8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ

8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - 555 10 - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - kitchen vibe - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ

 ສະໝອງແມ່ນພາກສ່ວນສຳຄັນ ຕ້ອງຮູ້ຈັກບຳລຸງ ແລະ ຮັກສາ ເພາະສະໝອງເປັນອະໄວຍະວະນ້ອຍທີ່ຖືກໃຊ້ງານຢ່າງຫລາຍໃນແຕ່ລະມື້ ແລະ ເປັນສູນກາງໃນການສື່ສານທີ່ຄວບຄຸມການເຮັດວຽກພາກສ່ວນຕ່າງໆຂອງຮ່າງກາຍເຮົາ ໃນແຕ່ລະມື້ເຮົາຈະຕ້ອງພະເຊີນກັບບັນຫາການໃຊ້ຊີວິດຫລວງຫລາຍ, ການຕັດສິນໃຈຄວາມຄິດຕ່າງໆທີ່ຈະຕ້ອງໃຊ້ສະໝອງເປັນຫລັກເກນໃນການເຮັດວຽກ ໂດຍສະເພາະຄົນທີ່ຢູ່ໃນໄວເຮັດວຽກທີ່ຈະຕ້ອງແບກຮັບຄວາມຮັບຜິດຊອບຕ່າງໆ, ຄວາມຄິດ, ການໃຊ້ງານສະໝອງທີ່ໜັກຕັ້ງແຕ່ເຊົ້າຈົນເຖິງຕອນເລີກວຽກ ແລະ ບາງເທື່ອຍັງຕ້ອງກັບມາເຮັດວຽກຢູ່ເຮືອນຕໍ່ອີກໃນຕອນກາງຄືນ ສົ່ງຜົນໃຫ້ບາງເທື່ອບັນຫາສຸຂະພາບຕ່າງໆກໍຈະຕາມມາ ເກີດຄວາມອິດເມື່ອຍອ່ອນເພຍ, ເຈັບຫົວ, ເຄັ່ງຄຽດ  ຈົນບໍ່ມີແຮງໃນການເຮັດວຽກ, ແຕ່ຢ່າຟ້າວກັງວົນໄປ ມື້ນີ້ພວກເຮົາມີ 8 ເຄັດລັບດູແລສະໝອງ ເພີ່ມພະລັງການເຮັດວຽກມາແນະນຳບັນດາທ່ານ ເພື່ອເປັນແນວທາງໃນການບຳລຸງ ແລະ ດູແລ, ເພີ່ມປະສິດທິພາບທີ່ດີໃຫ້ແກ່ສະໝອງຂອງເຮົານັ້ນເອງ ມາເບິ່ງກັນເລີຍວ່າມີຫຍັງແດ່ :

  1. ຢ່າຖືເບົາ ການກິນເຂົ້າເຊົ້າ :ຫລາຍໆຄົນທີ່ຮີບຮ້ອນໃນຕອນເຊົ້າ ແຕ່ດຳເນີນຊີວິດຢ່າງວ່ອງໄວ ຈົນບາງເທື່ອຖືເບົາການກິນອາຫານຕ່າງໆໃນຕອນເຊົ້າ ເພາະບໍ່ມີເວລາ ແລະ ບໍ່ຮູ້ສຶກຫິວ, ແຕ່ຕ້ອງບອກເລີຍວ່າການບໍ່ກິນເຂົ້າເຊົ້ານັ້ນສົ່ງຜົນເສຍຢ່າງຫລາຍຕໍ່ຮ່າງກາຍ ເນື່ອງຈາກຈະເຮັດໃຫ້ຮ່າງກາຍຂາດສານອາຫານ ແລະ ນຳ້ຕານ, ບໍ່ສາມາດເຮັດວຽກໄດ້ຢ່າງເຕັມທີ່, ຮູ້ສຶກອ່ອນເພຍ, ບໍ່ມີສະຕິ ແລະ ສະມາທິ, ສະໝອງບໍ່ແລ່ນ, ຕອບສະໜອງຊ້າ. ສະນັ້ນແລ້ວ ລອງປັບປ່ຽນພຶດຕິກຳມາເພີ່ມຄວາມແຂງແຮງໃຫ້ສະໝອງໂດຍການລຸກຂຶ້ນມາກິນເຂົ້າເຊົ້າໃນທຸກມື້ເພື່ອປະສິດທິພາບໃນການເຮັດວຽກຂອງທຸກພາກສ່ວນໃນຮ່າງກາຍ.
  2. ດື່ມນຳ້ຫລາຍໆ : ນຳ້ຈະຊ່ວຍຟື້ນຟູ ແລະ ດູແລລະບົບສະໝອງ ເນື່ອງຈາກ 80% ຂອງສະໝອງຄົນເຮົາເຕັມໄປດ້ວຍນຳ້ເປັນສ່ວນປະກອບ ຄວນໝັ່ນດື່ມນຳ້ເປັນໄລຍະໆ ຍິ່ງໂດຍສະເພາະການເຮັດວຽກໃນຫ້ອງແອທີ່ມີອຸນຫະພູມຕໍ່າ ແລະ ເຢັນນັ້ນ ຮ່າງກາຍຂອງເຮົາຈະເກີດການສູນເສຍນຳ້ໄດ້ ເພື່ອທີ່ຈະເພີ່ມຄວາມປອດໂປ່ງໃຫ້ສະໝອງສົດໃສ ແລະ ສາມາດເຮັດວຽກໄດ້ດີຫລາຍຍິ່ງຂຶ້ນ, ແຕ່ທັງນີ້ຄວນດື່ມນຳ້ອຸ່ນ ຫລື ນຳ້ອຸນຫະພູມທຳມະດາທີ່ສາມາດເຂົ້າໄປຫລໍ່ລ້ຽງລະບົບຕ່າງໆໃນຮ່າງກາຍໄດ້ຢ່າງວ່ອງໄວຫລາຍກ່ວານຳ້ເຢັນໆ.
  3. ບໍລິຫານພະລັງສະໝອງແບບງ່າຍໆດ້ວຍຕົນເອງ : ເຮົາສາມາດທີ່ຈະກະຕຸ້ນການເຮັດວຽກຂອງສະໝອງງ່າຍໆໂດຍການລອງສະຫລັບມືທັງສອງເບື້ອງໃນການເຮັດວຽກ, ໃຊ້ມືທີ່ບໍ່ລຶ້ງຈັບຖືສິ່ງຂອງເພື່ອກະຕຸ້ນການເຮັດວຽກຂອງສະໝອງ, ຈັບເອກະສານ, ລຸກຂຶ້ນມາປັດກວາດເຮືອນ, ຈັດໂຕະ, ຊົງກາເຟ, ດື່ມນຳ້ ຫລື ຫວີຜົມ ດ້ວຍມືເບື້ອງທີ່ບໍ່ລຶ້ງແທນ ເພື່ອທີ່ຈະໄດ້ກະຕຸ້ນພະລັງສະໝອງໃຫ້ສາມາດເຮັດວຽກໄດ້ເຕັມທີ່, ຝຶກການຕອບສະໜອງ ແລະ ການເຄື່ອນໄຫວຂອງລະບົບສະໝອງ ແລະ ຮ່າງກາຍ.
