ປ້າຍໂຄສະນາທີ່ບໍ່ມີພາສາລາວເຖິງຄາວຕ້ອງໄດ້ແກ້ໄຂ


ໂດຍ: ທິດກໍ່າ
ເຫັນແຫລ່ງຂ່າວໃນວັນທີ 3 ມິຖຸນາ 2020 ຜ່ານມາ ທາງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນແຂວງທີ່ຢູ່ທາງພາກເໜືອດ້ານຕາເວັນຕົກຂອງລາວໄດ້ພາກັນບຸກທະລຸແກ້ໄຂປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ. ບັນດາປ້າຍຕ່າງໆທີ່ເຫັນວ່າຜິດກົດໝາຍນີ້ໄດ້ແກ່ປ້າຍທີ່ບໍ່ມີພາສາລາວ ຫລືມີກໍໂຕນ້ອຍໆກວ່າພາສາອື່ນທີ່ເປັນພາສາຕ່າງປະເທດ. ສຳລັບຮູບການ ແລະ ວິທີການແກ້ໄຂນັ້ນ ຕາມແຫລ່ງຂ່າວກໍບອກວ່າ: ພາກັນຮື້ຖອນບັນດາປ້າຍທີ່ບໍ່ມີພາສາລາວ, ຮື້ຖອນປ້າຍທີ່ມີພາສາຕ່າງປະເທດຢູ່ເທິງພາສາລາວ ຫລື ປ້າຍທີ່ມີພາສາລາວໂຕນ້ອຍໆຂຽນຢອງໃສ່ຢູ່ເທິງພາສາຕ່າງປະເທດທີ່ໃຫຍ່ກວ່າ, ປ້າຍທີ່ມີສີພື້ນ ແລະ ໂຕໜັງສືບໍ່ຖືກຕ້ອງຕາມລະບຽບການທີ່ທາງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ກຳນົດອອກ.


ຕໍ່ຮູບການປະຕິບັດການຄັ້ງນີ້ ເກີນວ່າມີຫລາຍຄົນຍ້ອງຍໍຊົມເຊີຍ ແລະ ສະໜັບສະໜູນ ເພາະວ່າເບິ່ງຢ່າງໜຶ່ງຄືວ່າມັນເຫລືອເກີນໂພດ, ຜູ້ທີ່ຜະລິດປ້າຍອອກມາຄືບໍ່ຮູ້ອີ່ໂນ່ອີ່ເນ່, ບໍ່ຮູ້ລະບຽບກົດໝາຍ ແລະ ຖ້າວິເຄາະເບິ່ງຄັກໆຄືວ່າມັນດູລ້າຜ້າປຽບເຮັດໃສ່ກັນ. ອີກປະການໜຶ່ງ ມັນຄືເປັນການຢຽບຫຍາມການຈັດຕັ້ງພັກ-ລັດ, ຄືບ້ານເຮົາບໍ່ມີຂື່ມີແປ ແລະ ໝິ່ນປະໝາດຊາດລາວ, ໂຕໜັງສືລາວ, ຢູ່ປະເທດລາວແທ້ໆບໍ່ແມ່ນປະເທດຕົ້ນກຳເນີດເຊື້ອຊາດຂອງຕົນເອງ ເປັນພຽງປະເທດທີ່ຕົນມາລົງທຶນເຮັດທຸລະກິດ ຕ້ອງຄຳນຶງເຖິງເຊື້ອຊາດ ແລະ ອຳນາດອະທິປະໄຕຂອງປະເທດທີ່ຕົນມາອາໄສຢູ່ ແລະ ຖ້າວິເຄາະເບິ່ງຄັກໆ ກໍຄືວ່າການຈັດຕັ້ງເຮົາບໍ່ເດັດຂາດເຂັ້ມແຂງໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ. ສະພາບຢູ່ບ້ານເຮົາ, ເວົ້າເລື່ອງປ້າຍໂຄສະນາຍັງຂ້ອນຂ້າງສັບສົນ, ອົນລະເວງ ບໍ່ເປັນລະບຽບ ແລະ ບໍ່ທັນຫັນສູ່ການຄຸ້ມຄອງທີ່ດີ ແລະ ເດັດຂາດຕາມລະບຽບກົດໝາຍ. ມີປ້າຍຈຳນວນຫລາຍບໍ່ທັນສອດຄ່ອງກັບຮີດຄອງປະເພນີ ແລະ ກົດໝາຍບ້ານເມືອງ. ຫວ່າງສອງສາມປີຫລັງນັ້ນ ພວກເຮົາວຸ້ນວາຍກັນເລື່ອງປ້າຍໂຄສະນາຂາຍເບຍ, ມີທັງປ້າຍໂຄສະນາທາງອ້ອມ ແລະ ທາງກົງ. ປ້າຍໂຄສະນາທາງອ້ອມນັ້ນແມ່ນເອົາຜູ້ສາວຄົນງາມໆນຸ່ງເສື້ອສີເຫລືອງທີ່ມີກາເບຍລາວ, ເອກະລັກເບຍລາວໄປບໍລິການເສີບຕາມຮ້ານອາຫານ ແລະ ຮ້ານກິນດື່ມບ່ອນຕ່າງໆໃນທົ່ວນະຄອນຫລວງວຽງຈັນ ເບິ່ງແລ້ວປານດອກສະເລເຕພວມບານເຮືອງເຮື່ອ. ສ່ວນວ່າປ້າຍໂຄສະນາທາງກົງກໍແມ່ນປ້າຍທີ່ຢັ່ງຢາຍຢູ່ຕາມຮ້ານອາຫານ ແລະ ຮ້ານກິນດື່ມ, ຕາມຮ້ານໄຟຍິບແຍບໃນທົ່ວປະເທດແຕ່ເໜືອເຖິງໃຕ້ ຈົນວ່າໄປທາງໃດກໍເຫັນແຕ່ປ້າຍໂຄສະນາເບຍລາວຄັບທີບ ຄືວ່າມີການປຸກລະດົມໃຫ້ກັນກິນເບຍ ຈົນມາຮອດປັດຈຸບັນຄົນລາວຈຳນວນຫລວງຫລາຍພາກັນຕິດເບຍປານຄົນຕິດຝິ່ນ. ຈາກສະພາບທີ່ເກີນກວ່າເຫດນັ້ນ ພວກເຮົາກໍພາກັນມາວິເຄາະເວົ້າວ່າກັນເຮັດໃຫ້ມັນສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ໂດຍຍຶດໝັ້ນທາງດ້ານຮີດຄອງປະເພນີ, ວັດທະນະທຳມາເປັນຫລັກ ກໍເຫັນວ່າໄດ້ຫລຸດຜ່ອນໄປຫລາຍເຕີບ. ເຖິງວ່າມາອດປັດຈຸບັນຍັງບໍ່ສາມາດສະຫລຸບໄດ້ວ່າມັນມີຜົນດີຈັກເປີເຊັນ, ຜົນຮ້າຍຈັກເປີເຊັນ, ອັນໄດ້ຄືຫຍັງ ແລະ ເສຍໜ້ອຍຫລາຍປານໃດ.
