ຊະນິດ, ນົກ 700 ຊະນິດ, ປະເພດເຈຍ 90 ຊະນິດແລະສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ 100 ກວ່າຊະນິດແລະເຄື່ອງປ່າຂອງດົງຊະນິດຕ່າງໆ ທີ່ຫຼາກຫຼາຍເຊິ່ງສຳຄັນທີ່ສຸດຕໍ່ ການຄອງຊີບຂອງປະຊາຊົນລາວຈຳນວນຫຼາຍ.
ແຕ່ພວກເຮົາຫຼາຍຄົນກໍກຳລັງເປັນຫ່ວງຄວາມອຸດົມສົມບູນເຫຼົ່ານີ້ຈະສູນຫາຍໄປ ຍ້ອນການບຸກລຸກທຳມະຊາດຫຼາຍເກີນໄປດ້ວຍຫຼາຍຮູບແບບບໍ່ວ່າຈະເປັນການຂະຫຍາຍເນື້ອທີ່ກະສິກຳເພື່ອການຄ້າ, ການຊື້-ຂາຍສັດປ່າ, ໂຄງການພັດທະນາແລະອື່ນໆ ອັນນຳໄປສູ່ ໄພຂົ່ມຂູ່ຕໍ່ຄວາມຫຼາກຫຼາຍທາງດ້ານຊີວະນານາພັນພວກເຮົາ.






ຢ່າງໃດກໍເຊື່ອວ່າຄວາມຫຼາກຫຼາຍຂອງຊີວະນານາພັນພວກເຮົາຈະໄດ້ຮັບການປົກປັກຮັກສາຢ່າງດີ, ພິເສດປີນີ້ ກໍຮອດເວລາທີ່ພວກເຮົາວາງເປົ້າໃຫ້ການປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ປະເທດທີ່ຈະສາມາດເພີ່ມຄວາມອຸດົມສົມບູນຂອງຊີວະນານາພັນຂອງລາວນຳມາເຊິ່ງຄວາມຍືນຍົງ, ຄວາມສົມດຸນຂອງທຳມະຊາດຕື່ມ.