ສະພາແຫ່ງຊາດລາວ-ກຳປູເຈຍເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ


ໃນວັນທີ 21 ມິຖຸນາ ນີ້ ຢູ່ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊຳຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນລະຫວ່າງວັນທີ 21-23 ມິຖຸນານີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄື ສອງອົງການນິຕິບັນຍັດໃຫ້ນັບມື້ຂະຫຍາຍຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລາວຂອງສົມເດັດ ເຮັງຊຳຣິນ, ຊຶ່ງຈະເປັນໂອກາດອັນດີໃຫ້ສອງຝ່າຍໄດ້ເພີ່ມທະວີການພົວພັນຮ່ວມມື ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ໃນຜ່ານມາສອງຝ່າຍ ກໍໄດ້ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບຕ່າງໆ ຢ່າງເປັນປົກກະຕິເຊັ່ນ: ການຢ້ຽມຢາມສັນຖະວະໄມຕີຂອງ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີ ກຳປູເຈຍ ໃນປີ 2016 ແລະ ການຢ້ຽມຢາມກຳປູເຈຍ ໃນເດືອນພຶດສະພາຜ່ານມາ ຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງສອງຝ່າຍ ໄດ້ຕົກລົງຮ່ວມມືກັນໃນຫລາຍດ້ານ ແລະ ພິເສດແມ່ນສອງຝ່າຍໄດ້ສຳເລັດການເປີດນຳໃຊ້ດ່ານສາກົນ ໜອງນົກຂຽນ – ຕຣາປຽງກຣຽນ ໃນຕົ້ນປີນີ້ ແລະ ດ້ານການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ , ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ທ່ອງທ່ຽວ ກໍໄດ້ຮັບການເສີມຂະຫຍາຍດີຂຶ້ນ, ພ້ອມນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ຍົກໃຫ້ເຫັນວ່າ: ສຳລັບການພົວພັນຮ່ວມມືຂອງສອງສະພາ ລາວ-ກຳປູເຈຍ ໃນໄລຍະຜ່ານມາ ແມ່ນໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າບົນພື້ນຖານບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ທີ່ໄດ້ລົງນາມຮ່ວມກັນໃນປີ 2012, ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງສະພາແຫ່ງຊາດ ໄດ້ເປັນປົກກະຕິ, ພ້ອມໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ.