ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 4 ສິງຫາ 2020


- Juan Carlos ອະດີດກະສັດຂອງປະເທດສະເປນ ໄດ້ທຳການເນລະເທດຕົວເອງອອກຈາກປະເທດແລ້ວໃນປັດຈຸບັນ ໂດຍນັບແຕ່ປີ 2014 ທ່ານໄດ້ຜະເຊີນກັບສະພາບສຸຂະພາບບໍ່ດີ ແລະ ເລື່ອງຂໍ້ຫາທາງການເງິນ ຕໍ່ມາໄດ້ສະລະຣາຊະບັນລັງ ແລະ ຊັບສົມບັດໃຫ້ແກ່ Felipe ເຊິ່ງເປັນລູກຊາຍຂອງທ່ານ.
ເມື່ອບໍ່ດົນມານີ້ Juan Carlos ໄດ້ຖືກກ່າວຫາຢ່າງໜັກການສໍ້ລາດບັງຫລວງ, ການຟອກເງິນ ແລະ ການຫລີກລ່ຽງພາສີ ເຖິງວ່າທ່ານຈະເປັນຜູ້ຄວບຄຸມ ແລະ ເບິ່ງແຍງການປ່ຽນຜ່ານປະເທດສະເປນຈາກລະບອບຜະເດັດການສູ່ລະບອບປະຊາທິປະໄຕກໍຕາມ ແຕ່ເລື່ອງນີ້ເຮັດໃຫ້ທ່ານຕ້ອງຜະເຊີນກັບຄວາມລຳບາກໃຈບໍ່ໜ້ອຍ.
ການເນລະເທດຕົນເອງອອກຈາກປະເທດຂອງ Juan Carlos ເກີດຂຶ້ນທ່າມກາງການສືບສວນຂອງສານສະເປນໃນຫລາຍຂໍ້ຫາ ເຊິ່ງຍັງຄ້າງຄາຢູ່ໃນຂະບວນການ.
- HSBC ທະນາຄານໃຫຍ່ທີ່ສຸດຂອງເອີຣົບໄດ້ລາຍງານຜົນກຳໄລກ່ອນຫັກພາສີເປັນຈຳນວນ 4,3 ພັນລ້ານໂດລາ ໃນ 6 ເດືອນຕົ້ນປີ 2020 ຫລຸດລົງ 65% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ຮຸນແຮງກວ່າການຄາດຄະເນໄວ້ໃນທຸກກໍລະນີ.
ທະນາຄານໄດ້ກ່າວໂທດທີ່ຄ່າໃຊ້ຈ່າຍຂອງໜີ້ເສຍໄລຍະທີ່ເກີດການລະບາດເຊັ່ນດຽວກັບການກ່າວໂທດຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ຈີນ ທີ່ທະວີຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າຜົນກຳໄລສູງສຸດທີ່ພວກເຂົາເຮັດໄດ້ຈະຢູ່ໃນປະເທດເຂດອາຊີ ໂດຍສະເພາະຮົງກົງ.
- ຫລັງຈາກຂູ່ຫ້າມແອັບ TikTok ຂອງ Bytedance Ltd. ເຊິ່ງເປັນບໍລິສັດສັນຊາດຈີນ, ປະທານາທິບໍດີ ໂດນັລ ທຣຳ ໄດ້ໃຫ້ການຕອບຮັບສຳລັບການເຂົ້າຊື້ໂດຍ Microsoft ຫລື ບໍລິສັດອື່ນທີ່ເປັນສັນຊາດອາເມລິກາ.
ທ່ານຢືນຢັນວ່າແອັບຈະຖືກຫ້າມໃຊ້ຈາກອາເມລິກາຢ່າງແນ່ນອນ ຖ້າການຊື້ຂາຍຄັ້ງນີ້ບໍ່ປະສົບຜົນສຳເລັດກ່ອນວັນທີ 15 ກັນຍາຈະເຖິງນີ້. ນອກຈາກນີ້ ຍັງກ່າວອີກວ່າ: ກະຊວງການເງິນອາເມລິກາຈະຕ້ອງໄດ້ຮັບກຳໄລເພື່ອໃຫ້ບັນລຸຂໍ້ຕົກລົງດັ່ງກ່າວ ເຖິງວ່າຈະບໍ່ໄດ້ອະທິບາຍວ່າຂໍ້ຕົກລົງຄັ້ງນີ້ຄວນອອກມາໃນຮູບແບບໃດ.
