ປກສ ເມືອງບໍລິຄັນຈັບໄດ້ແລ້ວຄົນທີ່ລັກລົດຈັກ ສາລາພາບຕໍ່ເຈົ້າໜ້າທີ່ເຖິງ 21 ຄັນ

- DSC05224 - ປກສ ເມືອງບໍລິຄັນຈັບໄດ້ແລ້ວຄົນທີ່ລັກລົດຈັກ ສາລາພາບຕໍ່ເຈົ້າໜ້າທີ່ເຖິງ 21 ຄັນ
- kitchen vibe - ປກສ ເມືອງບໍລິຄັນຈັບໄດ້ແລ້ວຄົນທີ່ລັກລົດຈັກ ສາລາພາບຕໍ່ເຈົ້າໜ້າທີ່ເຖິງ 21 ຄັນ

ໃນວັນທີ 12 ມິຖຸນານີ້, ເຈົ້າ ໜ້າ ທີ່ ປກສ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ສາມາດຈັບເປົ້າໝາຍ ລັກຊັບພົນລະເມືອງ 2 ຄົນຄື: ທ້າວ ດາວເພັດ ອາຍຸ 22 ປີ, ຢູ່ ບ້ານ ຜາເມືອງ ແລະ ທ້າວ ມະນີ ວອນ (ໂຢດ) ອາຍຸ 18 ປີ, ຢູ່ ບ້ານ ຫ້ວຍຄູນ ເມືອງບໍລິຄັນ ເຊິ່ງທັງສອງມີອາຊີບລັກລົດ ຈັກມາແຕ່ເດືອນເມສາຜ່ານມາ ນີ້, ໂດຍມືກາວທັງສອງໄດ້ກວາດ ເອົາລົດຈັກມາໄດ້ 21 ຄັນ, ເພື່ອ ນຳໄປ ຂາຍໃນລາຄາທີ່ແຕກຕ່າງ ກັນຕາມຄຸນນະພາບຂອງລົດ, ແຕ່ 2.000 ກວ່າບາດໄປຈົນຮອດ 14-15.000 ບາດ ສະກຸນເງິນ ບາດໄທແລ້ວນຳມາໃຊ້ຈ່າຍ ຫລິ້ນກິນຟຸມ ເຟືອຍ, ເຊິ່ງມາຮອດ ປັດຈຸບັນເຈົ້າໜ້າທີ່ສາມາດເກັບ ກູ້ມາໄດ້ແລ້ວຈຳນວນ 7 ຄັນ, ສ່ວນຍັງເຫລືອນັ້ນທາງເຈົ້າ ໜ້າກຳລັງປະສານສົມທົບກັບ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອເກັບ ກູ້ຄືນມາ ມອບໃຫ້ເຈົ້າຂອງ ລົດ, ພ້ອມນັ້ນທ້າວ ດາວເພັດ ຍັງມີປືນປະດິດ (ປະເພດປືນ ສັ້ນ) ພ້ອມດ້ວຍລູກເກົ້າ 1 ລູກ ໄວ້ໃນຄອບຄອງທີ່ຊື້ມາຈາກ ປະຊາຊົນບ້ານໂພນສີເມືອງປາກ ກະດິງ ແຂວງບໍລິຄຳໄຊ, ສ່ວນ ຜູ້ຮັບຊື້ລົດດັ່ງກ່າວຄື: ທ້າວ ອ່ອນ ແລະ ທ້າວ ຕູ່ ປະຊາຊົນບ້ານ ໂພນສີ ເມືອງ ປາກກະດິງເຈົ້າ ໜ້າທີ່ໄດ້ກັກຕົວທັງສອງເພື່ອ ທຳການສືບສວນ-ສອບສວນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

 

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງບໍລິຄັນຈັບໄດ້ແລ້ວຄົນທີ່ລັກລົດຈັກ ສາລາພາບຕໍ່ເຈົ້າໜ້າທີ່ເຖິງ 21 ຄັນ

+ ປກສ ນະຄອນຫລວງຈັບຂະບວນການຄ້າຢາເສບຕິດອັນຕະລາຍມາດໍາເນີນຄະດີ

+ ປກສ ແຂວງບໍ່ແກ້ວສຶກສາອົບຮົມຜູ້ມົ້ວສຸມຢາບ້າ

+ ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ

- 3 - ປກສ ເມືອງບໍລິຄັນຈັບໄດ້ແລ້ວຄົນທີ່ລັກລົດຈັກ ສາລາພາບຕໍ່ເຈົ້າໜ້າທີ່ເຖິງ 21 ຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!