ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ

ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ - 130 - ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ
ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ - kitchen vibe - ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ

ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ຍອມ​ໃສ່​ຜ້າ​ປິດ​ປາກ-ດັງ​ຢູ່​ສະຖານ​ທີ່​ສາທາລະນະ​ເປັນຄັ້ງທຳ​ອິດ ລະຫວ່າງ​ປະຕິບັດ​ພາລະກິດ​ຢ້ຽມຢາມ​ທະຫານ​ທີ່​ບາດ​ເຈັບ ​ແລະ ບຸກຄະລາ​ກອນ​ທາງ​ການ​ແພດ ພາຍ​ໃນ​ໂຮງໝໍ​ກອງທັບ​ວໍ​ເຕີ ຣີດ ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ.ຊີ ​ໃນ​ວັນ​ທີ 11 ກໍລະກົດ ​ໂດຍ​ຖື​ເປັນ​ການ​ປ່ຽນ​ແປງ​ທ່າ​ທີ ຫລັງ​ຈາກ​ທ່ານ​ປະຕິ​ເສດ​ຂໍ້​ແນະນຳ​ຂອງ​ຜູ້​ຊ່ຽວຊານ​ມາ​ຕະຫລອດ ວ່າ​ຈະ​ບໍ່​ຍອມ​ໃສ່​ຜ້າ​ປິດປາກ-ດັງ ​ເພື່ອ​ປ້ອງ​ກັນ​ໂຄ​ວິດ-19 ຢູ່​ສະຖານ​ທີ່​ສາທາລະນະ.

ກ່ອນ​ການ​ເດີນທາງ​ຢ້ຽມຢາມ​ໂຮງໝໍ, ທ່ານ ທຣຳ ​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ທ່ານ​ບໍ່​ເຄີຍ​ຕໍ່ຕ້ານ​ການ​ໃສ່​ຜ້າ​ປິດ​ປາກ-ດັງ, ​ແຕ່​ເຊື່ອ​ວ່າ​ຕ້ອງ​ໃສ່​ໃນ​ເວລາ ​ແລະ ສະຖານ​ທີ່​ທີ່​ເໝາະ​ສົມ.

ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ - Visit Laos Visit SALANA BOUTIQUE HOTEL - ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ

ການ​ປ່ຽນ​ທ່າ​ທີ​ຂອງ​ທ່ານ ທຣຳ ມີ​ຂຶ້ນຫລັງ​ຕົວ​ເລກ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ແຕ່​ລະ​ວັນ​ຢູ່​ອາ​ເມ​ລິ​ກາ​ເພີ່ມ​ສູງ​ເປັນ​ສະຖິຕິ​ໃໝ່​ເຖິງ 66.500 ກວ່າ​ຄົນ ​ໃນ​ວັນ​ທີ 11 ກໍລະກົດ ​ເຮັດ​ໃຫ້​ຜູ້​ຕິດ​ເຊື້ອສະ​ສົມ​ຢູ່​ອາ​ເມ​ລິ​ກາ​ສູງ​ກວ່າ 3.355.000 ຄົນ​ແລ້ວ ​ແລະ ​ເສຍ​ຊີວິດ​ລວມ 137.000 ກວ່າ​ຄົນ.

ກ່ອນ​ໜ້າ​ນີ້ ​ໃນ​ວັນ​ທີ 10 ກໍລະກົດ ສຳນັກ​ຂ່າວ CNN ລາຍ​ງານ​ວ່າ: ທ່ານ ທຣຳ ຕອບ​ຮັບ​ຈະ​ໃສ່​ຜ້າ​ປິດ​ປາກ-ດັງ​ລະຫວ່າງ​ການ​ຢ້ຽມຢາມ​ໂຮງໝໍ​ກອງທັບ​ວໍ​ເຕີ ຣີດ ຫລັງ​ຜູ້​ຊ່ວຍ​ຂອງ​ທ່ານ​ຂໍ​ຮ້ອງ​ຢ່າງ​ໜັກ ​ເພື່ອ​ໃຫ້​ທ່ານ ທຣຳ ​ໃສ່​ຜ້າ​ປິດ​ປາກ​-ດັງ​ເປັນຕົວຢ່າງ​ຕໍ່​ຜູ້​ສະໜັບສະໜູນ ​ແລະ ​ໃນ​ການ​ໃຫ້​ສຳພາດ​ຕໍ່ Fox News, ທ່ານ ທຣຳ ກ່າວ​ວ່າ: ທ່ານ​ຈະ​ໃສ່​ຜ້າ​ປິດ​ປາກ-ດັງ​ລະຫວ່າງ​ໄປ​ຢ້ຽມຢາມ​ທະຫານ​ທີ່​ບາດ​ເຈັບ ​ແລະ ບຸກຄະລາ​ກອນ​ທາງ​ການ​ແພດ​ຢູ່​ວໍ​ເຕີຣີດ ​ເພາະ​ເປັນ​ສິ່ງ​ທີ່​ເໝາະ​ສົມ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່າ​ທີ​ຂອງ​ທ່ານ ທຣຳ ສວນ​ທາງ​ກັບ​ໄລຍະ​ເດືອນ​ເມສາ ຫລັງ​ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ລະບາດ​ຂອງ​ອາ​ເມ​ລິ​ກາ (CDC) ​ເລີ່​ມຕົ້ນປະກາ​ດຂໍ້​ແນະນຳ​ໃຫ້​ປະຊາຊົນ​ໃສ່​ຜ້າ​ປິດ​ປາກ-ດັງ​ຢູ່​ສະຖານ​ທີ່​ສາທາລະນະ, ​ແຕ່​ທ່ານ ທຣຳ ບອກ​ກັບ​ນັກ​ຂ່າວ​ວ່າ: ຈະ​ບໍ່​ປະຕິບັດ​ຕາມ​ຂໍ້​ແນະນຳ​ດັ່ງກ່າວ.

ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ - 5 - ທຣຳ ຍອມໃສ່ຜ້າປິດປາກ-ດັງປະຕິບັດພາລະກິດ ຢູ່ສະຖານທີ່ສາທາລະນະເປັນຄັ້ງທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!