ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 22 ກໍລະກົດ 2020


- ຄະນະກຳມາທິການລັດຖະສະພາແຫ່ງອັງກິດ ໄດ້ເປີດເຜີຍລາຍງານທີ່ລໍຄອຍມາຢ່າງຍາວນານ ເຊິ່ງມີຂໍ້ສະຫລຸບວ່າ ອັງກິດລົ້ມເຫລວໃນການກຽມຄວາມພ້ອມ ແລະ ດຳເນີນງານເພື່ອປະເມີນຄວາມເໝາະສົມໃນການແຊກແຊງຂອງຣັດເຊຍສຳລັບກອງປະຊຸມເລື່ອງ Brexit ໃນປີ 2016.
ລາຍງານຍັງກ່າວອີກວ່າ ການແຊກແຊງຂອງຣັດເຊຍຈະກາຍເປັນ New Normal ສຳລັບຊີວິດຂອງຊາວອັງກິດ ເຊິ່ງຄວາມຈິງແລ້ວ ເອກະສານສະບັບນີ້ໄດ້ສຳເລັດສົມບູນນັບແຕ່ 18 ເດືອນກ່ອນ, ແຕ່ລັດຖະບານອັງກິດປະຕິເສດຈະເຜີຍແຜ່ອອກມາຈົນຮອດປີສຸດທ້າຍທີ່ການເລືອກຕັ້ງຄັ້ງໃໝ່ກຳລັງຈະເກີດຂຶ້ນ.
- ມືປືນໄດ້ຈັບຕົວປະກັນ ເຊິ່ງເຈົ້າໜ້າທີ່ຄາດວ່າມີປະມານ 10 ຄົນໄວ້ໃນລົດເມຢູ່ເມືອງ Lutsk ປະເທດອູແກຣນ ເຊິ່ງເຮັດໃຫ້ເກີດການຜະເຊີນໜ້າກັບເຈົ້າໜ້າທີ່ ແລະ ຄົນຮ້າຍ.
ໂດຍຫລ້າສຸດມືປືນໄດ້ຍິງໃສ່ເຈົ້າໜ້າທີ່ ເຖິງວ່າຈະຍັງບໍ່ມີລາຍງານຜູ້ເສຍຊີວິດ ເຊິ່ງ Anton Herashchenko ຮອງລັດຖະມົນຕີປ້ອງກັນປະເທດຂອງອູແກຣນ ກ່າວວ່າ: ຜູ້ຊາຍຄົນດັ່ງກ່າວອ້າງກັບເຈົ້າໜ້າທີ່ວ່າລາວມີລະເບີດ ແລະ ການເຈລະຈາຍັງດຳເນີນໄປຢ່າງຕໍ່ເນື່ອງ.
- Linkedln ກ່າວວ່າ ພວກເຂົາຈະຫລຸດຈຳນວນພະນັກງານລົງ 960 ຄົນ ຄິດເປັນ 6% ຂອງຈຳນວນແຮງງານທັງໝົດຂອງພວກເຂົາ ໂດຍຜູ້ໃຫ້ບໍລິການ Platform ເຄືອຂ່າຍອິນເຕີເນັດລະດັບມືອາຊີບນີ້ ມີການສ້າງລາຍໄດ້ຈາກການໂຄສະນາ ແລະ ການເກັບຄ່າທຳນຽມສະໝັກ.
ແຕ່ປັດໄຈຂັບເຄື່ອນທັງ 2 ຢ່າງຂອງທຸລະກິດກຳລັງຫລຸດລົງ ແລະ ບໍລິສັດທີ່ຕ້ອງການຈ້າງໂຄສະນາກໍມີໜ້ອຍລົງ ເນື່ອງຈາກລູກຄ້າເຫລົ່ານີ້ຕ່າງກຳລັງປັບໂຄງສ້າງ ເພື່ອຫລຸດຕົ້ນທຶນໃຫ້ໄດ້ຫລາຍທີ່ສຸດ ລວມທັງການປົດພະນັກງານທີ່ບໍ່ຈຳເປັນອອກຫລັງຈາກມາດຕະການຊ່ວຍເຫລືອຂອງລັດຖະບານສິ້ນສຸດລົງ.
ສະຫລຸບຄື Linkedln ຈະຫລຸດຕຳແໜ່ງດ້ານການຂາຍ ແລະ ການຈ້າງງານລົງທົ່ວໂລກ.
- ໂດນັລ ທຣຳ ໄດ້ລົງນາມໃນບັນທຶກຂໍ້ຕົກລົງທີ່ອາດປ້ອງກັນບໍ່ໃຫ້ຄະແນນສຽງຂອງຜູ້ທີ່ອົບພະຍົບຜິດກົດໝາຍພາຍໃນປະເທດ ຖືກນັບເມື່ອຮອດວັນເລືອກຕັ້ງພາກທ້ອງຖິ່ນທີ່ສະພາຄອງເກຣດກຳນົດ.
ເຖິງຢ່າງໃດກໍຕາມ, ແຜນການດັ່ງກ່າວມີທ່າອ່ຽງຈະຈົບລົງຢູ່ສານ ເນື່ອງຈາກຂັດຕໍ່ລັດຖະທຳມະນູນຂອງອາເມລິກາ ເຊິ່ງລະບຸເອົາໄວ້ວ່າ ການນັບຈຳນວນປະຊາກອນພາຍໃນເຂດຕ່າງໆຈະຕ້ອງນັບລວມຜູ້ທີ່ອາໄສຢູ່ພາຍໃນເຂດນັ້ນໆທັງໝົດ.
- ການພິຈາລະນາຄະດີຂອງຊາຍຄົນໜຶ່ງ ເຊິ່ງສາລະພາບວ່າລາວໄດ້ສັງຫານຄົນ 2 ຄົນ ຫລັງຈາກການໂຈມຕີໂບດຢູ່ເມືອງ Halle ປະເທດເຢຍລະມັນ ໄດ້ເລີ່ມຕົ້ນຂຶ້ນແລ້ວ ໂດຍຫລັງຈາກທີ່ລາວບໍ່ສາມາດເປີດປະຕູເຂົ້າໄປໃນໂບດໄດ້ ເຮັດໃຫ້ປ່ຽນໃຈຫັນມາໄລ່ຍິງຜູ້ຄົນທີ່ສັນຈອນໄປມາຢູ່ບໍລິເວນນັ້ນແທນ ຕໍ່ຈາກນັ້ນຈຶ່ງຂັບລົດໜີໄປ ແລະ ໄດ້ໃຊ້ປືນຍິງໃສ່ຜູ້ເຄາະຮ້າຍໃກ້ກັບຮ້ານຂາຍເຄບັບ.
ເຊັ່ນດຽວກັນການໂຈມຕີໂດຍພວກຫົວຮຸນແຮງຄົນອື່ນໆ ພຶດຕິກຳຂອງຊາຍຄົນນີ້ມີການປະກາດຜ່ານສື່ອອນລາຍ ແລະ ຍັງໄດ້ຖ່າຍທອດສົດການກະທຳຂອງລາວ.
- ຂໍ້ມູນໃໝ່ຫລ້າສຸດນີ້ໄດ້ສະແດງໃຫ້ເຫັນຢ່າງຊັດເຈນພຶດຕິກຳການ Shopping ພາຍໃນອັງກິດ ໂດຍລະຫວ່າງໄລຍະທີ່ມີການລະບາດເກີດຂຶ້ນນີ້ ຍອດຂາຍສຸດທິຂອງຮ້ານຂາຍເຄື່ອງເພີ່ມຂຶ້ນເຖິງ 16,9% ສູ່ລະດັບສູງສຸດຕະຫລອດການ 40.000 ລ້ານໂດລາ ພາຍໃນ 12 ອາທິດຜ່ານມາ ຈົນຮອດວັນທີ 21 ກໍລະກົດ 2020.
ຍອດຂາຍນ້ຳຊາ ແລະ ກາເຟໃນເດືອນຜ່ານມາເພີ່ມຂຶ້ນ 30 ລ້ານໂດລາ ແລະ ຍອດຂາຍສິນຄ້າຈຳນວນເຂົ້າໜົມປັງເພີ່ມຂຶ້ນ 24 ລ້ານໂດລາ ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີ ກ່ອນ.
ທັງໝົດນີ້ອ້າງອີງຈາກຂໍ້ມູນຂອງ Kantar ເຊິ່ງເປັນບໍລິສັດຊັ້ນນຳດ້ານການວິໄຈທາງການຕະຫລາດໂລກ.