ທຣຳ ຕ້ອງການວັກຊີນ ເພື່ອໃຫ້ໄດ້ຮັບໄຊຊະນະ ການເລືອກຕັ້ງປະທານາທິບໍດີ ທີ່ຈະມາເຖິງ


ທົ່ວທັງໂລກລ້ວນແຕ່ຮູ້ດີວ່າ ສະຫະລັດມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ເປັນອັນດັບໜຶ່ງຂອງໂລກ. ມີຫຼາຍກວ່າ 4 ລ້ານຄົນຄິດເຊື້ອ ແລະ ຫຼາຍກວ່າ 1 ແສນຄົນເສຍຊີວິດ.
ການລະບາດທີ່ຮຸນແຮງຂອງພະຍາດດັ່ງກ່າວຢູ່ສະຫະລັດ ໄດ້ກະທົບຕໍ່ບົດບາດ ແລະ ຄວາມອາດສາມາດຂອງ ທຣຳ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ, ເຮັດໃຫ້ຄວາມເສື່ອມຊັດທາຂອງປະຊາຊົນຊາວອາເມລິກາຕໍ່ ທຣຳ ນັບມື້ຫຼຸດໜ້ອຍຖອຍລົງ ຈົນເຮັດໃຫ້ຂູ່ແຂ່ງຂອງ ທຣຳ ຢ່າງທ່ານ ໄບເດັນ ນຳໜ້າຄະແນນຫາສຽງເກືອບທຸກລັດໃນສະຫະລັດອາເມລິກາໃນຂະນະນີ້.
ເມື່ອເປັນເຊັ່ນນັ້ນ, ເພື່ອກອບກູ້ຄວາມເຊື່ອໝັ້ນຂອງປະຊາຊົນກັບຄືນມາ ແລະ ເພື່ອໃຫ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້ ມີແຕ່ເສັ້ນທາງດຽວທີ່ຈະຊ່ວຍ ທຣຳ ໄດ້, ນັ້ນກໍຄື ທຣຳ ເລັງສັ່ງບໍລິສັດຜະລິດ ວັກຊີນອອກມາ ໃຫ້ທັນກ່ອນບັ້ນການເລືອກຕັ້ງປະທານາທິບໍດີໃນເດືອນ ພະຈິກທີ່ຈະມາເຖິງ.
ຖ້າວັກຊີນຫາກອອກມາກ່ອນການເລືອກຕັ້ງໄດ້ ຈະຊ່ວຍໃຫ້ ທຣຳ ຕໍ່ລົມຫາຍໃຈໄດ້ ແລະ ກໍມີຄວາມຫວັງດຽວນີ້ເທົ່ານັ້ນ ທີ່ຈະຊ່ວຍເອົາຊະນະ ຄູ່ແຂ່ງ ໄບເດັນໄດ້.
ຖ້າວັກຊີນ ຜະລິດອອກບໍ່ທັນກ່ອນການເລືອກຕັ້ງ, ເພື່ອໃຫ້ໄດ້ປຽບ ທຣຳ ຄົນຈຳນວນໜຶ່ງອາດຈະກົດດັນໃຫ້ສະພາ ປະກາດວັນເລືອກຕັ້ງປະທານາທິບໍດີໄວກວ່າກຳນົດກໍເປັນໄດ້, ໃນຂະນະທີ່ ທຣຳ ເລັ່ງທວງຜະລິດວັກຊີນໃຫ້ໄດ້ຢ່າງຊ້າທີ່ສຸດ ແມ່ນໃນເດືອນ ຕຸລານີ້ທີ່ຈະມາເຖິງນີ້.
ປັດຈຸບັນ ຈຳນວນຄົນທີ່ສະໜັບສະໜູນ ທຣຳ ຕົກຕໍ່າເລື້ອຍມາໃນໄລຍະ ໂຄວິດ-19 ລະບາດ ແລະ ຕົກຕໍ່າກວ່າຫຼາຍຖ້າທຽບໃສ່ຄູ່ແຂ່ງ ໄບເດັນ ເຖິງ 8,2% (ສະຖິຕິຈາກ FiveThentyEight) ແລະ ກໍຈາກສະຖິຕິດຽວກັນນີ້, ໃຫ້ຮູ້ວ່າ ປະຊາຊົນຫຼາຍກວ່າ 60% ແມ່ນບໍ່ເຫັນດີກັບວິທີການຕ້ານໂຄວິດ ຂອງ ທຣຳ.
ຂ່າວ: ລູກເມືອງພວນ(ຂໍ້ມູນຈາກ tienphong)