ລັດຖະມົນຕີກະຊວງຖະແຫຼງຂ່າວ ເລບານອນ ລາອອກຈາກຕຳແໜ່ງ


ອີງຕາມແຫຼ່ງຂ່າວຈາກ tuoitre ຂອງຫວຽດນາມ, ວັນທີ 10 ສິງຫາໃຫ້ຮູ້ວ່າ: ລັດຖະມົນຕີກະຊວງຖະແຫຼງຂາວຂອງເລບານອນ Manal Abden Samad ໄດ່ລາອອກຈາກຕຳແໜ່ງໃນທ່າມກາງທີ່ມີການປະທ້ວງຢ່າງເນື່ອງນິດລຽນຕິດ ພາຍຫຼັງມີເຫດການລະເບີດຄັ້ງໃຫ່ຍໃນສາງທີ່ທ່າເຮືອເບຣູດ, ໃນວັນທີ 4 ສິງຫາທີ່ຜ່ານມາ. ທ່ານກ່າວວ່າ: “ພາຍຫຼັງມີເຫດການລະເບີດຄັ້ງໃຫ່ຍເກີດຂຶ້ນຢູ່ເບຣູດ, ຂ້າພະເຈົ້າໄດ້ລາອອກຈາກໜ້າທີ່”.
ສຳນັກຂ່າວ AFP ວັນທີ 9 ສິງຫານີ້, ໄດ້ອ້າງອີງຂອງທ່ານນາງ Samad ເວົ້າວ່າ: ເຂົາໄດ້ຂໍໂທດນຳປະຊາຊົນ ເລບານອນ ທີ່ເຮັດໃຫ່ເຂົາໝົດຄວາມຫວັງ, ກ່ຶນໜ້ານັ້ນກໍມີສະມາຊິກສະພາເລບານອນ ລາອອກຈາກໜ້າທີ່ຫຼາຍຄົນແລ້ວ.
ພາຍຫຼັງມີເຫດການລະເບີດຄັ້ງໃຫ່ຍເກີດຂຶ້ນ, ວັນທີ 8 ສິງຫາ ໄດ້ເກີດມີຂະບວນການປະທ້ວງຕໍ່ຕ້ານລັດຖະບານ ແລະ ຮຽກຮ້ອງໃຫ້ລັດຖະບານຊຸດນີ້ລາອອກທັງໝົດ. ກຸ່ມປະທ້ວງຮຽກຮ້ອງວ່າ: “ມີແຕ່ສະມາຊິກສະພາ ຫຼື ມີແຕ່ລັດຖະມົນຕີບາງຄົນລາອອກແມ່ນບໍ່ພໍ, ຄະນະລັດຖະບານທັງໝົດຕ້ອງລາອອກ ເພາະພວກເຂົາບໍ່ສາມາດຊ່ວຍຟື້ນຟູປະເທດຊາດໄດ້”.
ຂ່າວ: ລູກເມືອງພວນ