  4. ສ້າງອາລົມຂັນ ແລະ ຍິ້ມຫົວຢູ່ເລື້ອຍໆ : ເພີ່ມຄວາມຄິດສ້າງສັນ, ເພີ່ມພະລັງສະໝອງດ້ວຍວິທີການງ່າຍໆ ເຊັ່ນ : ການມີອາລົມຂັນ, ມ່ວນຊື່ນເຮຮາ ແລະ ຍິ້ມຢູ່ເລື້ອຍໆ ອາດຈະຫາໜັງສືກະຕູນມາໄວ້ອ່ານຫລິ້ນ, ການເບິ່ງຮູບເງົາຕະຫລົກໆ, ການລົມກັບເພື່ອນຮ່ວມງານໃນເລື່ອງດີໆ, ມີສຽງຫົວ, ການຫົວມ່ວນຊື່ນເຮຮາ, ຍິ້ມ ແລະ ມີຄວາມອາລົມຂັນຢູ່ເປັນປະຈຳຈະຊ່ວຍເພີ່ມຄວາມສຸກໃນການເຮັດວຽກ, ມີພະລັງງານຄວາມຄິດດ້ານບວກ, ຫລຸດຄວາມເຄັ່ງຄຽດ ແລະ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ດີຫລາຍຍິ່ງຂຶ້ນ.
  5. ຮັບແສງແດດ, ອອກກຳລັງກາຍເບົາໆໃນຕອນເຊົ້າ : ຫລັງຈາກທີ່ເຮົານອນຫລັບພັກຜ່ອນດ້ວຍຄວາມອິດເມື່ອຍອ່ອນເພຍໃນຕອນກາງຄືນແລ້ວ ລອງຕື່ນຂຶ້ນມາແຕ່ເຊົ້າຈັກໜ້ອຍ ເພື່ອທີ່ຈະຮັບແດດອຸ່ນໆຍາມເຊົ້າ ແລະ ເປີດຮັບອາກາດທີ່ບໍລິສຸດ, ອອກກຳລັງກາຍເບົາໆຈັກໜ້ອຍໃນຍາມເຊົ້າ ອາດຈະແລ່ນ, ຍືດເສັ້ນຍືດເອັນ ຫລື ເຮັດວຽກເຮືອນ, ຍ່າງຫລິ້ນຮັບແສງແດດອ່ອນໆເພື່ອທີ່ຈະໄດ້ໃຫ້ສະໝອງເປີດກ້ວາງ ເຮັດວຽກໄດ້ດີຫລາຍຍິ່ງຂຶ້ນ, ບໍ່ງ່ວງນອນໃນຕອນກາງເວັນ ແລະ ມີປະສິດທິພາບໃນການເຮັດວຽກຫລາຍຍິ່ງຂຶ້ນ. ນອກຈາກນີ້ແລ້ວ ໃນເວລານອນກໍຄວນປິດໜ້າຈໍໂທລະສັບມືຖື ແລະ ຄອມພິວເຕີພ້ອມກັບຕັ້ງໃຫ້ຢູ່ຫ່າງໄກອອກໄປຈາກຕົນເອງ 1 – 2 ຊົ່ວໂມງກ່ອນນອນ ເພື່ອທີ່ຈະໄດ້ຫລຸດຄວາມເຄັ່ງຄຽດ ແລະ ແສງອັນຕະລາຍຈາກໜ້າຈໍມືຖືນຳ ແລະ ຢ່າລືມກິນອາຫານບຳລຸງສະໝອງເພື່ອເປັນການຟື້ນຟູລະບົບສະໝອງ ແລະ ຮ່າງກາຍ, ໝັ່ນອອກກຳລັງກາຍ ແລະ ດູແລຢ່າງເອົາໃຈໃສ່, ຢ່າຫັກໂຫມເຮັດວຽກໜັກຈົນເກີນໄປຈົນບໍ່ມີເວລາພັກຜ່ອນ.
  6. ຟັງເພງຜ່ອນຄາຍ : ສຽງເພງຄລາດສິກ ຫລື ແຈສ ມີຄື້ນສຽງທີ່ຊ່ວຍດູແລລະບົບສະໝອງໃຫ້ຜ່ອນຄາຍ, ກະຕຸ້ນເລື່ອງຄວາມຈື່ຈຳ ແລະ ເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ, ລອງເປີດເພງຄລາດສິກ ຫລື ແຈສຟັງເບົາໆກ່ອນນອນ, ຕອນເຊົ້າກ່ອນໄປເຮັດວຽກ ຫລື ລະຫ່ວາງເຮັດວຽກປະມານ 20-30 ນາທີ ຮັບຮອງວ່າທ່ານຈະຮູ້ສຶກສະຫງົບ, ຜ່ອນຄາຍ, ສາມາດເຮັດວຽກ ແລະ ຄິດວຽກໄດ້ດີຫລາຍຍິ່ງຂຶ້ນ ລວມໄປເຖິງແຊນຕ່າງໆໃນສະໝອງໄດ້ຮັບການຟື້ນຟູຢ່າງດີນຳ.
