ຂີ່ເຮືອຊົມວິວເຂດແມ່ນ້ຳຈາງອານສສຫວຽດນາມ


ແຂວງນິງບິງ ອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທີ່ໂດດເດັ່ນ ແລະ ມີຊື່ສຽງຢູ່ ສສ ຫວຽດນາມໂດຍສະເພາະແມ່ນຢູ່ເຂດ ເມືອງຈາງອານ ຫ່າງຈາກນະ ຄອນ ຫຼວງຮ່າໂນຍໄປທາງທິດ ຕາເວັນຕົກສຽງໃຕ້ປະມານ 100 ກິໂລແມັດ, ໂດຍມີແມ່ນໍ້າຈາງ ອານທີ່ກວ້າງໃຫຍ່ໃສເຢັນ ແລະ ຍາວຢຽດເໝາະສໍາລັບການ ທ່ອງທ່ຽວຂີ່ເຮືອຊົມທໍາມະຊາດປົກ ຄຸມໄປທົ່ວທຸກບ່ອນ ເຮັດໃຫ້ ອາກາດເຂດນີ້ມີຄວາມປອດໂປ່ງສົດໃສດີ, ມີສາຍລົມເຢັນພັດຜ່ານຕະຫຼອດເວລາພາໃຫ້ຈິດໃຈ ເພີດເພີນໄປກັບມົນສະເໜ່ແຫ່ງ ຄວາມສວຍສົດງົດງາມ ຂອງທໍາມະຊາດແຫ່ງ ນີ້ຍາກທີ່ຈະຫຼົງລືມມັນໄດ້.


+ ເຜີຍແຜ່ແຜນຍຸດທະສາດການທ່ອງທ່ຽວອາຊຽນ ປີ 2016-2025
+ ທ່ຽວຊົມຕາດຫີນຄັນນາ ແລະ ຕາດຊອນ
ແມ່ນໍ້າຈາງອານ ໄຫຼລອດ ຜ່ານສາຍພູຫີນປູນທີ່ເປັນຖໍ້າໃຫຍ່ເຖິງ 9 ແຫ່ງ, ເຮັດໃຫ້ນັກ ທ່ອງທ່ຽວໄດ້ມີໂອກາດຂີ່ເຮືອ ແລະ ພາຍເຮືອເພື່ອເປັນການ ອອກກໍາລັງກາຍແບບພະຈົນໄພ ໃນການລອດຖໍ້າ ທີ່ມີຄວາມຍາວ, ສູງ ແລະ ກວ້າງຫຼຸດລື່ນກັນໄປບາງຖໍ້າກວ້າງປະມານ20 ແມັດ, 10 ແມັດ ແລະ 200-300ແມັດ ເຊິ່ງແຕ່ລະຖໍ້າທີ່ຂີ່ເຮືອລອດ ເຂົ້າໄປກໍຈະມີ ໂຄມໄຟໃຕ້ ໄວ້ເປັນ ຈຸດໆຫ່າງກັນປະມານ 10 – 20 ແມັດເພື່ອໃຫ້ແສງສະຫວ່າງ ເຍືອງທາງໃນການຂີ່ເຮືອລອດເຂົ້າໄປ ດ້ວຍຄວາມງົດງາມ ແລະ ງຶດງໍ້ທີ່ທຳມະຊາດສ້າງປັ້ນແຕ່ງ ມັນຂຶ້ນມາທີ່ກ້ອນ ກ່ຽວກັນແມ່ນໍ້າຈາງອານທີ່ໃສເຢັນດີເມື່ອພວກເຮົາແນມລົງໄປພື້ນນໍ້າກໍ ຈະເຫັນ ແໜ-ໄຄຫີນ ພ້ອມດ້ວຍ ໝູ່ປາລ່ອງລອຍຫາກິນເຫຍື່ອຕາມແບບ ທໍາມະຊາດຂອງມັນຢູ່ສອງ ຟາກ ຝັ່ງແມ່ນໍ້າຈາງອານ ກໍແມ່ນສາຍພູທີ່ສູງຊັນ ແລະ ຍາວຢຽດທີ່ປົກຄຸມຫຸ້ມຫໍ່ໄປ ດ້ວຍປ່າໄມ້ ແລະ ພຶກສາສາດ ນາໆຊະນິດໃຫ້ເປັນຮົ່ມເຢັນດີ, ພ້ອມມີຄຸນຄ່າຕໍ່ການລ້ຽງແບ້ ຂອງປະ ຊາຊົນໃນເຂດນີ້ຈົນກາຍເປັນຕຳນານ ແລະ ມີຊື່ສຽງດົງດັ່ງໄປທົ່ວປະເທດ, ເຖິງຄວາມແຊບຊ້ອຍຂອງແບ້ພູເຂົານານດິງ-ນິງບິງ.


