ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ

ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ - Time fo an Adventure 2020 07 18T142322 - ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ
ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ - kitchen vibe - ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ

ນັກທຸລະກິດສະຫະລັດມີຄວາມສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ, ໃນຂະນະທີ່ ບັນດາປະເທດໃນອາຊຽນກຳລັງ ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ ແລະ ວາງນະໂຍບາຍອູດໜູນຊ່ວຍຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບຈາກໂຄວິດ-19.
ວັນທີ 15 ກໍລະກົດ, ທີ່ນະຄອນຫຼວງວໍຊິງຕັນດີຊີ, ທ່ານເອກອັກຄະລັດຖະທູດຫວຽດນາມ ຮ່າກິມຫງອກ ໄດ້ເຂົ້າຮ່ວມການແລກປ່ຽນທາງອອນລາຍ ທີ່ຈັດຂຶ້ນໂດຍສະມາຄົມນັກທຸລະກິດອາເມລິກາ – ອາຊຽນ (USABC) ຮ່ວມມືກັບບໍລິສັດກວດສອບ Ernst & Young ພາຍໃຕ້ຫົວຂໍ້ “ ກາລະໂອກາດການລົງທຶນໂດຍກົງຂອງຕ່າງປະເທດໃນອາຊຽນພາຍຫຼັງ Covid-19”.
ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ແບ່ງປັນບັນດາກາລະໂອກາດທີ່ດີກັບບັນດານັກທຸລະກິດຂອງສະຫະລັດໃນການລົງທຶນເຂົ້າໃນອາຊຽນ ແລະ ຫວຽດນາມຫລັງ Covid-19 . ທ່ານເອກອັກຄະລັດຖະທູດໄດ້ເນັ້ນເຖິງບັນດາປັດໃຈທີ່ສະດວກໃນການລົງຢູ່ຫວຽດນາມໃນປັດຈຸບັນໃຫ້ບັນດານັກທຸລະກິດສະຫະລັດຮັບຊາບວ່າ: ການພັດທະນາ ຄູ່ຮ່ວມມືຮອບດ້ານຫວຽດນາມ – ອາເມລິກາ, ການສົ່ງເສີມເຄືອຂ່າຍບັນດາ FTA ຂອງຫວຽດນາມ, ແລະ ພິເສດແມ່ນຜົນສຳເລັດຂອງຫວຽດນາມໃນການຄວບຄຸມພະຍາດຕິດແປດພ້ອມທັງການຕັດສິນໃຈຂອງລັດຖະບານໃນການດຶງດູດການລົງທຶນຈາກຕ່າງປະເທດ, ສົ່ງເສີມບົດບາດຂອງຫວຽດນາມໃນການປັບໂຄງສ້າງຕ່ອງໂສ້ຕອບສະໜອງ ໃນທົ່ວໂລກ ແມ່ນນັບມື້ມີທ່າອ່ຽງດີຂຶ້ນ.
ຕໍ່ໜ້ານີ້, ບັນດາວິສາຫະກິດ ແລະ ນັກລົງທຶນຂອງສະຫະລັດຈະພິຈາຄວາມອາດສາມາດຂອງ ລັດຖະບານບັນດາປະເທດ ໃນການຮັບມືກັບຜົນກະທົບຈາກພາຍນອກ. ໂດຍສະເພາະແມ່ນຄວາມພະຍາຍາມຂອງຫວຽດນາມໃນການປ້ອງກັນການລະບາດຂອງພະຍາດ ແລະ ການຟື້ນຟູເສດຖະກິດຂອງຫວຽດນາມ ຈະເປັນເງື່ອນໄຂທີ່ດີໃຫ້ແກ່ການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ.
ບັນດາວິສາຫະກິດຂອງອາເມລິກາໄດ້ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ປັບປຸງສະພາບແວດລ້ອມຂອງການລົງທຶນ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ, ແລະມີນະໂຍບາຍ ຊ່ວຍໜູນທຸລະກິດ, ໂດຍສະເພາະແມ່ນທາງດ້ານພາສີພ້ອມທັງໃຫ້ຄວາມສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ. USABC ຍັງໄດ້ກ່າວວ່າພ້ອມແລ້ວທີ່ຈະປະສານງານກັບຫວຽດນາມເພື່ອຈັດຕັ້ງເວທີປາໄສກ່ຽວກັບທຸລະກິດມະຫາສະມຸດອິນເດຍ – ປາຊີຟິກ ຢູ່ ປະເທດຫວຽດນາມຢ່າງເປັນທາງການໃນທ້າຍປີນີ້.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ thoidai)

ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ - 3 - ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ
ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ - Visit Laos Visit SALANA BOUTIQUE HOTEL - ນັກທຸລະກິດສະຫະລັດສົນໃຈລົງທຶນໃນຫວຽດນາມຫຼາຍຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!