15 ເຮືອນຮູບຊົງແປກສຸດ ທີ່ບໍ່ຄິດວ່າຈະມີຢູ່ໃນໂລກ


ເຮືອນເປັນສະຖານທີ່ຢູ່ອາໄສສໍາຄັນຕໍ່ມະນຸດທຸກໆຄົນທີ່ສຸດ ແລະ ຄົນສ່ວນຫລາຍບໍ່ສາມາດຂາດໄດ້ ເຊິ່ງສ່ວນຫຼາຍແລ້ວເຮືອນແຕ່ລະຫຼັງຈະມີຮູບແບບພາຍໃນທີ່ບໍ່ແຕກຕ່າງກັນຫຼາຍປານໃດ, ແຕ່ວ່າໃນໂລກຂອງເຮົານັ້ນມີເຮືອນຮູບຊົງແປກໆຢູ່ເຊັ່ນ:
- ເຮືອນຕີລັງກາກັບຫົວ ຢູ່ປະເທດຣັດເຊຍ
ຈຸດປະສົງໃນການສ້າງເຮືອນຫຼັງນີ້ ຄືໃຊ້ເພື່ອຢູ່ອາໄສ ແຕ່ຕອນນີ້ພັດກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງປະເທດຣັດເຊຍໄປແລ້ວ, ເຖິງວ່າພາຍນອກຂອງເຮືອນຈະຕີລັງກາກັບຫົວ ແຕ່ສິ່ງຂອງຕ່າງໆພາຍໃນບໍ່ໄດ້ກັບຫົວ.
- ເຮືອນໂປ່ງໃສ ຢູ່ປະເທດຍີ່ປຸ່ນ


ເຮືອນນີ້ມີອີກຊື່ໜຶ່ງວ່າ “House NA” ມີເນື້ອທີ່ 914 ຕາແມັດ ສ້າງຂຶ້ນໂດຍ Sou Fujimoto ເຊິ່ງໄດ້ແຮງບັນດານໃຈຈາກການເປີດເຜີຍຕົວຕົນບໍ່ມີການປິດບັງຫຍັງ.
- ເຮືອນຫຼັງຄາແສງຕາເວັນ ຢູ່ປະເທດຝຣັ່ງ


ເຮືອນຫຼັງນີ້ອອກແບບໃຫ້ເປັນມຸມເພື່ອຮັບແສງດວງຕາເວັນ ເມື່ອແສງສ່ອງຜ່ານແວ່ນເຂົ້າມາໃນເຮືອນຈະປ່ຽນເປັນພະລັງງານເພື່ອສ້າງຄວາມອົບອຸ່ນພາຍໃນເຮືອນ.
- ເຮືອນກາງນໍ້າ ຢູ່ປະເທດແຊກບີ


ເຮືອນຫຼັງນີ້ຖືກສ້າງຂຶ້ນໃນປີ 1968 ໂດຍກຸ່ມໜຶ່ງ ເພື່ອໃຊ້ສໍາລັບນອນອາບແດດ ເຊິ່ງເປັນທີ່ຮູ້ຈັກຫຼາຍຂຶ້ນຈາກການຕີພິມລົງໃນໜັງສືຂອງ National Geographic ແລະ ເກືອບຖືກທໍາລາຍຫຼາຍຄັ້ງຈາກເຫດການນໍ້າຖ້ວມ.
- ເຮືອນເທິງເກາະ ຢູ່ປະເທດອຽກລັງ


ເຮືອນຫຼັງນີ້ຢູ່ເກາະສ່ວນຕົວ ສ້າງຂຶ້ນໂດຍສະມາຄົມລ່າສັດ Ellidaey ໃນປີ 1953 ເຊິ່ງພາຍໃນເຮືອນບໍ່ມີສິ່ງອໍານວຍຄວາມສະດວກຕ່າງໆ ລວມທັງໄຟຟ້າ ແລະ ນໍ້າປະປາ.
- ເຮືອນຮູບເຫັດ ຢູ່ຣັດໂອໄຮໂອ ປະເທດສະຫະລັດອາເມລິກາ


ເຮືອນຫຼັງນີ້ອອກແບບໂດຍ Terry Brown ແລະ ຄະນະອາຈານຈາກຄະນະສະຖາປັດຕະຍະກໍາສາດ ແລະ ການອອກແບບຕົກແຕ່ງພາຍໃນ University of Cincinnati ເຊິ່ງເປັນສ່ວນໜຶ່ງຂອງສາທາລະນະ Hyde Park.
- ເຮືອນໜ່ວຍບານຕົ້ນໄມ້ ຢູ່ປະເທດການາດາ


ເຮືອນມົນຄືໜ່ວຍບານຢູ່ກາງປ່າ ໄດ້ບັນຍາກາດໃກ້ຊິດກັບທໍາມະຊາດສຸດໆ.
- ເຮືອນເຫຼັກຊົງແປກ ຢູ່ຣັດເທັກຊັດ ປະເທດສະຫະລັດອາເມລິກາ


ເຮືອນຫຼັງນີ້ສ້າງຈາກເຫຼັກ 110 ໂຕນ ແລະ ໃຊ້ເວລາຫລາຍກວ່າ 23 ປີຈຶ່ງສໍາເລັດ.
- ເຮືອນໃຕ້ດິນ ຢູ່ປະເທດສະວິດ


ເຮືອນຫຼັງນີ້ສ້າງຂຶ້ນໂດຍ Christian Muller ແລະ ສະຖາປານິກຊາວໂຮນລັງທ່ານໜຶ່ງ ຕັ້ງຢູ່ບໍລິເວນເປີ້ນພູ ເຊິ່ງໂຄງສ້າງຂອງເຮືອນນັ້ນເຮັດມາຈາກຫີນ.
- ເຮືອນກາງຊ່ອງແຄບ ຢູ່ປະເທດໂປໂລຍ


ເຮືອນຫຼັງນີ້ມີເນື້ອທີ່ຄວາມກວ້າງບໍ່ຮອດ 4 ແມັດ ແລະ ໃຊ້ເປັນບ່ອນຢູ່ອາໄສ ເຊິ່ງບໍ່ວ່າຈະເຮັດຫຍັງກໍຕາມໃນເຮືອນຫຼັງນີ້ ຕ້ອງໃຊ້ຄວາມສະມັດລະວັງຫລາຍ ເພາະມີເນື້ອທີ່ໜ້ອຍ ແລະ ຈໍາກັດ.
- ເຮືອນຫີນ ຢູ່ປະເທດປອກຕຸຍການ


ເຮືອນຫຼັງນີ້ສ້າງຈາກຫີນກ້ອນໃຫຍ່ 2 ກ້ອນທີ່ຕັ້ງຢູ່ໃກ້ໆກັນ ແລະ ເພີ່ມຫຼັງຄາໃສ່ ເພື່ອຄວາມປອດໄພຫຼາຍຂຶ້ນໃນການຢູ່ອາໄສ.
- ເຮືອນເປືອກຫອຍ ຢູ່ປະເທດເມັກຊິກ


ເຮືອນຫຼັງນີ້ສ້າງຂຶ້ນໂດຍສະຖາປານິກຊື່ວ່າ Javier Senosiain ໃນປີ 2006 ເພື່ອໃຊ້ໃນການຢູ່ອາໄສ ແລະ ເພື່ອໃຫ້ມີຄວາມກົມກືນກັບທໍາມະຊາດອ້ອມຂ້າງ ຈຶ່ງຖືກອອກແບບເປັນຮູບນີ້.
- ເຮືອນໃນຖໍ້າ


ເຮືອນຫຼັງນີ້ມີການອອກແບບໃນຮູບແບບທັນສະໄໝ ແຕ່ສ້າງໄວ້ພາຍໃນຖໍ້າ ແລະ ພາຍໃນເຮືອນມີສິ່ງອໍານວຍຄວາມສະດວກທີ່ມີຄວາມທັນສະໄໝ.
- ເຮືອນຫີນ ຢູ່ປະເທດຣູມານີ


ຖືກສ້າງຂຶ້ນມາໃຫ້ມີຄວາມກົມກືນຫຼາຍທີ່ສຸດກັບທໍາມະຊາດ ເນື່ອງຈາກມີຈຸດປະສົງເພື່ອໃຊ້ໃນການລ່າສັດນັ້ນເອງ.
- ເຮືອນເທິງຜາສູງ ຢູ່ປະເທດສະວິດ
ຖືກສ້າງຢູ່ເທິງຜາ ເຊິ່ງມີຄວາມສູງຈາກພື້ນດິນເຖິງ 13.000 ແມັດ ແລະ ຈາກທີ່ຕັ້ງຢູ່ບ່ອນສູູງ ຈຶ່ງເຮັດໃຫ້ມີສະພາບອາກາດໜາວເຢັນຕະຫຼອດ