ຕາມການສອບຖາມພະ ນັກງານຮັບຜິດຊອບ ແລະ ບໍລິ ການນໍາທ່ຽວແຫ່ງນີ້ໃຫ້ຮູ້ວ່າ: ແມ່ ນໍ້າຈາງອານ ເປັນແມ່ນໍ້າທີ່ ໃຫ້ ຄຸນຄ່າຫລາຍຢ່າງ, ນອກຈາກ ອຳນວຍຄວາມສະດວກ ໃຫ້ແກ່ ການປູກຝັງ ແລະ ລ້ຽງສັດຂອງ ປະຊາຊົນຜູ້ຢູ່ອາໄສເຂດນີ້ແລ້ວ ຍັງເປັນແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈທີ່ສຸດສໍາລັບນັກທ່ອງທ່ຽວຜູ້ຮັກຫອມ ທຳມະຊາດ ແລະ ຊີວະນາໆພັນ, ເຊິ່ງປັດຈຸ ບັນໄດ້ ມີບໍລິສັດເຂົ້າມາສຳປະທານ ເພື່ອພັດທະນາເຂດທ່ອງ ທ່ຽວນີ້ເປັນແດນເງິນ ແດນຄຳ ໂດຍປະຊາຊົນໄດ້ມີສ່ວນຮ່ວມ, ໂດຍບໍລິສັດໄດ້ລົງ ທຶນສ້າງເຮືອພາຍ ໄວ້ຄອຍ ບໍລິການທ່ອງທ່ຽວ ປະມານ 1.000 ກວ່າລໍາ ແລ້ວ ຮັບເອົາປະຊາຊົນໂດຍສະເພາະເພດຍິງເຂົ້າມາບໍລິການພາຍ ເຮືອນຳທ່ຽວດັ່ງກ່າວເພື່ອເປັນສືສັນໃໝ່ ແລະ ຮັບປະກັນບໍ່ໃຫ້ ເກີດການ ສູນເສຍມົນລະຜິດ. ພາຍເຮືອເພດຍິງທີ່ມີສີມືລະດັບດີໆທັງນັ້ນຮັບປະກັນໄດ້ຄວາມປອດໄພ 100% ເຊິ່ງແຕ່ລະມື້ເຂົາເຈົ້າຈະເລີ່ມບໍລິການນໍາທ່ຽວແຕ່ເວລາ 8:00-17:00 ໂມງ. ເພື່ອນຳແຂກເຂົ້າ ຊົມຈຸດທ່ອງທ່ຽວທີ່ສໍາຄັນຄື: ຫໍຈິ່ງ, ຫໍເຈິ່ນ ແລະ ຫໍພູກົ້ງ.


ການຂີ່ເຮືອພາຍ ທ່ຽວຊົມ ວິວຂອງພວກເຮົາໃນຄັ້ງນີ້ແມ່ນພໍດີກັບມື້ຝົນຕົກເຖິງບໍ່ໄດ້ຊົມຄວາມງາມຂອງທຳມະ ຊາດແຫ່ງນີ້ຢ່າງເຕັມອີ່ມແຕ່ຄະນະພວກເຮົາໃຜໆ ກໍດີໃຈບໍ່ໜ້ອຍ ທີ່ໄດ້ເຫັນເຖິງແກນແທ້ ຂອງການພັດທະນາທ່ອງທ່ຽວຂອງເພື່ອນສະຫາຍຫວຽດນາມ ຫາກທ່ານ ໄດ້ມາທ່ຽວຊົມເຂດ ນີ້ ແລ້ວທ່ານກໍຈະໄດ້ສໍາພັດກັບ ບັນຍາກາດອັນແສນເບີກບານ ມ່ວນຊື່ນ ແລະ ອົບອຸ່ນຈາກພະ ນັກງານນໍາທ່ຽວດ້ວຍໃບໜ້າທີ່ ຍິ້ມແຍ້ມແຈ່ມໃສ ແລະ ວາຈາ ທີ່ ເປັນພາສາທ້ອງຖິ່ນອັນອ່ອນ ຫວານພ້ອມກັບຄວາມງາມ ຢ່າງມີສະເໜ່ ແລະ ໜ້າ ຮັກຂອງບັນດາສາວໆເຂດພູຜາ ແຫ່ງນີ້ຈະເຮັດໃຫ້ລືມເຂົາເຈົ້າ ໄດ້ຍາກ.
ໂດຍ: ຊາຍພະເນຈອນ