ຄົ້ນຄວ້າທິດທາງການພັດທະນາທຸລະກິດຂອງຫວຽດນາມຢູ່ລາວ


ວັນທີ 12 ກໍລະກົດນີ້, ສະຖານທູດຫວຽດນາມປະຈຳລາວໄດ້ຈັດກອງປະຊຸມກັບບັນດານັກທຸລະກິດຂອງຫວຽດນາມທີ່ລົງທຶນຢູ່ລາວ ເພື່ອຄົ້ນຄວ້າຊອກຫາຊ່ອງທາງພັດທະນາທຸລະກິດຢູ່ລາວໃຫ້ມີປະສິດທິຜົນໃນທ່າມກາງທີ່ລາວໄດ້ຮັບຜົນກະທົບໜັກໜ່ວງຈາກພະຍາດໂຄວິດ-19.
(ໜັງສືພິມ ລາວພັດທະນາ)
ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າເກືອບ 50 ຫົວໜ່ວຍພາກທຸລະກິດຂອງຫວຽດນາມທີ່ລົງທຶນຢູ່ລາວເຂົ້າຮ່ວມ. ພາຍໃຕ້ການເປັນປະທານຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມຂອງຫວຽດນາມປະຈຳລາວ ຫງວຽນບາຮຸ່ງ (NguyễnBáHùng).
ທ່ານ ຫງວຽນບາຮຸ່ງ ກ່າວຕໍ່ກອງປະຊຸມວ່າ: ເນື່ອງຈາກວ່າເສດຖະກິດຂອງລາວໄດ້ຮັບຜົນກະທົບຈາກໂຄວິດ-19, ກໍຄືລະດັບການເຕີບໂຕທາງດ້ານເສດຖະກິດຂອງຄູ່ຮ່ວມມືຂອງລາວຕົກຕໍ່າ ຈຶ່ງເຮັດໃຫ້ເສດຖະກິດຂອງລາວມີທ່າອ່ຽງຫຼຸດລົງ ແລະ ເງິນໃນລະດັບສູງສູງ, ໜີ້ສິນສາທາລະນະກໍເພີ່ມສູງຂຶ້ນ, ຄັງແຮແຫ່ງຊາດຫຼຸດລົງ.
ທ່ານ ຫງວຽນບາຮຸ່ງ ໃຫ້ຮູ້ອີກວ່າ: ພາຍຫຼັງໄດ້ຮັບໄຊຊະນະໂຄວິດ-19 ໃນເບື້ອງຕົ້ນ, ລັດຖະບານລາວ ໄດ້ວາງຫຼາຍມາດຕະການອອກມາເພື່ອຊຸກຍູ້ການລົງທຶນ, ດຳເນີນທຸລະກິດ ແລະ ການຜະລິດເພື່ອຊ່ວຍໜູນໃຫ້ຫົວໜ່ວຍທຸລະກິດ, ໃນນັ້ນມີທັງຫົວໜ່ວຍທຸລະກິດຂອງຫວຽດນາມທີ່ກຳລັງລົງທຶນຢູ່ລາວ. ພວກເຮົາເຫັນວ່າ ການຮ່ວມມືລະຫວ່າງສອງປະເທດຄວນໄດ້ຮັບການຊຸກຍູ້ໃຫ້ແຂງແຮງກວ່າເກົ່າ ດ້ວຍຄວາມພະຍາຍາມຂອງທັງສອງຝ່າຍ.
ປັດຈຸບັນລັດຖະບານລາວກຳລັງຈັດວາງ ແລະ ປັບປຸງລະບົບເສດຖະກິດຄືນໃໝ່, ໂດຍສະເພາະແມ່ນການປັບປຸງກົດໝາຍການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ກົດໝາຍວ່າດ້ວຍການດຳເນີນທຸລະກິດ, ການເງິນ, ທະນາຄານ. ກຳນົດແລວເສດຖະກິດຕາມທິດເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ. ນອກຈານັ້ນໂຄງການໃຫ່ຍໆທີ່ໃກ້ຈະສຳເລັດແລ້ວມີຄື: ໂຄງການເຂື່ອນໄຟຟ້າ, ທາງລົດໄຟຄວາມໄວສູງລາວ-ຈີນ ແລະ ບາງໂຄງການໃຫ່ຍໆ ໃນດ້ານພືນຖານໂຄງລ່າງການຮ່ວມມືລະຫວ່າງຫວຽດນາມ ແລະ ລາວກໍກຳລັງເປັນຮູບເປັນຮ່າງຂຶ້ນ ແລະ ກ່ອນອື່ນໝົດແມ່ນການເປີດສາຍການບິນລະຫວ່າງສອງປະເທດກໍຈະມີຂຶ້ນໃນໄວໆນີ້. ນັ້ນຄື ບັນຫາທີ່ນັກທຸລະກິດຂອງຫວຽດນາມຄວນໄດ້ຄົ້ນຄ້ວາ ເພື່ອເປັນເຈົ້າການຊອກຫາທິດທາງໃນການພັດທະນາໃຫ້ສອດຄ່ອງກັບສະຖານະການໃໝ່.
ທ່ານທູດ ຍັງຮຽກຮ້ອງມາຍັງບັນດານັກທຸລະກິດຂອງຫວຽດນາມຈົ່ງເພີ່ມທະວີການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນສະມາຄົມນັກທຸລະກິດຂອງຫວຽດນາມດ້ວຍກັນ ເພື່ອພ້ອມກັນຫັນປ່ຽນແນວຄວາມຄິດຈີນຕະນາການໃນການຄຸ້ມຄອງ ເພື່ອໃຫ້ທັນກັບການພັດທະນາຂອງຕະຫຼາດ.
ເຖິງຢ່າງໃດກໍດີ, ບັນດານັກທຸລະກິດຂອງຫວຽດນາມຍັງມີຄວາມເປັນຫວ່ງຕໍ່ຄ່າເງິນກີບອ່ອນຄ່າຫຼາຍທຽບໃສ່ເງິນໂດລາສະຫະລັດມີຄວາມຫຼຸດໂຕນກັນຫຼາຍຊຶ່ງມີຄວາມຫຍຸ້ງຍາກໃນພາກຕົວຈິງກັບລາຄາກາງຂອງລັດຖະບານລາວ, ຄວາມໄດ້ປຽບໃນການແກ້ງແຍ້ງແຂ່ງຂັນຂອງນັກທຸລະກິດຫວຽດນາມກັບນັກທຸລະກິດຕ່າງປະເທດທີ່ລົງທຶນໃນລາວ, ຍັງມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ຊຶ່ງໃນການຈັດຕັ້ງປະຕິບັດຕົວຈິງບໍ່ສາມາດປະຕິບັດໄດ້ ຍ້ອນເງື່ອນໄຂໃນຕົວ ແລະ ນອກຕົວ ຂອງຂະແໜງການກ່ຽວຂ້ອງຂອງລາວ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ nhandan)
(ໜັງສືພິມ ລາວພັດທະນາ)