ກ່ຽວກັບເລື່ອງປ້າຍໂຄສະນາຢູ່ບ້ານເຮົາທີ່ຢັ່ງຢາຍຫລາກຫລາຍໃນດ້ານແງ່ມຸມຕ່າງໆ ກໍມີລັກສະນະເໝືອນກັນ. ປັດຈຸບັນທົ່ວເມືອງລາວເຮົາດຽວນີ້ແມ່ນມີຫລາຍຊະນິດຈົນນັບບໍ່ໄຂ່ວ ແລະ ມີຈຳນວນບໍ່ໜ້ອຍຍັງບໍ່ຖືກຕ້ອງ ຄືດັ່ງຢູ່ເມືອງຕົ້ນເຜິ້ງ, ຢູ່ແຂວງອື່ນໆໃນທົ່ວປະເທດ ກໍມີຢ່າງຫລວງຫລາຍ ແລະ ສະເພາະຢູ່ນະຄອນຫລວງວຽງຈັນກໍມີບໍ່ອຶດບໍ່ຢາກ. ທິດກໍ່າ ໄປເຫັນບາງບ່ອນປ້າຍສຳນັກງານບໍລິສັດບໍ່ມີພາສາລາວພໍໂຕ, ມີແຕ່ພາສາຈີນກັບພາສາອັງກິດ ຫລືມີກໍແມ່ນໂຕນ້ອຍໆກວ່າພາສາຈີນ ແລະ ພາສາອັງກິດ. ນອກນັ້ນ ປ້າຍບາງບ່ອນກໍຂຽນບໍ່ຖືກຕາມຫລັກໄວຍາກອນລາວ ມີສຳນຽງພັດພ້ຽນໄປທາງພາສາຈີນ ເມື່ອອ່ານແລ້ວມັນລະປຸກປານຢາບ້ານຫ້ອມ.
ເມື່ອຕັ້ງໂຈດກັນວ່າ, ບັນດາປ້າຍໂຄສະນາທີ່ພວມຈະຜະລິດຂຶ້ນມາໃໝ່, ໂຕທີ່ຜະລິດແລ້ວເອົາໄປຕັ້ງເຈີ່ນເທີ້ນຢູ່ແຕ່ລະບ່ອນແມ່ນໃຜເປັນຜູ້ຮັບຜິດຊອບຄຸ້ມຄອງກວດກາໃຫ້ເຂົ້າລະບຽບກົດໝາຍ ? ຄຳຕອບໂຈດກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກນັ້ນ ກໍລາມໄປຮອດ ປກສ, ປກຊ, ກະຊວງໂຍທາທິການ ແລະ ຂົນສົ່ງ ຕ່າງແຕ່ວ່າໃຜຮັບຜິດຊອບດ້ານໃດ, ໃຜໜ້ອຍໃຜຫລາຍ, ຕ້ອງແບ່ງງານກັນຄັກແນ່ ບໍ່ຊັ້ນມັນຈະລວາດແຂ້ວເຕົ່າຖິ້ມພຸ້ນຖິ້ມພີ້. ສຸດທ້າຍມາມັນກໍເປັນໄປຕາມວາດ, ຕາມຍະຖາກຳ ຄືດັ່ງເຮົາເຫັນທຸກວັນນີ້.
ແນວໃດກໍດີ, ຕາມເຮົາວ່າ: ເວົ້າເລື່ອງປ້າຍໂຄສະນາຢູ່ບ້ານເຮົາ ຖ້າບໍ່ມີການຄຸ້ມຄອງທີ່ດິນ ແລະ ເດັດຂາດຈິງຈັງອີ່ຫລີ ມັນຈະມີຫລາຍບັນຫາທີ່ເກີດຂຶ້ນ, ການເປັນມີດສອງຄົມ, ຍ້ອນທັນໃຜທັນເຮັດ, ທັນໃຜທັນຂຽນ ໂດຍສະເພາະແມ່ນບໍລິສັດທີ່ເຮັດປ້າຍໂຄສະນາ ແລະ ບໍລິການພິມຈຳໜ່າຍຂອງຕ່າງປະເທດທີ່ພວມລົງທຶນຢູ່ລາວເຮົາຕ້ອງໄດ້ມີການຄຸ້ມຄອງກວດກາຢ່າງເຄັ່ງຄັດ, ໃກ້ຊິດຄັກແນ່ ບໍ່ຊັ້ນຄຳເວົ້າອາດຈະພ້ຽນ ນະຄອນຫລວງວຽງຈັນ ມັນຈະກາຍເປັນ ນະຄອນຫລວງວຽງຈັງ.