- HIS Markit ບໍລິສັດດ້ານການວິໄຈຕະຫລາດຊັ້ນນຳຂອງໂລກ ກ່າວວ່າ: Demand ທີ່ເພີ່ມຂຶ້ນຫລັງຈາກການຜ່ອນຄາຍມາດຕະການ Lockdown ແລະ ຂໍ້ກຳນົດຕ່າງໆໄດ້ເຮັດໃຫ້ກິດຈະກຳໃນຂະແໜງການຜະລິດຂອງສະຫະພາບເອີຣົບຂະຫຍາຍຕົວເປັນຄັ້ງທຳອິດນັບແຕ່ປີ 2019.
ລາຍງານຂອງພວກເຂົາລະບຸວ່າ: ດັດຊະນີຜູ້ຈັດຊື້ຈັດຈ້າງ (PMI) ເພີ່ມຂຶ້ນຈາກລະດັບ 47,4 ໃນເດືອນມິຖຸນາຜ່ານມາສູ່ລະດັບ 51,8 ໃນເດືອນກໍລະກົດ ໂດຍຕົວເລກທີ່ຫລາຍກວ່າ 50 ນີ້ຈະຖືວ່າເປັນການບົ່ງບອກເຖິງການຂະຫຍາຍຕົວ.
- ຢ່າງໜ້ອຍ 29 ຄົນຖືກສັງຫານໃນວັນທີ 3 ສິງຫາຜ່ານມາ ຈາກເຫດການປະທະກັນລະຫວ່າງກຸ່ມ Islamic State (IS) ແລະ ກອງກຳລັງຮັກສາຄວາມໝັ້ນຄົງແຫ່ງຊາດຂອງອັບການິດສະຖານຢູ່ຄຸກໃນເມືອງ Jalalabad.
IS ໄດ້ບຸກເຂົ້າໂຈມຕີຄຸກ ແລະ ພະຍາຍາມຈະປົດປ່ອຍນັກໂທດຫລາຍຄົນໃຫ້ເປັນອິດສະຫລະ ໂດຍຄຸກດັ່ງກ່າວກັກຂັງນັກໂທດປະມານ 1.800-2.000 ຄົນ ເຊິ່ງລວມທັງສະມາຊິກຂອງກຸ່ມ IS ເອງ ແລະ ສະມາຊິກຂອງກຸ່ມ Taliban ທີ່ເປັນຄູ່ແຂ່ງກັນ.
ຕຳຫລວດກ່າວວ່າ: ພວກເຂົາສາມາດຈັບກຸມນັກໂທດທີ່ກຳລັງຫລົບໜີກັບມາໄດ້ປະມານ 1.000 ຄົນ. ຂະນະທີ່ຢ່າງໜ້ອຍ 300 ຄົນຫາຍຕົວໄປ.
- ກອງທັບຂອງອິດສະລາແອນກ່າວວ່າ: ພວກເຂົາໄດ້ໂຈມຕີເປົ້າໝາຍທາງການທະຫານຢູ່ຊີຣີ ເຊິ່ງລວມທັງການໃຊ້ແບັດເຕີຣີຕໍ່ຕ້ານຍົນ, ການລົບກວນສັນຍານຂອງສິ່ງອຳນວຍຄວາມສະດວກເຊັ່ນ: ອຸປະກອນຄວບຄຸມສັ່ງການ, ວິທະຍຸ ແລະ ອື່ນໆ.
ນອກຈາກນີ້ ຍັງມີການໃຊ້ເຮືອບິນ ແລະ ເຮລິກົບແຕ ໂດຍອິດສະລາແອນອະທິບາຍວ່າ: ເລື່ອງນີ້ເປັນການຕອບໃນຄວາມພະຍາຍາມທີ່ຈະວາງລະເບີດໃນເຂດ Golan Heights ເຊິ່ງຖືກຄອບຄອງໂດຍອິດສະລາແອນ.
ຄວາມເຄັ່ງຕຶງໄດ້ເພີ່ມສູງຂຶ້ນ ໂດຍສະເພາະຫລັງຈາກອິດສະລາແອນສັງຫານສະມາຊິກຂອງ Hizbullah ເຊິ່ງພວກເຂົາກ່າວວ່າບຸກຄົນດັ່ງກ່າວເປັນທະຫານອາສາສະໝັກຊາວລີບັງທີ່ໄດ້ຮັບການສະໜັບສະໜູນຈາກອີຣານໃຫ້ມາປະຕິບັດການຢູ່ປະເທດຊີຣີໃນເດືອນກ່ອນ.
