ແມັກໄກວ ຄວ້າແຊ້ມສະນຸກເກີລາຍການ Tour Championship 2020
ການແຂ່ງຂັນສະນຸກເກີ ລະດັບສາກົນ ລາຍການ Tour Championship 2020 ທີ່ມິວຕັ້ນຄີນ, ປະເທດອັງກິດ ໃນວັນທີ 20-26 ມິຖຸນາຜ່ານມາ ຊິງເງິນລາງວັນລວມ 380 ,000 ປອນ ຄັດເອົານັກສະນຸກທີ່ມີສະສົມເງິນລາງວັນ ແລະ ຄະແນນສະສົມສູງສຸດຕິດອັນດັບ 1-8 ໃນລະດູການນີ້ ມາພົບກັນ.
ຮອບຊິງຊະນະເລີດ ມາກ ອາວເລນ ມື 7 ຂອງລາຍການຈາກໄອແລນເໜືອ ພົບກັບ ສະຕີເຟັ້ນ ແມັກໄກວ ມື 9 ຂອງລາຍການຈາກສະກັອດແລນ ທີ່ເຂົ້າມາຮ່ວມລາຍການນີ້ແທນ ຕິງຈຸນຮຸຍ ມື 5 ຂອງລາຍການຈາກຈີນ ທີ່ຖອນຕົວຈາກການແຂ່ງຂັນ, ຜົນປະກົດວ່າ: ແມັກໄກວ ສ້າງຜົນງານໄດ້ດີຕໍ່ເນື່ອງ ເອົາຊະນະ ອາວເລນ ເຟຣມ, 8 ເຟຣມທຳອິດ ສະເໝີກັນ 4-4 ຈາກນັ້ນມາພາກທີສອງ ແມັກໄກວ ເຮັດໄດ້ດີກວ່າ ໂດຍສະເພາະການເຂົ້າເບຣກ ຜິດພາດໜ້ອຍກວ່າ ອາວເລນ ແລະ ເອົາຊະນະ 10-6 ເຟຣມ.
ແມັກໄກວ ໄດ້ແຊ້ມລາຍການນີ້ເປັນຄັ້ງທຳອິດ ແລະ ເປັນແຊ້ມລາຍການທຳອິດຕັ້ງແຕ່ ເວວ ໂອເພັນ ໃນປີ 2013 ຮັບເງິນລາງວັນ £150,000 ປອນ, ພ້ອມໂບນັສອີກ 100,000 ປອນ ແລະ ເງິນລາງວັນເຂົ້າເບຣກສູງສຸດ 139 ຄະແນນອີກ 10,000 ປອນ ລວມ 260,000 ປອນ ຫລື ປະມານ 2 ຕື້ 900 ລ້ານກວ່າກີບ, ສ່ວນຮອງແຊ້ມໄດ້ຮັບ £60,000 ປອນ.ລາຍການຕໍ່ໄປ ເປັນຊິງແຊ້ມໂລກ World Championship ປະຈຳປີ 2020 ທີ່ເມືອງເຊຟຟິວ ປະເທດອັງກິດ ໃນວັນທີ 31 ກໍລະກົດ ຫາວັນທີ 16 ສິງຫານີ້.