ແນວລາວສ້້າງຊາດແຂວງຜົ້ງສາລີ ຫັນແນວຄິດປະຊາຊົນໃຫ້ມາປູກພືດເປັນສິນຄ້າ


ແນວລາວສ້້າງຊາດ ແຂວງຜົ້ງສາລີ ໄດ້ຖືເອົາວຽກງານເຕົ້າໂຮມຄວາມສາມັກຄີ ເປັນຈຸດໃຈກາງ ແລະ ເປັນບັນຫາສຳຄັນໄປພ້ອມໆກັບ ການຊຸກຍູ້ປະຊາຊົນບັນດາເຜົ່າໃນການປູກພືດໃຫ້ກາຍ ເປັນສິນຄ້າ ແນໃສ່ການຫັນປ່ຽນເສດຖະກິດແບບທຳມະຊາດ ໄປສູ່ເສດຖະກິດທີ່ເປັນສິນຄ້າຕາມກົນໄກເສດຖະກິດຕະຫລາດ.
ທ່ານ ທອງສະຫວັນ ທຳມະວົງ ປະທານແນວລາວສ້້າງຊາດ ແຂວງຜົ້ງສາລີ ກ່າວໃນກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ເຊິ່ງຈັດຂຶ້ນທີ່ນະ ຄອນຫລວງວຽງຈັນ ໃນວັນທີ 11-12 ສິງຫາ 2020 ນີ້ວ່າ: ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແມ່ນໄດ້ກຳນົດໃຫ້ແຕ່ລະເມືອງ ກຳນົດຍຸດທະສາດການພັດທະນາແບບຍືນຍົງ ໂດຍເລີ່ມຈາກສະພາບຈຸດພິເສດ, ພູມລຳເນົາ ເພື່ອຫັນອາຊີບການຖາງປ່າເຮັດໄຮ່ແບບເລື່ອນລອຍ ໄປສູ່ອາຊີບອື່ນທີ່ໝັ້ນຄົງ ແລະ ມີລາຍຮັບປົກກະຕິ. ໂດຍອີງໃສ່ພື້ນຖານ, ລັກສະນະຈຸດພິເສດ ແລະ ພູມອາກາດຄ້າຍຄືກັນ ໃນຈຳນວນ 22 ບ້ານ ແມ່ນໃຫ້ຢຶດຖືການປູກຊາເປັນສິນຄ້າ ເພື່ອສົ່ງອອກໄປຕະຫລາດ ສປ ຈີນ ໂດຍໃຫ້ບໍລິສັດຈີນເປັນຜູ້ລົງທຶນ ແລະ ສ້າງຕັ້ງໂຮງງານປຸງແຕ່ງ.
ໃນການຈັດຕັ້ງປະຕິບັດວຽກງານ ແລະ ນະໂຍບາຍດັ່ງກ່າວ, ຄະນະກໍາມະການແນວລາວສ້້າງຊາດແຕ່ລະຂັ້ນ ກໍໄດ້ປະກອບສ່ວນໃນການລົງຊຸກຍູ້ ແລະ ສຶກສາອົບຮົມແນວຄິດພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຫັນມາປູກພືດເພື່ອເປັນສິນຄ້າທົດແທນ ແນ່ໃສ່ໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງ ແລະ ມີລາຍຮັບປົກກະຕິ. ມາຮອດປັດຈຸບັນ ແຂວງຜົ້ງສາລີ ມີເນື້ອທີ່ປູກຊາທັງໝົດ 1.643 ເຮັກຕາ, ໃນນີ້ ສາມາດຜະລິດຍອດໃບຊາໄດ້ 1.550 ເຮັກຕາ. ຂະນະດຽວກັນ ກໍມີເນື້ອທີ່ປູກຊາ ທີ່ມີອາຍຸ 400 ກວ່າປີ ຈຳນວນ 30 ເຮັກຕາ.
ສຳລັບຄາລາຊາແຫ້ງສຳເລັດຮູບປະກອບມີ ຊານ້ອຍ 35.000 ກີບ/1ກິໂລ, ຊາໃຫຍ່ 400 ກວ່າປີ 150.000 ກີບ/1ກິໂລ, ຊາແນວພັນ 400 ປີ 60.000 ກີບ/1ກິໂລ ແລະ ຊາປ່າ 170.000 ກີບ/1ກິໂລ. ມູນຄ່າການສົ່ງອອກລວມທັງໝົດໃນປີ 2019-2020 ບັນລຸ 8 ຕື້ກວ່າກີບ, ສະເພາະໃນ 6 ເດືອນຕົ້ນປີ 2020 ແມ່ນ 2 ຕື້ກວ່າກີບ.