- ສ່ວນໃໝ່ຂອງຂົວຂ້າມແມ່ນ້ຳ Polcevera ຢູ່ເມືອງ Genoa ປະເທດອິຕາລີ ເຊິ່ງໄດ້ຮັບການອອກແບບໂດຍ Renzo Piano ໄດ້ກັບມາເປີດເຮັດວຽກອີກ ຫລັງຈາກການຖະຫລົ່ມໃນຄັ້ງກ່ອນເມື່ອປີ 2018 ເຊິ່ງຂ້າຊີວິດໄປເຖິງ 43 ຄົນ.
ເຫດການດັ່ງກ່າວເກີດຂຶ້ນໃນປະເທດທີ່ຂຶ້ນຊື່ເລື່ອງຄວາມກ້າວໜ້າຂອງໂຄງການສິ່ງປຸກສ້າງຕ່າງໆ ຂະນະທີ່ໂຄງສ້າງໃໝ່ຂອງຂົວໃຊ້ເວລາກວ່າ 1 ປີໃນການສ້າງຂຶ້ນມາ ໂດຍ Giuseppe Conte ນາຍົກລັດຖະມົນຕີຂອງປະເທດໄດ້ກ່າວຍົກຍ້ອງວ່າ: ນີ້ຄື “ສັນຍາລັກອັນໃໝ່ຂອງປະເທດອິຕາລີ”.
- ເຖິງວ່າຈະເລີ່ມຕົ້ນດ້ວຍຜົນສຳເລັດໃນການຄວບຄຸມ COVID-19 ແຕ່ປັດຈຸບັນ ຫວຽດນາມໄດ້ລາຍງານຜູ້ຕິດເຊື້ອໃໝ່ 21 ຄົນ ເຊິ່ງເຮັດໃຫ້ຍອດລວມຂອງຜູ້ຕິດເຊື້ອເພີ່ມຂຶ້ນເປັນ 642 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 6 ຄົນ.
ກ່ອນໜ້ານີ້ ຫວຽດນາມບໍ່ມີການລາຍງານຜູ້ຕິດເຊື້ອມາເປັນເວລາເຖິງ 3 ເດືອນ ກ່ອນຈະເກີດການລະບາດຂຶ້ນອີກໃນ Danang ເຊິ່ງເປັນລີສອດທີ່ໄດ້ຮັບຄວາມນິຍົມສູງສຸດຈາກນັກທ່ອງທ່ຽວໃນວັນທີ 25 ກໍລະກົດຜ່ານມາ.
Nguyen Xuan Phuc ນາຍົກລັດຖະມົນຕີຂອງປະເທດ ກ່າວວ່າ: “ນີ້ຄືເວລາຕັດສິນຊີ້ຂາດ ເພື່ອຢຸດຢັ້ງການລະບາດຂອງໄວຣັສໃນວົງກວ້າງ”.
- Marathon Petroleum ໄດ້ຕົກລົງຈະຂະຫຍາຍທຸລະກິດສະຖານນີນ້ຳມັນເທິງທາງດ່ວນໃຫ້ແກ່ Seven & I Holdings ບໍລິສັດສັນຊາດຍີ່ປຸ່ນ ເຊິ່ງເປັນເຈົ້າຂອງເຄືອຂ່າຍ 7-Eleven ໂດຍຂໍ້ຕົກລົງດັ່ງກ່າວມີມູນຄ່າ 2,1 ພັນລ້ານໂດລາ.
Seven & I ໄດ້ປະສົບຜົນສຳເລັດໃນການເຈລະຈາຂໍເຂົ້າຊື້ກິດຈະການຄັ້ງນີ້ ເຖິງວ່າໃນຕົ້ນປີພວກເຂົາເຄີຍຖອນຕົວຈາກການເຈລະຈາຂໍເຂົ້າຊື້ໃນຄັ້ງທຳອິດ ໂດຍກ່າວໂທດເຖິງຄວາມບໍ່ແນ່ນອນຈາກການລະບາດຂອງໄວຣັສ ເຊິ່ງຕອນນັ້ນ Elliott Management ບໍລິສັດໃຫ້ຄຳປຶກສາທາງດ້ານການເງິນ ໄດ້ແນະນຳໃຫ້ພວກເຂົາຢູ່ຫ່າງໆຈາກຕະຫລາດໄປກ່ອນໃນຊ່ວງຫລາຍເດືອນຜ່ານມາ ດ້ວຍເຫດຜົນດຽວກັນຄືຄວາມບໍ່ແນ່ນອນຂອງເສດຖະກິດໂລກ.
ຫຸ້ນຂອງ Sevem & I ເພີ່ມຂຶ້ນ 8,7% ໃນວັນທີ 4 ສິງຫາ ຫລັງຈາກມີຂ່າວອອກມາວ່າ Marathon Ptroleum ໄດ້ຕົກລົງຈະຂາຍກິດຈະການໃຫ້ພວກເຂົາ.