ມາເລເຊຍພົບສາຍພັນໃໝ່ໂຄໂຣນາໄວຣັສ ຕິດເຊື້ອໄດ້ຫລາຍກວ່າ 10 ເທົ່າ


ສຳນັກຂ່າວ Bloomberg ລາຍງານວ່າ: ມາເລເຊຍກວດພົບສາຍພັນໂຄໂຣນາສາຍພັນໃໝ່ທີ່ເຮັດໃຫ້ເກີດການຕິດເຊື້ອຫລາຍກວ່າເກົ່າເຖິງ 10 ເທົ່າ.
ການກາຍພັນຂອງໄວຣັສດັ່ງກ່າວຖືກເອີ້ນສາຍພັນວ່າ: D614G ພົບໄດ້ຢ່າງໜ້ອຍ 3 ໃນ 45 ຄົນໃນກຸ່ມທີ່ເລີ່ມຕົ້ນຈາກເຈົ້າຂອງຮ້ານອາຫານທີ່ເດີນທາງກັບຈາກອິນເດຍ ແລະ ຝ່າຝືນການກັກກັນຢູ່ເຮືອນ 14 ວັນ ຊາຍຄົນນີ້ຖືກຕັດສິນຈຳຄຸກ 5 ເດືອນ ແລະ ຖືກປັບໄໝແລ້ວ. ນອກຈາກນີ້ ຍັງພົບສາຍພັນດັ່ງກ່າວໃນກຸ່ມອື່ນໆທີ່ກ່ຽວຂ້ອງກັບຜູ້ທີ່ເດີນທາງມາຈາກຟີລິບປິນ.
ທ່ານ ນູ ຮິຊາມ ອັບດຸນລາ ອະທິບໍດີກົມສາທາລະນະສຸກ ກ່າວວ່າ: ການກາຍພັນນີ້ອາດໝາຍຄວາມວ່າ ການສຶກສາວິໄຈເພື່ອພັດທະນາວັກແຊງທີ່ມີຢູ່ ອາດບໍ່ສົມບູນ ຫລື ບໍ່ມີປະສິດທິຜົນຕໍ່ການກາຍພັນ.
ຕອນນີ້ຢູ່ເມືອງໃຫຍ່ໆທົ່ວໂລກເກີດການລະບາດຮອບໃໝ່ ເຖິງວ່າມາເລເຊຍພະຍາຍາມປ້ອງກັນການແຜ່ລະບາດຂອງໄວຣັສທີ່ເກີດຂຶ້ນອີກຮອບໄດ້ ແຕ່ຈຳນວນຜູ້ຕິດເຊື້ອໃໝ່ທີ່ພົບໃນປະເທດກໍເພີ່ມຂຶ້ນ, ມາເລເຊຍຢືນຢັນພົບຜູ້ຕິດເຊື້ອໃໝ່ 26 ຄົນໃນວັນທີ 15 ສິງຫາ ຈຳນວນຫລາຍທີ່ສຸດນັບແຕ່ວັນທີ 28 ກໍລະກົດ ແລະ ຍັງເພີ່ມອີກ 25 ຄົນໃນວັນທີ 16 ສິງຫາ.