  7. ຫລີກເວັ້ນສຽງລົບກວນ : ບໍ່ຄວນທີ່ຈະພາຕົນເອງເຂົ້າໄປຢູ່ໃກ້ສະຖານທີ່ມີສຽງດັງ, ສຽງລົບກວນ ເນື່ອງຈາກມີການວິໄຈພົບວ່າ ສຽງດັງລົບກວນນັ້ນສາມາດທີ່ຈະສົ່ງຜົນຕໍ່ລະບົບການປະມວນຜົນ ແລະ ການເຮັດວຽກຂອງສະໝອງໄດ້, ເພີ່ມຄວາມເຄັ່ງຄຽດ, ສະໝອງມີການພັດທະນາ ແລະ ປະສິດທິພາບໃນການເຮັດວຽກໜ້ອຍລົງ, ພັກຜອນໄດ້ບໍ່ເຕັມທີ່, ຄວາມດັນເລືອດສູງຂຶ້ນ. ເຮົາຄວນທີ່ຈະຫລີກເວັ້ນສຽງດັງໃນເວລາເຮັດວຽກ ແລະ ພັກຜ່ອນ ເພື່ອທີ່ຈະໄດ້ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກທີ່ດີຂອງສະໝອງ ແລະ ລະບົບຕ່າງໆໃນຮ່າງກາຍ.
  8. ພັກຜ່ອນໃຫ້ພຽງພໍ : ສິ່ງໜຶ່ງທີ່ຈະສາມາດຊ່ວຍໃຫ້ທ່ານມີສະໝອງທີ່ແຂງແຮງ ພ້ອມເປີດຮັບການເຮັດວຽກ ແລະ ຄິດສ້າງສັນແກ້ໄຂບັນຫາຕ່າງໆໄດ້ ແມ່ນການປັບປ່ຽນພຶດຕິກຳດ້ານການນອນ, ຄວນນອນພັກຜ່ອນຕັ້ງແຕ່ຊ່ວງຫົວຄໍ່າ, ພັກຜ່ອນໃຫ້ພຽງພໍຢ່າງໜ້ອຍມື້ລະ 6 – 8 ຊົ່ວໂມງ ເພື່ອທີ່ຈະໃຫ້ລະບົບຮ່າງກາຍ ແລະ ສະໝອງສາມາດທີ່ຈະເຮັດວຽກໄດ້ຢ່າງເຕັມທີ່ ແລະ ມີປະສິດທິພາບໃນການເຮັດວຽກຍິ່ງຂຶ້ນ ໂດຍການນອນຫລັບພັກຜ່ອນນັ້ນຄວນທີ່ຈະນອນໃນສະຖານທີ່ມິດງຽບ, ບໍ່ມີສຽງລົບກວນ ເພື່ອທີ່ຈະເພີ່ມຄວາມເຕັມອີ່ມ ແລະ ຕື່ນເຊົ້າມື້ໃໝ່ຢ່າງສົດໃສເບີກບານ ພ້ອມເຮັດວຽກນັ້ນເອງ.
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - 5 - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - 3 - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - 4 - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - Visit Laos Visit SALANA BOUTIQUE HOTEL - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ
8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ - Visit Laos Visit SALANA BOUTIQUE HOTEL - 8 ເຄັດລັບປຸກພະລັງສະໝອງໃຫ້ພ້ອມເຮັດວຽກ